Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 2:18 - ພຣະຄຳພີສັກສິ

18 ລູກຊາຍ​ສາມ​ຄົນ​ຂອງ​ນາງ​ເຊຣູອີຢາ: ໂຢອາບ, ອາບີໄຊ ແລະ​ອາສາເຮນ​ກໍ​ຢູ່​ໃນ​ທີ່ນັ້ນ​ດ້ວຍ. ສ່ວນ​ອາສາເຮນ​ຜູ້​ແລ່ນ​ໄວ​ເໝືອນ​ຟານ​ປ່າ​ນັ້ນ

Uka jalj uñjjattʼäta Copia luraña




2 ຊາມູເອນ 2:18
19 Jak'a apnaqawi uñst'ayäwi  

ໂຊນ​ກັບ​ໂຢນາທານ​ໜ້າ​ຮັກແພງ​ອີຫລີ ມີ​ຊີວິດ​ຢູ່​ນຳກັນ ແລະ​ຕາຍໄປ​ນຳກັນ​ດ້ວຍ; ທັງສອງ​ວ່ອງໄວ​ແທ້ໆ​ດັ່ງ​ນົກ​ອີນຊີ ແຂງແຮງ​ກວ່າ​ໂຕສິງ​ທັງຝູງ​ພຸ້ນ.


ໂຢອາບ​ລູກຊາຍ​ຂອງ​ເຊຣູອີຢາ​ຮູ້​ວ່າ​ກະສັດ​ດາວິດ​ຄິດຮອດ​ອັບຊາໂລມ​ຫລາຍ​ທີ່ສຸດ


ໄລ່​ຕາມ​ອັບເນ​ຢ່າງ​ບໍ່​ລົດລະ


ພຣະອົງ​ໃຫ້​ຂ້ານ້ອຍ​ຍ່າງ​ຄ່ອງແຄ້ວ​ດັ່ງ​ໂຕກວາງ ທີ່​ເທິງ​ພູເຂົາ​ຊົງ​ຮັກສາ​ຂ້ານ້ອຍ​ໃຫ້​ປອດໄພ​ໄດ້.


ສະມາຊິກ​ຄົນອື່ນໆ​ໃນ​ຈຳນວນ​ທະຫານ​ເອກ​ສາມສິບ​ຄົນ​ນັ້ນ​ມີ​ດັ່ງນີ້: ອາສາເຮນ ນ້ອງ​ຊາຍ​ຂອງ​ໂຢອາບ; ເອນຮານານ ລູກຊາຍ​ຂອງ​ໂດໂດ ຊາວ​ເມືອງ​ເບັດເລເຮັມ.


ຍັງ​ມີ​ເລື່ອງ​ອື່ນ​ອີກ ເຈົ້າ​ຈື່​ໄດ້​ບໍ​ສິ່ງ​ທີ່​ໂຢອາບ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ​ໄດ້​ເຮັດ​ຕໍ່​ພໍ່ ໂດຍ​ໄດ້​ຂ້າ​ຜູ້​ບັນຊາການ​ກອງທັບ​ຂອງ​ຊາດ​ອິດສະຣາເອນ​ສອງ​ຄົນ ຄື​ອັບເນ​ລູກຊາຍ​ຂອງ​ເນຣະ ແລະ​ອາມາສາ​ລູກຊາຍ​ຂອງ​ເຢເທີ. ເຈົ້າ​ຈື່​ໄດ້​ບໍ​ວ່າ​ລາວ​ໄດ້​ຂ້າ​ພວກເຂົາ​ໃນ​ຍາມ​ສະຫງົບສຸກ ເພື່ອ​ແກ້ແຄ້ນ​ໃຫ້​ແກ່​ພວກ​ທີ່​ຕາຍໄປ​ໃນ​ຍາມ​ສົງຄາມ. ລາວ​ຂ້າ​ຄົນ​ທີ່​ບໍ່ມີ​ຄວາມຜິດ ບັດນີ້ ພໍ່​ຕ້ອງ​ຮັບຜິດຊອບ​ຕໍ່​ການ​ກະທຳ​ຂອງ​ລາວ ແລະ​ພໍ່​ຕ້ອງ​ຮັບ​ຄວາມ​ທໍລະມານ ໃນ​ຜົນ​ກຳ​ນັ້ນ.


ພວກ​ທີ່​ມີ​ຊື່​ຕໍ່ໄປນີ້​ແມ່ນ​ທະຫານ​ດີ​ເດັ່ນ ມີ​ດັ່ງນີ້: ອາສາເຮນ ນ້ອງຊາຍ​ຂອງ​ໂຢອາບ, ເອນຮານານ ລູກຊາຍ​ຂອງ​ໂດໂດ ເປັນ​ຊາວ​ເມືອງ​ເບັດເລເຮັມ,


ຄົນ​ເຫຼົ່ານີ້​ແມ່ນ​ທະຫານ ທີ່​ມີ​ຊື່ສຽງ​ແລະ​ຊຳນິ​ຊຳນານ​ໃນ​ການ​ຮົບ​ຈາກ​ເຜົ່າກາດ ທີ່​ໄດ້​ເຂົ້າ​ຮ່ວມ​ກັບ​ທະຫານ​ຂອງ​ດາວິດ ເມື່ອ​ເພິ່ນ​ຢູ່​ໃນ​ປ້ອມ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ. ພວກເຂົາ​ເກັ່ງກ້າ​ແລະ​ຊ່ຽວຊານ​ໃນ​ການ​ໃຊ້​ໂລ້​ແລະ​ຫອກ ເບິ່ງ​ໂຫດຮ້າຍ​ເໝືອນ​ສິງ ແລະ​ວ່ອງໄວ​ເໝືອນ​ກວາງ​ທີ່​ເທິງ​ພູເຂົາ.


