Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 2:26 - ພຣະຄຳພີສັກສິ

26 ອັບເນ​ຮ້ອງ​ໃສ່​ໂຢອາບ​ວ່າ, “ພວກເຮົາ​ຕ້ອງ​ສູ້ຮົບ​ກັນ​ຕະຫລອດໄປ​ຊັ້ນບໍ? ເຈົ້າ​ບໍ່​ເຫັນ​ບໍ​ວ່າ​ໃນ​ທີ່ສຸດ​ບໍ່ມີ​ຫຍັງ​ໝົດ​ນອກຈາກ​ຄວາມ​ຂົມຂື່ນ​ແຕ່​ເທົ່ານັ້ນ. ພວກເຮົາ​ເປັນ​ພີ່ນ້ອງ​ຊາດ​ດຽວກັນ ເຫິງ​ປານໃດ​ເຈົ້າ​ຈຶ່ງ​ຈະ​ສັ່ງ​ຄົນ​ຂອງ​ເຈົ້າ ໃຫ້​ເຊົາ​ໄລ່​ຕາມ​ພວກຂ້ອຍ?”

Uka jalj uñjjattʼäta Copia luraña




2 ຊາມູເອນ 2:26
17 Jak'a apnaqawi uñst'ayäwi  

ກະສັດ​ດາວິດ​ກ່າວ​ແກ່​ຜູ້ນຳຂ່າວ​ນັ້ນ​ວ່າ, “ຈົ່ງ​ກ່າວ​ຊູໃຈ​ໂຢອາບ ແລະ​ບອກ​ລາວ​ບໍ່​ໃຫ້​ເສຍໃຈ ໃນ​ເມື່ອ​ບໍ່​ຮູ້​ວ່າ ຜູ້ໃດ​ຈະ​ຖືກ​ຂ້າ​ໃນ​ສະໜາມຮົບ. ຈົ່ງ​ບອກ​ລາວ​ໃຫ້​ບຸກໂຈມຕີ​ເມືອງ​ນັ້ນ​ຄັ້ງ​ຍິ່ງໃຫຍ່ ແລະ​ຢຶດ​ເມືອງ​ໃຫ້​ໄດ້.”


ອັບເນ​ເວົ້າ​ຕໍ່​ໂຢອາບ​ວ່າ, “ໃຫ້​ບັນດາ​ຊາຍໜຸ່ມ​ບາງຄົນ​ຂອງ​ແຕ່ລະ​ຝ່າຍ ລອງ​ສີມື​ຮົບ​ກັນ​ເບິ່ງດູ.” ໂຢອາບ​ຕອບ​ວ່າ, “ຕົກລົງ.”


ແຕ່ລະຄົນ​ຕ່າງ​ກໍ​ກອດ​ຫົວ​ຂອງ​ຄູ່​ຕໍ່ສູ້​ໃຜ​ລາວ​ໄວ້ ແລະ​ໃຊ້​ດາບ​ແທງ​ຂ້າງ​ຄູ່​ຕໍ່ສູ້​ຂອງຕົນ ແລະ​ທັງ​ຊາວສີ່​ຄົນ ໄດ້​ລົ້ມ​ຕາຍ​ພ້ອມ​ກັນ. ດັ່ງນັ້ນ ຄົນ​ຈຶ່ງ​ເອີ້ນ​ບ່ອນ​ນີ້​ວ່າ, “ທົ່ງ​ດາບ.”


ຊາວ​ເຜົ່າ​ເບັນຢາມິນ​ຈຶ່ງ​ກັບ​ມາ​ເຕົ້າໂຮມ​ກັບ​ອັບເນ​ອີກ ພວກເຂົາ​ຢືນ​ຢູ່​ທີ່​ເນີນພູ.


ໂຢອາບ​ຕອບ​ວ່າ, “ຂ້ອຍ​ສາບານ​ໂດຍ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ຖ້າ​ເຈົ້າ​ບໍ່​ຂໍຮ້ອງ​ໄວ້ ຄົນ​ຂອງຂ້ອຍ​ຈະ​ໄລ່​ຕາມ​ເຈົ້າ​ໄປ​ຈົນຮອດ​ມື້ອື່ນ​ເຊົ້າ.”


ພວກເຈົ້າ​ຈະ​ໝິ່ນປະໝາດ​ຂ້ອຍ​ໄປ​ດົນ​ປານໃດ? ພວກເຈົ້າ​ຈະ​ຮັກ​ສິ່ງ​ທີ່​ໄຮ້​ຄ່າ ທັງ​ຊອກຫາ​ຄຳ​ຕົວະຍົວະ​ຫລອກລວງ​ຢູ່ຫລື?


ເລີ່ມ​ຜິດຖຽງກັນ​ກໍ​ສໍ່າກັບ​ເຂື່ອນ​ເລີ່ມ​ແຕກ ຢຸດຕິ​ເລື່ອງລາວ​ກ່ອນ​ເກີດ​ການ​ຜິດຖຽງກັນ.


