2 ຊາມູເອນ 2:5 - ພຣະຄຳພີສັກສິ5 ເພິ່ນຈຶ່ງສົ່ງບາງຄົນໄປທີ່ນັ້ນ ເພື່ອນຳຂ່າວໄປບອກຊາວຢາເບັດກີເລອາດວ່າ, “ຂໍໃຫ້ພຣະເຈົ້າຢາເວອວຍພອນພວກທ່ານ ສຳລັບຄວາມຈົງຮັກພັກດີ ທີ່ມີຕໍ່ກະສັດຂອງພວກທ່ານໂດຍໄດ້ຝັງຊາກສົບຂອງເພິ່ນໄວ້. Uka jalj uñjjattʼäta |
ດັ່ງນັ້ນ ຊາຍທັງສອງຈຶ່ງເວົ້າວ່າ, “ຖ້າເຈົ້າບໍ່ບອກຜູ້ໃດວ່າ ພວກຂ້ອຍກຳລັງມາເຮັດຫຍັງ, ພວກຂ້ອຍກໍຂໍສັນຍາວ່າ ເມື່ອໃດທີ່ພຣະເຈົ້າຢາເວມອບດິນແດນນີ້ໃຫ້ພວກຂ້ອຍແລ້ວ ພວກຂ້ອຍຈະປະຕິບັດຕໍ່ເຈົ້າເປັນຢ່າງດີ. ຖ້າພວກຂ້ອຍບໍ່ເຮັດຕາມທີ່ໄດ້ເວົ້າມານີ້ ຂໍໃຫ້ພຣະເຈົ້າເອົາຊີວິດຂອງພວກຂ້ອຍໄປເທີ້ນ.”
ນາງນາໂອມີຈຶ່ງເວົ້າວ່າ, “ຂໍພຣະເຈົ້າຢາເວອວຍພອນໂບອາດເທີ້ນ ດ້ວຍວ່າ, ພຣະອົງຮັກສາຄຳສັນຍາຂອງພຣະອົງທີ່ມີໄວ້ກັບຜູ້ທີ່ຍັງມີຊີວິດຢູ່ ແລະທັງຜູ້ທີ່ໄດ້ຕາຍໄປແລ້ວດ້ວຍ.” ນາງນາໂອມີເວົ້າຕໍ່ໄປອີກວ່າ, “ຊາຍຜູ້ນັ້ນເປັນພີ່ນ້ອງທີ່ໃກ້ຊິດກັບພວກເຮົາ ເປັນຜູ້ໜຶ່ງທີ່ມີໜ້າທີ່ຮັບຜິດຊອບເບິ່ງແຍງພວກເຮົາ.”