ພວກເຂົາ​ໄດ້​ຮັບ​ຕຳແໜ່ງ​ຕາມ​ລຳດັບ​ຂັ້ນ ດັ່ງນີ້: ເອເຊ​ເປັນ​ຫົວໜ້າ, ໂອບາດີຢາ ທີສອງ, ເອລີອາບ ທີສາມ,


ພຣະອົງ​ເຮັດ​ໃຫ້​ຂ້ານ້ອຍ​ຍ່າງ​ຄ່ອງແຄ້ວ​ດັ່ງ​ໂຕກວາງ ພຣະອົງ​ຊົງ​ຮັກສາ​ໃຫ້​ຂ້ານ້ອຍ​ປອດໄພ​ຢູ່​ເທິງ​ພູສູງ.


ຂ້າພະເຈົ້າ​ຍັງ​ເຫັນ​ຫລາຍໆ​ສິ່ງ​ອີກ​ຢູ່ໃຕ້​ດວງຕາເວັນ. ນັກແລ່ນ​ໄວ​ບໍ່ແມ່ນ​ຈະ​ໄດ້​ຊະນະ​ໃນ​ການ​ແຂ່ງຂັນ​ສະເໝີ​ໄປ ແລະ​ຄົນ​ກ້າຫານ​ຫລາຍ​ບໍ່ແມ່ນ​ຈະ​ຕີ​ຊະນະ​ໃນ​ສະໜາມຮົບ​ສະເໝີ​ໄປ. ຄົນມີ​ປັນຍາ​ບໍ່ແມ່ນ​ຈະ​ທຳມາ​ຫາກິນ​ລ້ຽງຊີບ​ຢ່າງ​ສະດວກ​ສະບາຍ​ສະເໝີ​ໄປ; ຄົນສະຫລາດ​ບໍ່ແມ່ນ​ຈະ​ຮັ່ງມີ​ເປັນດີ​ສະເໝີ​ໄປ ແລະ​ຄົນ​ທີ່​ມີ​ຄວາມ​ສາມາດ​ບໍ່ແມ່ນ​ຈະ​ໄດ້​ຂຶ້ນ​ສູ່​ຕຳແໜ່ງ​ສູງ​ສະເໝີ​ໄປ. ແຕ່​ກຳນົດ​ເວລາ​ແລະ​ໂອກາດ​ເກີດຂຶ້ນ​ກັບ​ທຸກໆ​ຄົນ.


ຈົນເຖິງ​ຍາມ​ເຊົ້າຕູ່​ເມື່ອ​ມີ​ລົມ​ພັດ​ວີວ​ມາ ຄວາມ​ມືດໜາ​ກໍ​ຂ້ອນ​ຫາຍ​ຈືດຈາງ​ໄປສິ້ນ. ສຸດທີ່ຮັກ​ເອີຍ ມາ​ເຖີດ ຈົ່ງ​ກັບ​ມາ​ດັ່ງ​ເຍືອງ​ເຖິກ ດັ່ງ​ກວາງໜຸ່ມເຖິກ​ທີ່​ເທິງ​ພູ​ເບັດເອ​ພຸ້ນ.


ທີ່ຮັກ​ຂອງນ້ອງ​ເອີຍ ຈົ່ງ​ມາ​ຫາ​ນ້ອງ​ເຖີດ ມາ​ດັ່ງ​ເຍືອງ​ເຖິກ ແລະ​ດັ່ງ​ກວາງໜຸ່ມ​ຢູ່​ເທິງ​ພູເຂົາ ບ່ອນ​ທີ່​ມີ​ຕົ້ນ​ກະຖິນເທດ​ເກີດຂຶ້ນ.


ຜູ້​ທີ່​ວ່ອງໄວ​ທີ່ສຸດ​ກໍ​ບໍ່​ສາມາດ​ແລ່ນ​ໜີ​ພົ້ນ​ໄປ​ໄດ້; ຜູ້​ທີ່​ແຂງແຮງ​ກໍ​ຈະ​ສູນເສຍ​ກຳລັງ ແລະ​ພວກ​ນາຍ​ທະຫານ​ກໍ​ບໍ່​ສາມາດ​ຊ່ວຍ​ຊີວິດ​ຂອງຕົນ​ໃຫ້​ພົ້ນ​ໄດ້.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າຢາເວ ຊົງ​ເປັນ​ກຳລັງ​ຂອງ​ຂ້ານ້ອຍ. ພຣະອົງ​ເຮັດ​ໃຫ້​ຂ້ານ້ອຍ​ແລ່ນ​ທຸ່ນທ່ຽງ​ເໝືອນ​ດັ່ງ​ກວາງ ແລະ​ຮັກສາ​ຂ້ານ້ອຍ​ໃຫ້​ປອດໄພ ຢູ່​ທີ່​ເທິງ​ພູ​ທັງຫລາຍ​ນັ້ນ.


ແລ້ວ​ດາວິດ​ກໍ​ຖາມ​ອາຮີເມເຫຼັກ​ຄົນ​ຮິດຕີ ແລະ​ອາບີໄຊ​ນ້ອງຊາຍ​ຂອງ​ໂຢອາບ (ສອງ​ຄົນ​ນີ້​ເປັນ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ) ວ່າ, “ແມ່ນ​ຜູ້ໃດ​ຈະ​ໄປ​ທີ່​ຄ້າຍ​ຂອງ​ກະສັດ​ໂຊນ​ນຳ​ຂ້ອຍ​ແດ່?” ອາບີໄຊ​ຕອບ​ວາ, “ຂ້ານ້ອຍ​ຈະ​ໄປ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka