Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 2:32 - ພຣະຄຳພີສັກສິ

32 ໂຢອາບ​ແລະ​ທະຫານ​ຂອງຕົນ​ໄດ້​ນຳ​ເອົາ​ຊາກສົບ​ຂອງ​ອາສາເຮນ ໄປ​ຝັງ​ໄວ້​ຢູ່​ໃນ​ອຸບມຸງ​ຄອບຄົວ​ຂອງຕົນ​ທີ່​ເມືອງ​ເບັດເລເຮັມ. ແລ້ວ​ພວກເຂົາ​ກໍ​ຍ່າງ​ຕະຫລອດ​ຄືນ​ກັບ​ມາ​ເຖິງ​ເມືອງ​ເຮັບໂຣນ​ໃນ​ຕອນເຊົ້າ.

Uka jalj uñjjattʼäta Copia luraña




2 ຊາມູເອນ 2:32
10 Jak'a apnaqawi uñst'ayäwi  

ເມື່ອ​ຢາໂຄບ​ຮູ້ສຶກ​ວ່າ​ຕົນເອງ​ໃກ້​ຈະ​ຕາຍ​ແລ້ວ ເພິ່ນ​ຈຶ່ງ​ເອີ້ນ​ເອົາ​ໂຢເຊັບ​ລູກຊາຍ​ຂອງຕົນ​ມາ ແລະ​ເວົ້າ​ວ່າ, “ຈົ່ງ​ວາງ​ມື​ໃສ່​ວ່າງ​ຂາ​ຂອງ​ພໍ່ ແລະ​ສາບານ​ຢ່າງ​ໜັກແໜ້ນ​ວ່າ ເຈົ້າ​ຈະ​ບໍ່​ຝັງ​ພໍ່​ໄວ້​ໃນ​ປະເທດ​ເອຢິບ​ນີ້.


ພໍ່​ຕ້ອງການ​ໃຫ້​ລູກ​ຝັງສົບ​ຂອງ​ພໍ່​ໄວ້​ຢູ່​ໃນ​ບ່ອນ​ຝັງສົບ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຮົາ; ຈົ່ງ​ເອົາ​ຊາກສົບ​ຂອງ​ພໍ່​ອອກ​ໜີ​ຈາກ​ປະເທດ​ເອຢິບ ແລະ​ຝັງ​ໄວ້​ຢູ່​ໃນ​ຖໍ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ.” ໂຢເຊັບ​ຕອບ​ວ່າ, “ລູກ​ຈະ​ເຮັດ​ຕາມ​ທີ່​ພໍ່​ຕ້ອງການ.”


ຄົນ​ຂອງ​ຝ່າຍ​ກະສັດ​ດາວິດ​ໄດ້​ຂ້າ​ຄົນ​ໃນ​ເຜົ່າ​ເບັນຢາມິນ​ທີ່​ເປັນ​ທະຫານ​ຂອງ​ອັບເນ​ຕາຍ​ສາມຮ້ອຍ​ຫົກສິບ​ຄົນ.


ແລ້ວ​ເຜົ່າ​ອິດສະຣາເອນ​ທັງໝົດ​ກໍ​ມາ​ຫາ​ກະສັດ​ດາວິດ​ທີ່​ເມືອງ​ເຮັບໂຣນ ແລະ​ກ່າວ​ຕໍ່​ເພິ່ນ​ວ່າ, “ພວກ​ຂ້ານ້ອຍ​ເປັນ​ເຊື້ອສາຍ​ຂອງທ່ານ;


ແລະ​ໄດ້​ຖືກ​ຝັງ​ໄວ້​ໃນ​ອຸບມຸງ​ເປັນ​ໂງ່ນຫີນ ຊຶ່ງ​ເພິ່ນ​ໄດ້​ສັ່ງ​ໃຫ້​ເຈາະ​ໄວ້​ສຳລັບ​ເພິ່ນ​ເອງ​ທີ່​ເມືອງ​ຂອງ​ດາວິດ. ພວກເຂົາ​ໄດ້​ໃຊ້​ເຄື່ອງເທດ​ກັບ​ນໍ້າມັນ​ຫອມ ຕົບແຕ່ງ​ຮ່າງກາຍ​ຂອງ​ເພິ່ນ​ສຳລັບ​ຝັງ ແລະ​ພວກເຂົາ​ໄດ້​ສ້າງ​ໄຟ​ກອງ​ໃຫຍ່​ສຳລັບ​ໄວ້ທຸກ​ໃຫ້​ເພິ່ນ.


ເຈົ້າ​ເຢໂຮຊາຟັດ​ໄດ້​ຕາຍໄປ ແລະ​ໄດ້​ຖືກ​ຝັງ​ໄວ້​ໃນ​ອຸບມຸງ​ແຫ່ງ​ກະສັດ​ໃນ​ເມືອງ​ຂອງ​ດາວິດ ແລະ​ເຢໂຮຣາມ​ລູກຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.


ຈົ່ງ​ນຳ​ເອົາ​ຄົນ​ທີ່​ເຮັດ​ວຽກ​ດີ​ມາ​ໃຫ້​ຂ້ອຍ​ເບິ່ງ ແລະ​ຂ້ອຍ​ຈະ​ໃຫ້​ເຈົ້າ​ເຫັນ​ຜູ້​ທີ່​ເຮັດ​ວຽກ​ດີ​ຍອດຢ້ຽມ ແລະ​ສົມ​ທີ່​ຈະ​ເປັນ​ເພື່ອນ​ຂອງ​ບັນດາ​ກະສັດ.


ກີເດໂອນ​ລູກຊາຍ​ຂອງ​ໂຢອາດ​ໄດ້​ຕາຍໄປ​ໃນ​ເວລາ​ເພິ່ນ​ເຖົ້າແກ່​ຫລາຍ. ຊາກສົບ​ຂອງ​ເພິ່ນ​ໄດ້​ຖືກ​ຝັງ​ໄວ້​ໃນ​ອຸບມຸງ​ຂອງ​ໂຢອາດ​ພໍ່​ຂອງຕົນ​ທີ່​ໂອຟະຣາ ຊຶ່ງ​ເປັນ​ເມືອງ​ຂອງ​ຕະກຸນ​ອາບີເອເຊ.


ກະສັດ​ໂຊນ​ຖາມ​ລາວ​ວ່າ, “ຊາຍໜຸ່ມ​ເອີຍ ເຈົ້າ​ເປັນ​ລູກ​ຂອງ​ຜູ້ໃດ?” ດາວິດ​ຕອບ​ວ່າ, “ຂ້ານ້ອຍ​ເປັນ​ລູກ​ຂອງ​ເຢຊີ ຜູ້ຮັບໃຊ້​ຂອງທ່ານ​ຈາກ​ເມືອງ​ເບັດເລເຮັມ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka