Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 2:16 - ພຣະຄຳພີສັກສິ

16 ແຕ່ລະຄົນ​ຕ່າງ​ກໍ​ກອດ​ຫົວ​ຂອງ​ຄູ່​ຕໍ່ສູ້​ໃຜ​ລາວ​ໄວ້ ແລະ​ໃຊ້​ດາບ​ແທງ​ຂ້າງ​ຄູ່​ຕໍ່ສູ້​ຂອງຕົນ ແລະ​ທັງ​ຊາວສີ່​ຄົນ ໄດ້​ລົ້ມ​ຕາຍ​ພ້ອມ​ກັນ. ດັ່ງນັ້ນ ຄົນ​ຈຶ່ງ​ເອີ້ນ​ບ່ອນ​ນີ້​ວ່າ, “ທົ່ງ​ດາບ.”

Uka jalj uñjjattʼäta Copia luraña




2 ຊາມູເອນ 2:16
7 Jak'a apnaqawi uñst'ayäwi  

ອັບເນ​ເວົ້າ​ຕໍ່​ໂຢອາບ​ວ່າ, “ໃຫ້​ບັນດາ​ຊາຍໜຸ່ມ​ບາງຄົນ​ຂອງ​ແຕ່ລະ​ຝ່າຍ ລອງ​ສີມື​ຮົບ​ກັນ​ເບິ່ງດູ.” ໂຢອາບ​ຕອບ​ວ່າ, “ຕົກລົງ.”


ດັ່ງນັ້ນ ຈຶ່ງ​ມີ​ຊາຍໜຸ່ມ​ສິບສອງ​ຄົນ​ຈາກ​ຝ່າຍ​ອີຊະໂບເຊັດ ແລະ​ເຜົ່າ​ເບັນຢາມິນ ຮົບ​ກັບ​ຊາຍໜຸ່ມ​ສິບສອງ​ຄົນ​ຂອງ​ກະສັດ​ດາວິດ.


ແລ້ວ​ການ​ສູ້ຮົບ​ກັນ​ກໍ​ລະເບີດ​ຂຶ້ນ​ຢ່າງ​ດຸເດືອດ. ທະຫານ​ຝ່າຍ​ກະສັດ​ດາວິດ​ໄດ້​ເອົາ​ຊະນະ​ອັບເນ​ແລະ​ຊາວ​ອິດສະຣາເອນ.


ອັບເນ​ຮ້ອງ​ໃສ່​ໂຢອາບ​ວ່າ, “ພວກເຮົາ​ຕ້ອງ​ສູ້ຮົບ​ກັນ​ຕະຫລອດໄປ​ຊັ້ນບໍ? ເຈົ້າ​ບໍ່​ເຫັນ​ບໍ​ວ່າ​ໃນ​ທີ່ສຸດ​ບໍ່ມີ​ຫຍັງ​ໝົດ​ນອກຈາກ​ຄວາມ​ຂົມຂື່ນ​ແຕ່​ເທົ່ານັ້ນ. ພວກເຮົາ​ເປັນ​ພີ່ນ້ອງ​ຊາດ​ດຽວກັນ ເຫິງ​ປານໃດ​ເຈົ້າ​ຈຶ່ງ​ຈະ​ສັ່ງ​ຄົນ​ຂອງ​ເຈົ້າ ໃຫ້​ເຊົາ​ໄລ່​ຕາມ​ພວກຂ້ອຍ?”


ແຕ່ລະຄົນ​ຕ່າງ​ກໍໄດ້​ຂ້າ​ຄູ່​ຕໍ່ສູ້​ຂອງຕົນ. ຝ່າຍ​ພວກ​ຊີເຣຍ​ນັ້ນ​ໄດ້​ປົບໜີໄປ ແລະ​ພວກ​ອິດສະຣາເອນ​ກໍ​ໄລ່​ຕິດຕາມ​ພວກເຂົາ​ໄປ​ຢ່າງ​ບໍ່​ລົດລະ ແຕ່​ກະສັດ​ເບັນຮາດາດ​ໄດ້​ຂີ່​ມ້າ​ປົບໜີໄປ ໂດຍ​ມີ​ທະຫານ​ມ້າ​ບາງຄົນ​ຕິດຕາມ​ໄປ​ນຳ.


ຊາວ​ນະຄອນ​ເຢຣູຊາເລັມ​ທຸກຄົນ ຕ່າງ​ກໍໄດ້​ຮູ້​ເຖິງ​ເຫດການ​ນີ້. ດັ່ງນັ້ນ ພວກເຂົາ​ຈຶ່ງ​ເອີ້ນ​ດິນ​ຕອນ​ນີ້​ຕາມ​ພາສາ​ຂອງ​ພວກ​ຕົນ​ວ່າ ອະເກັນດາມາ ຊຶ່ງ​ໝາຍຄວາມວ່າ ນາເລືອດ)


ເຂດແດນ​ຂອງ​ພວກເຂົາ​ມີ​ດັ່ງນີ້: ເຮນກາດ, ຮາລີ, ເບເຕນ, ອັກຊັບ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka