24 ແຕ່ໂຢອາບກັບອາບີໄຊໄດ້ໄລ່ຕາມອັບເນໄປ. ເມື່ອພວກເຂົາມາຮອດເນີນພູອຳມາທີ່ທາງທິດຕາເວັນອອກຂອງກີອາ ຕາມເສັ້ນທາງໄປສູ່ຖິ່ນແຫ້ງແລ້ງກັນດານກີເບໂອນ ກໍເປັນເວລາຕາເວັນຕົກດິນ.
ແຕ່ອາສາເຮນບໍ່ຢຸດໄລ່. ດັ່ງນັ້ນ ອັບເນຈຶ່ງຊັດຫອກຄືນຫລັງ ຖືກທ້ອງຂອງອາສາເຮນຈົນປາຍຫອກຊອດອອກມາຂ້າງຫລັງ; ອາສາເຮນລົ້ມຟຸບລົງກັບດິນ ແລະສິ້ນໃຈຕາຍ. ເມື່ອພວກທີ່ຕາມມາຮອດບ່ອນທີ່ອາສາເຮນນອນຕາຍຢູ່ນັ້ນ ຈຶ່ງພາກັນຢຸດຢູ່ທີ່ນັ້ນ.
ຊາວເຜົ່າເບັນຢາມິນຈຶ່ງກັບມາເຕົ້າໂຮມກັບອັບເນອີກ ພວກເຂົາຢືນຢູ່ທີ່ເນີນພູ.
ຕໍ່ມາ ກະສັດດາວິດໄດ້ໂຈມຕີພວກຟີລິດສະຕິນອີກ. ເພິ່ນໄດ້ເອົາຊະນະພວກເຂົາແລະປົດປ່ອຍເອົາດິນແດນທັງໝົດໄດ້.