ແຕ່​ຖ້າ​ພວກເຈົ້າ​ປະຕິເສດ​ແລະ​ກະບົດ ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ. ເພາະວ່າ​ປາກ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວໄວ້.”


ຕາມ​ບ່ອນ​ສູງ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ ພວກ​ທຳລາຍ​ລ້າງຜານ​ໄດ້​ມາ​ປຸ້ນສະດົມ​ຈົນໝົດ. ເຮົາ​ໄດ້​ສົ່ງ​ເສິກ​ມາ​ທຳລາຍ​ດິນແດນ​ທັງໝົດ ຈົນ​ບໍ່ມີ​ຜູ້ໃດ​ຢູ່​ຢ່າງ​ສະຫງົບສຸກ​ໄດ້​ຕາມ​ທີ່​ຕ່າງໆ.


ເຮົາ​ໄດ້​ລົງໂທດ​ພວກເຈົ້າ​ແຕ່​ກໍ​ບໍ່​ໄດ້​ຜົນ​ເລີຍ; ພວກເຈົ້າ​ບໍ່​ຍອມ​ໃຫ້​ເຮົາ​ຕີສອນ. ເໝືອນ​ໂຕສິງ​ທີ່​ຮ້າຍກາດ ພວກເຈົ້າ​ໄດ້​ຂ້າ​ພວກ​ຜູ້ທຳນວາຍ​ຂອງ​ພວກ​ເຈົ້າເອງ.


ຂ້ານ້ອຍ​ຈະ​ຕ້ອງ​ເຫັນ​ການ​ສູ້ຮົບ​ຢ່າງນີ້​ດົນ​ປານໃດ? ຍິນ​ສຽງ​ແກ​ດັງ​ກ້ອງ​ຢູ່​ດົນນານ​ປານໃດ​ອີກ?


ນີ້​ຄື​ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ວັນ​ນີ້​ຄື​ວັນ​ທີ່​ພຣະອົງ​ຈະ​ແກ້ແຄ້ນ​ຄືນ​ສາ​ແລ້ວ ວັນ​ນີ້​ພຣະອົງ​ຈະ​ລົງໂທດ​ເຫຼົ່າ​ສັດຕູ​ຂອງ​ພຣະອົງ ດາບ​ຂອງ​ພຣະອົງ​ຈະ​ກິນ​ພວກເຂົາ​ໃຫ້​ຈົນ​ອີ່ມ ແລະ​ດື່ມ​ເລືອດ​ພວກເຂົາ​ໃຫ້​ອີ່ມໜຳ​ສຳລານ ວັນ​ນີ້​ຄື​ການ​ຖວາຍບູຊາ​ແກ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ຄື​ຖວາຍ​ເຫຍື່ອ​ໃຫ້​ເປັນ​ເຄື່ອງ​ບູຊາ​ແກ່​ພຣະອົງ ຖວາຍ​ຢູ່​ທິດເໜືອ​ຕາມ​ຝັ່ງ​ແມ່ນໍ້າ​ເອີຟຣັດ.


“ຈົ່ງ​ປະກາດ​ຂ່າວ​ນີ້​ໃນ​ເມືອງ​ຂອງ​ເອຢິບ ໃນ​ມິກໂດນ, ມຳຟິດ ແລະ​ຕາປັນເຮັດ​ວ່າ, ‘ຈົ່ງ​ຕຽມພ້ອມ​ເພື່ອ​ປ້ອງກັນ​ພວກ​ເຈົ້າເອງ​ສາ ພວກເຈົ້າ​ທັງໝົດ​ຈະ​ຖືກ​ສົງຄາມ​ກຳຈັດ​ໃຫ້​ພິນາດ


ສົງຄາມ​ຈະ​ທຳລາຍ​ເມືອງ​ຂອງ​ພວກເຂົາ ແລະ​ທຳລາຍ​ປະຕູ​ເມືອງ​ໃຫ້​ເພພັງ​ໄປ. ມັນ​ຈະ​ທຳລາຍ​ປະຊາຊົນ​ຂອງເຮົາ ເພາະ​ພວກເຂົາ​ເຮັດ​ຕາມ​ທີ່​ພວກເຂົາ​ເຫັນຊອບ.


ໃນ​ວັນ​ຕໍ່ມາ ເພິ່ນ​ໄດ້​ເຫັນ​ຄົນ​ອິດສະຣາເອນ​ສອງ​ຄົນ​ກຳລັງ​ຕີກັນ ແລະ​ເພິ່ນ​ກໍ​ພະຍາຍາມ​ໃຫ້​ພວກເຂົາ​ຄືນ​ດີ​ກັນ ເພິ່ນ​ກ່າວ​ວ່າ, ‘ຊາຍ​ເອີຍ ພວກເຈົ້າ​ເປັນ​ພີ່ນ້ອງ​ກັນ ເປັນຫຍັງ​ຈຶ່ງ​ຕີກັນ​ເຊັ່ນນີ້?’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka