19 ໄລ່ຕາມອັບເນຢ່າງບໍ່ລົດລະ
ລູກຊາຍສາມຄົນຂອງນາງເຊຣູອີຢາ: ໂຢອາບ, ອາບີໄຊ ແລະອາສາເຮນກໍຢູ່ໃນທີ່ນັ້ນດ້ວຍ. ສ່ວນອາສາເຮນຜູ້ແລ່ນໄວເໝືອນຟານປ່ານັ້ນ
ອັບເນຫລຽວຄືນຫລັງທັງເວົ້າວ່າ, “ອາສາເຮນ, ແມ່ນເຈົ້າບໍ?” ອາສາເຮນຕອບວ່າ, “ແມ່ນແລ້ວ.”
ອັບເນບອກລາວວ່າ, “ເຊົາໄລ່ຕາມຂ້ອຍ ໃຫ້ໄລ່ຕາມທະຫານຄົນອື່ນ ແລະຢຶດເອົາສິ່ງຂອງທີ່ເຂົາມີສາ,” ແຕ່ອາສາເຮນຍັງໄລ່ຕາມອັບເນໄປຢູ່.
ເມື່ອອັບເນມາເຖິງເມືອງເຮັບໂຣນ ໂຢອາບຈຶ່ງພາລາວຫລີກໄປທາງປະຕູເມືອງໂດຍທຳທ່າວ່າຢາກເວົ້າກັບລາວເປັນທາງສ່ວນຕົວ. ໃນທີ່ນັ້ນ ໂຢອາບໄດ້ໃຊ້ມີດແທງທີ່ທ້ອງຂອງລາວ. ອັບເນຖືກລອບສັງຫານເຊັ່ນນີ້ ເພາະລາວໄດ້ຂ້າອາສາເຮນນ້ອງຊາຍໂຢອາບ.
ໂຢອາບແລະອາບີໄຊນ້ອງຊາຍຂອງຕົນໄດ້ລອບສັງຫານອັບເນເພື່ອແກ້ແຄ້ນ ເພາະອັບເນໄດ້ຂ້າອາສາເຮນນ້ອງຊາຍຂອງພວກເຂົາໃນສະໜາມຮົບທີ່ກີເບໂອນ.
ກະສັດໂຢສີຢາເຮັດໃນສິ່ງທີ່ພຣະເຈົ້າຢາເວພໍໃຈ; ເພິ່ນເຮັດຕາມແບບຢ່າງຂອງກະສັດດາວິດບັນພະບຸລຸດຂອງເພິ່ນ ໂດຍເຊື່ອຟັງຢ່າງເຄັ່ງຄັດກົດບັນຍັດທັງໝົດຂອງພຣະເຈົ້າ.
ຈົ່ງຫລີກເວັ້ນຈາກຄວາມຊົ່ວ ແລະຍ່າງຊື່ກົງໄປ ຢ່າກ້າວອອກໄປຈາກທາງເດີນທີ່ຖືກຕ້ອງ.
ຈົ່ງມີໃຈເດັດດ່ຽວແລະກ້າຫານ ແລະໃຫ້ແນ່ໃຈວ່າເຈົ້າເຊື່ອຟັງກົດບັນຍັດທຸກຂໍ້ຂອງເຮົາ ທີ່ໂມເຊຜູ້ຮັບໃຊ້ຂອງເຮົາໄດ້ມອບໃຫ້ແກ່ເຈົ້າ. ຢ່າປະຖິ້ມຂໍ້ໃດຂໍ້ໜຶ່ງ ແລະເຈົ້າຈະໄດ້ປະສົບຄວາມສຳເລັດໃນທຸກບ່ອນທີ່ເຈົ້າໄປ.
ດັ່ງນັ້ນ ຈົ່ງຕັ້ງໃຈເຊື່ອຟັງແລະປະຕິບັດຕາມທຸກໆສິ່ງ ທີ່ໄດ້ມີຂຽນໄວ້ໃນປື້ມກົດບັນຍັດຂອງໂມເຊ. ຢ່າລະເລີຍຂໍ້ໃດຂໍ້ໜຶ່ງ