25 ຊາວເຜົ່າເບັນຢາມິນຈຶ່ງກັບມາເຕົ້າໂຮມກັບອັບເນອີກ ພວກເຂົາຢືນຢູ່ທີ່ເນີນພູ.
ແຕ່ໂຢອາບກັບອາບີໄຊໄດ້ໄລ່ຕາມອັບເນໄປ. ເມື່ອພວກເຂົາມາຮອດເນີນພູອຳມາທີ່ທາງທິດຕາເວັນອອກຂອງກີອາ ຕາມເສັ້ນທາງໄປສູ່ຖິ່ນແຫ້ງແລ້ງກັນດານກີເບໂອນ ກໍເປັນເວລາຕາເວັນຕົກດິນ.
ອັບເນຮ້ອງໃສ່ໂຢອາບວ່າ, “ພວກເຮົາຕ້ອງສູ້ຮົບກັນຕະຫລອດໄປຊັ້ນບໍ? ເຈົ້າບໍ່ເຫັນບໍວ່າໃນທີ່ສຸດບໍ່ມີຫຍັງໝົດນອກຈາກຄວາມຂົມຂື່ນແຕ່ເທົ່ານັ້ນ. ພວກເຮົາເປັນພີ່ນ້ອງຊາດດຽວກັນ ເຫິງປານໃດເຈົ້າຈຶ່ງຈະສັ່ງຄົນຂອງເຈົ້າ ໃຫ້ເຊົາໄລ່ຕາມພວກຂ້ອຍ?”