22 ອັບເນບອກລາວອີກວ່າ, “ຢຸດໄລ່ຕາມຂ້ອຍສາ ເປັນຫຍັງຈຶ່ງໃຫ້ຂ້ອຍຕ້ອງຂ້າເຈົ້າ ແລະຂ້ອຍຈະສູ້ໜ້າກັບໂຢອາບອ້າຍຂອງເຈົ້າໄດ້ຢ່າງໃດ?”
ອັບເນບອກລາວວ່າ, “ເຊົາໄລ່ຕາມຂ້ອຍ ໃຫ້ໄລ່ຕາມທະຫານຄົນອື່ນ ແລະຢຶດເອົາສິ່ງຂອງທີ່ເຂົາມີສາ,” ແຕ່ອາສາເຮນຍັງໄລ່ຕາມອັບເນໄປຢູ່.
ເມື່ອອັບເນມາເຖິງເມືອງເຮັບໂຣນ ໂຢອາບຈຶ່ງພາລາວຫລີກໄປທາງປະຕູເມືອງໂດຍທຳທ່າວ່າຢາກເວົ້າກັບລາວເປັນທາງສ່ວນຕົວ. ໃນທີ່ນັ້ນ ໂຢອາບໄດ້ໃຊ້ມີດແທງທີ່ທ້ອງຂອງລາວ. ອັບເນຖືກລອບສັງຫານເຊັ່ນນີ້ ເພາະລາວໄດ້ຂ້າອາສາເຮນນ້ອງຊາຍໂຢອາບ.
ຄົນທີ່ສືບຕໍ່ດື້ດ້ານຕໍ່ຄຳບອກສອນ ກໍຈະຫຼົ້ມຈົມຈົນເຫລືອແກ້ໃນມື້ໜຶ່ງ.
ເຫດການທັງຫລາຍທີ່ເກີດຂຶ້ນດຽວນີ້ ແມ່ນໄດ້ຖືກກຳນົດໄວ້ແລ້ວແຕ່ນານ ແລະພວກເຮົາທຸກຄົນກໍຮູ້ວ່າມະນຸດ ໂຕ້ຖຽງກັບຜູ້ໃດຜູ້ໜຶ່ງທີ່ແຂງແຮງກວ່າຕົນກໍບໍ່ໄດ້.
ກະສັດໂຊນຈຶ່ງຖາມມີການວ່າ, “ເປັນຫຍັງລູກຈຶ່ງຫລອກລວງພໍ່ເຊັ່ນນີ້ ໂດຍປ່ອຍໃຫ້ສັດຕູຂອງພໍ່ໜີໄປ.” ນາງຕອບວ່າ, “ລາວວ່າຈະຂ້າລູກຖິ້ມ ຖ້າລູກບໍ່ຊ່ວຍລາວໃຫ້ໜີໄປ.”