Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 2:23 - ພຣະຄຳພີສັກສິ

23 ແຕ່​ອາສາເຮນ​ບໍ່​ຢຸດ​ໄລ່. ດັ່ງນັ້ນ ອັບເນ​ຈຶ່ງ​ຊັດ​ຫອກ​ຄືນ​ຫລັງ ຖືກ​ທ້ອງ​ຂອງ​ອາສາເຮນ​ຈົນ​ປາຍ​ຫອກ​ຊອດ​ອອກ​ມາ​ຂ້າງ​ຫລັງ; ອາສາເຮນ​ລົ້ມ​ຟຸບ​ລົງ​ກັບ​ດິນ ແລະ​ສິ້ນໃຈ​ຕາຍ. ເມື່ອ​ພວກ​ທີ່​ຕາມ​ມາ​ຮອດ​ບ່ອນ​ທີ່​ອາສາເຮນ​ນອນ​ຕາຍ​ຢູ່​ນັ້ນ ຈຶ່ງ​ພາກັນ​ຢຸດ​ຢູ່​ທີ່​ນັ້ນ.

Uka jalj uñjjattʼäta Copia luraña




2 ຊາມູເອນ 2:23
7 Jak'a apnaqawi uñst'ayäwi  

ແຕ່​ໂຢອາບ​ກັບ​ອາບີໄຊ​ໄດ້​ໄລ່​ຕາມ​ອັບເນ​ໄປ. ເມື່ອ​ພວກເຂົາ​ມາ​ຮອດ​ເນີນພູ​ອຳມາ​ທີ່​ທາງທິດ​ຕາເວັນອອກ​ຂອງ​ກີອາ ຕາມ​ເສັ້ນ​ທາງ​ໄປ​ສູ່​ຖິ່ນ​ແຫ້ງແລ້ງ​ກັນດານ​ກີເບໂອນ ກໍ​ເປັນ​ເວລາ​ຕາເວັນ​ຕົກ​ດິນ.


ແຕ່​ອາມາສາ​ບໍ່ໄດ້​ສັງເກດ​ເຫັນ​ດາບ​ຢູ່​ໃນ​ມື​ອີກ​ເບື້ອງ​ໜຶ່ງ​ຂອງ​ໂຢອາບ. ໂຢອາບ​ໃຊ້​ດາບ​ແທງ​ທີ່​ທ້ອງ​ຂອງ​ອາມາສາ​ຈົນ​ໃສ້​ໂລ່​ລົງ​ດິນ. ລາວ​ສິ້ນ​ໃຈ​ຕາຍ​ກັບ​ທີ່​ໂດຍ​ບໍ່​ຕ້ອງ​ແທງ​ຊໍ້າ​ອີກ. ແລ້ວ​ໂຢອາບ​ກັບ​ອາບີໄຊ​ກໍ​ອອກ​ເດີນທາງ​ຕາມ​ຫາ​ເຊບາ​ລູກຊາຍ​ຂອງ​ບີກຣີ​ຕໍ່ໄປ.


ເມື່ອ​ອັບເນ​ມາ​ເຖິງ​ເມືອງ​ເຮັບໂຣນ ໂຢອາບ​ຈຶ່ງ​ພາ​ລາວ​ຫລີກ​ໄປ​ທາງ​ປະຕູ​ເມືອງ​ໂດຍ​ທຳທ່າ​ວ່າ​ຢາກ​ເວົ້າ​ກັບ​ລາວ​ເປັນ​ທາງ​ສ່ວນຕົວ. ໃນ​ທີ່ນັ້ນ ໂຢອາບ​ໄດ້​ໃຊ້​ມີດ​ແທງ​ທີ່​ທ້ອງ​ຂອງ​ລາວ. ອັບເນ​ຖືກ​ລອບ​ສັງຫານ​ເຊັ່ນນີ້ ເພາະ​ລາວ​ໄດ້​ຂ້າ​ອາສາເຮນ​ນ້ອງຊາຍ​ໂຢອາບ.


ໂຢອາບ​ແລະ​ອາບີໄຊ​ນ້ອງຊາຍ​ຂອງຕົນ​ໄດ້​ລອບ​ສັງຫານ​ອັບເນ​ເພື່ອ​ແກ້ແຄ້ນ ເພາະ​ອັບເນ​ໄດ້​ຂ້າ​ອາສາເຮນ​ນ້ອງຊາຍ​ຂອງ​ພວກເຂົາ​ໃນ​ສະໜາມຮົບ​ທີ່​ກີເບໂອນ.


ຜູ້ຍິງ​ທີ່​ພວມ​ຫ່ອນ​ເຂົ້າ​ສາລີ​ທີ່​ປະຕູ​ເຮືອນ​ນັ້ນ​ຫິວນອນ​ຫລາຍ ນາງ​ຈຶ່ງ​ຫລັບ​ໄປ. ສະນັ້ນ ເຣກາບ​ແລະ​ບາອານາ​ຈຶ່ງ​ຢ່ອງ​ເຂົ້າ​ໄປ​ຂ້າງ​ໃນ.


ເວລາ​ຕໍ່ມາ ກະສັດ​ດາວິດ ແລະ​ພວກ​ທະຫານ​ຂອງ​ເພິ່ນ​ໄດ້​ໄປ​ໂຈມຕີ​ນະຄອນ​ເຢຣູຊາເລັມ. ຊາວ​ເຢບຸດ​ຢູ່​ໃນ​ເມືອງ​ນີ້​ຄິດ​ວ່າ ກະສັດ​ດາວິດ​ບໍ່ມີ​ຄວາມ​ສາມາດ​ຕີ​ເອົາ​ເມືອງ​ໄດ້​ຈຶ່ງ​ເວົ້າ​ຕໍ່​ເພິ່ນ​ວ່າ, “ທ່ານ​ຈະ​ເຂົ້າ​ມາ​ໃນ​ເມືອງ​ນີ້​ບໍ່ໄດ້ດອກ ແມ່ນແຕ່​ຄົນ​ຕາບອດ ແລະ​ຄົນ​ຂາ​ພິການ​ກໍ​ຈະ​ກີດຂວາງ​ທ່ານ​ໄວ້​ໄດ້.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka