15 ດັ່ງນັ້ນ ຈຶ່ງມີຊາຍໜຸ່ມສິບສອງຄົນຈາກຝ່າຍອີຊະໂບເຊັດ ແລະເຜົ່າເບັນຢາມິນ ຮົບກັບຊາຍໜຸ່ມສິບສອງຄົນຂອງກະສັດດາວິດ.
ອັບເນເວົ້າຕໍ່ໂຢອາບວ່າ, “ໃຫ້ບັນດາຊາຍໜຸ່ມບາງຄົນຂອງແຕ່ລະຝ່າຍ ລອງສີມືຮົບກັນເບິ່ງດູ.” ໂຢອາບຕອບວ່າ, “ຕົກລົງ.”
ແຕ່ລະຄົນຕ່າງກໍກອດຫົວຂອງຄູ່ຕໍ່ສູ້ໃຜລາວໄວ້ ແລະໃຊ້ດາບແທງຂ້າງຄູ່ຕໍ່ສູ້ຂອງຕົນ ແລະທັງຊາວສີ່ຄົນ ໄດ້ລົ້ມຕາຍພ້ອມກັນ. ດັ່ງນັ້ນ ຄົນຈຶ່ງເອີ້ນບ່ອນນີ້ວ່າ, “ທົ່ງດາບ.”
ອັບເນລູກຊາຍຂອງເນຣະ ຜູ້ບັນຊາການທະຫານຂອງກະສັດໂຊນ ໄດ້ປົບໜີໄປກັບອີຊະໂບເຊັດລູກຊາຍຂອງກະສັດໂຊນ. ພວກເຂົາໄດ້ຂ້າມແມ່ນໍ້າຈໍແດນໄປທີ່ເມືອງມະຫານາອິມ.