Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 2:13 - ພຣະຄຳພີສັກສິ

13 ໂຢອາບ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ ແລະ​ບັນດາ​ຂ້າຣາຊການ​ຄົນອື່ນໆ​ຂອງ​ກະສັດ​ດາວິດ​ໄດ້​ໄປ​ພົບ​ພວກເຂົາ​ທີ່​ສະນໍ້າ​ກີເບໂອນ ບ່ອນ​ທີ່​ຕ່າງ​ຝ່າຍ​ຕ່າງ​ກໍ​ຕັ້ງ​ທ່າ​ຢູ່​ຟາກ​ສະນໍ້າ​ແຕ່ລະ​ເບື້ອງ.

Uka jalj uñjjattʼäta Copia luraña




2 ຊາມູເອນ 2:13
13 Jak'a apnaqawi uñst'ayäwi  

ລູກຊາຍ​ສາມ​ຄົນ​ຂອງ​ນາງ​ເຊຣູອີຢາ: ໂຢອາບ, ອາບີໄຊ ແລະ​ອາສາເຮນ​ກໍ​ຢູ່​ໃນ​ທີ່ນັ້ນ​ດ້ວຍ. ສ່ວນ​ອາສາເຮນ​ຜູ້​ແລ່ນ​ໄວ​ເໝືອນ​ຟານ​ປ່າ​ນັ້ນ


ໂຢອາບ​ເປັນ​ຜູ້​ບັນຊາການ​ກອງທັບ​ຂອງ​ຊາດ​ອິດສະຣາເອນ. ເບນາອີຢາ ລູກຊາຍ​ຂອງ​ເຢໂຮຍອາດາ​ເປັນ​ຜູ້​ບັນຊາການ​ທະຫານ​ຊາວ​ເກເຣັດ​ແລະ​ຊາວ​ເປເລັດ.


ເມື່ອ​ພວກເຂົາ​ມາ​ຮອດ​ໂງ່ນຫີນ​ໃຫຍ່​ທີ່​ກີເບໂອນ​ນັ້ນ, ອາມາສາ​ໄດ້​ມາ​ພົບ​ພວກເຂົາ. ໂຢອາບ​ນຸ່ງ​ເຄື່ອງ​ອອກ​ສູ້ຮົບ​ໂດຍ​ມີ​ດາບ​ຢູ່​ໃນ​ຝັກ​ຄັດ​ແອວ​ໄວ້. ໃນ​ຂະນະທີ່​ໂຢອາບ​ຍ່າງ​ກ້າວ​ເຂົ້າ​ມາ​ນັ້ນ ດາບ​ຂອງ​ລາວ​ຫລຸດ​ລົງ.


ສະມາຊິກ​ຄົນອື່ນໆ​ໃນ​ຈຳນວນ​ທະຫານ​ເອກ​ສາມສິບ​ຄົນ​ນັ້ນ​ມີ​ດັ່ງນີ້: ອາສາເຮນ ນ້ອງ​ຊາຍ​ຂອງ​ໂຢອາບ; ເອນຮານານ ລູກຊາຍ​ຂອງ​ໂດໂດ ຊາວ​ເມືອງ​ເບັດເລເຮັມ.


ໂຢອາບ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ ເປັນ​ຜູ້​ບັນຊາການ​ກອງທັບ; ສ່ວນ​ເຢໂຮຊາຟັດ​ລູກຊາຍ​ຂອງ​ອາຮີລຸດ ເປັນ​ຜູ້​ບັນທຶກ;


ລາວ​ໄດ້​ປຶກສາ​ກັບ​ໂຢອາບ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ ແລະ​ກັບ​ປະໂຣຫິດ​ອາບີອາທາ ແລະ​ທັງສອງ​ຄົນ​ນີ້​ໄດ້​ຕົກລົງ​ຮ່ວມມື​ກັບ​ລາວ.


ຍັງ​ມີ​ເລື່ອງ​ອື່ນ​ອີກ ເຈົ້າ​ຈື່​ໄດ້​ບໍ​ສິ່ງ​ທີ່​ໂຢອາບ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ​ໄດ້​ເຮັດ​ຕໍ່​ພໍ່ ໂດຍ​ໄດ້​ຂ້າ​ຜູ້​ບັນຊາການ​ກອງທັບ​ຂອງ​ຊາດ​ອິດສະຣາເອນ​ສອງ​ຄົນ ຄື​ອັບເນ​ລູກຊາຍ​ຂອງ​ເນຣະ ແລະ​ອາມາສາ​ລູກຊາຍ​ຂອງ​ເຢເທີ. ເຈົ້າ​ຈື່​ໄດ້​ບໍ​ວ່າ​ລາວ​ໄດ້​ຂ້າ​ພວກເຂົາ​ໃນ​ຍາມ​ສະຫງົບສຸກ ເພື່ອ​ແກ້ແຄ້ນ​ໃຫ້​ແກ່​ພວກ​ທີ່​ຕາຍໄປ​ໃນ​ຍາມ​ສົງຄາມ. ລາວ​ຂ້າ​ຄົນ​ທີ່​ບໍ່ມີ​ຄວາມຜິດ ບັດນີ້ ພໍ່​ຕ້ອງ​ຮັບຜິດຊອບ​ຕໍ່​ການ​ກະທຳ​ຂອງ​ລາວ ແລະ​ພໍ່​ຕ້ອງ​ຮັບ​ຄວາມ​ທໍລະມານ ໃນ​ຜົນ​ກຳ​ນັ້ນ.


ດາວິດ​ໄດ້​ເວົ້າ​ວ່າ, “ຜູ້​ທຳອິດ​ທີ່​ຂ້າ​ຄົນ​ເຢບຸດ ຈະ​ໄດ້​ເປັນ​ຜູ້​ບັນຊາການ​ທະຫານ” ສະນັ້ນ ໂຢອາບ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ​ຈຶ່ງ​ເປັນ​ຜູ້​ນຳພາ​ບຸກໂຈມຕີ​ເມືອງ​ນີ້ ແລະ​ໄດ້​ເປັນ​ຜູ້​ບັນຊາການ​ທະຫານ.


ເພິ່ນ​ຍັງ​ມີ​ລູກສາວ​ສອງ​ຄົນ ດັ່ງນີ້: ນາງ​ເຊຣູອີຢາ ແລະ​ນາງ​ອາບີກາຍ. ນາງ​ເຊຣູອີຢາ​ລູກສາວ​ຂອງ​ເຢຊີ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ອາບີໄຊ, ໂຢອາບ ແລະ​ອາສາເຮນ.


ສະນັ້ນ ພວກເຂົາ​ຈຶ່ງ​ຕາມ​ລາວ​ໄປ​ພ້ອມ​ກັບ​ຄົນ​ຂອງ​ພວກ​ຕົນ ແລະ​ໄປ​ທັນ​ລາວ​ໃກ້​ສະ​ນໍ້າ​ໃຫຍ່​ທີ່​ເມືອງ​ກີເບໂອນ.


ແລ້ວ​ດາວິດ​ກໍ​ຖາມ​ອາຮີເມເຫຼັກ​ຄົນ​ຮິດຕີ ແລະ​ອາບີໄຊ​ນ້ອງຊາຍ​ຂອງ​ໂຢອາບ (ສອງ​ຄົນ​ນີ້​ເປັນ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ) ວ່າ, “ແມ່ນ​ຜູ້ໃດ​ຈະ​ໄປ​ທີ່​ຄ້າຍ​ຂອງ​ກະສັດ​ໂຊນ​ນຳ​ຂ້ອຍ​ແດ່?” ອາບີໄຊ​ຕອບ​ວາ, “ຂ້ານ້ອຍ​ຈະ​ໄປ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka