27 ໂຢອາບຕອບວ່າ, “ຂ້ອຍສາບານໂດຍພຣະເຈົ້າອົງຊົງຊີວິດຢູ່ ຖ້າເຈົ້າບໍ່ຂໍຮ້ອງໄວ້ ຄົນຂອງຂ້ອຍຈະໄລ່ຕາມເຈົ້າໄປຈົນຮອດມື້ອື່ນເຊົ້າ.”
ອັບເນເວົ້າຕໍ່ໂຢອາບວ່າ, “ໃຫ້ບັນດາຊາຍໜຸ່ມບາງຄົນຂອງແຕ່ລະຝ່າຍ ລອງສີມືຮົບກັນເບິ່ງດູ.” ໂຢອາບຕອບວ່າ, “ຕົກລົງ.”
ອັບເນຮ້ອງໃສ່ໂຢອາບວ່າ, “ພວກເຮົາຕ້ອງສູ້ຮົບກັນຕະຫລອດໄປຊັ້ນບໍ? ເຈົ້າບໍ່ເຫັນບໍວ່າໃນທີ່ສຸດບໍ່ມີຫຍັງໝົດນອກຈາກຄວາມຂົມຂື່ນແຕ່ເທົ່ານັ້ນ. ພວກເຮົາເປັນພີ່ນ້ອງຊາດດຽວກັນ ເຫິງປານໃດເຈົ້າຈຶ່ງຈະສັ່ງຄົນຂອງເຈົ້າ ໃຫ້ເຊົາໄລ່ຕາມພວກຂ້ອຍ?”
ແລ້ວໂຢອາບກໍເປົ່າແກສັນຍານໃຫ້ຄົນຂອງຕົນ ເຊົາໄລ່ພວກອິດສະຣາເອນ; ແລ້ວການສູ້ຮົບກັນກໍຢຸດຕິລົງ.
ຄຳຕອບອັນອ່ອນຫວານລະງັບຄວາມໂກດໄວ້, ແຕ່ຄຳເວົ້າຫຍາບຊ້າຍົວະໃຫ້ໂມໂຫ.
ເລີ່ມຜິດຖຽງກັນກໍສໍ່າກັບເຂື່ອນເລີ່ມແຕກ ຢຸດຕິເລື່ອງລາວກ່ອນເກີດການຜິດຖຽງກັນ.
ຄຳແນະນຳທີ່ດີນຳໄປສູ່ຜົນສຳເລັດ ຢ່າສູ່ມີສ່ວນເຮັດເສິກໂດຍບໍ່ໄດ້ວາງແຜນການ.
ເມື່ອເຈົ້າເຫັນເຖິງບາງສິ່ງຢ່າຟ້າວແລ່ນໄປສານ, ຕໍ່ມາ ຖ້າພະຍານຄົນອື່ນຢືນຢັນວ່າເຈົ້າຜິດ ເຈົ້າຈະເຮັດຢ່າງໃດໄດ້?
ເຈົ້າຄິດວ່າເຈົ້າຈະໄດ້ເປັນຣາຊີນີສືບໄປບໍ? ຈຶ່ງບໍ່ຄິດວ່າເລື່ອງຈະຈົບລົງຢ່າງໃດແທ້? ແມ່ນແຕ່ຄົນເຖົ້າແກ່ຊະຣາກໍຕາມ ກໍໄດ້ເຮັດກັບພວກເຂົາຢ່າງໂຫດຮ້າຍທາລຸນ.
ທ່ານເອີຍ ພຣະເຈົ້າຢາເວຊົງພຣະຊົນຢູ່ ແລະທ່ານມີຊີວິດຢູ່, ດ້ວຍວ່າພຣະເຈົ້າຢາເວໄດ້ຫ້າມທ່ານບໍ່ໃຫ້ແກ້ແຄ້ນ ແລະຂ້າສັດຕູຂອງທ່ານ. ບັດນີ້ ຂໍໃຫ້ສັດຕູທຸກຄົນທີ່ຢາກທຳຮ້າຍທ່ານຖືກລົງໂທດຢ່າງດຽວກັນກັບນາບານ.