12 ອັບເນລູກຂອງເນຣະແລະບັນດາຂ້າຣາຊການຂອງເຈົ້າອີຊະໂບເຊັດລູກຊາຍຂອງໂຊນ ໄດ້ອອກຈາກເມືອງມະຫານາອິມໄປທີ່ເມືອງກີເບໂອນ.
ພໍເຫັນເທວະດາຕົນນັ້ນ ເພິ່ນຈຶ່ງເວົ້າວ່າ, “ນີ້ແມ່ນຄ້າຍຂອງພຣະເຈົ້າ.” ສະນັ້ນ ເພິ່ນຈຶ່ງໃສ່ຊື່ໃຫ້ບ່ອນນັ້ນວ່າ ມະຫານາອິມ.
ອັບຊາໂລມແລະຊາວອິດສະຣາເອນທຸກຄົນຈຶ່ງເວົ້າວ່າ, “ຄຳແນະນຳຂອງຮູຊາຍຊາວອາກກິດນີ້ດີກວ່າຄຳແນະນຳຂອງອາຮີໂຕເຟນ.” ພຣະເຈົ້າຢາເວຕັດສິນໃຈບໍ່ໃຫ້ອັບຊາໂລມເຮັດຕາມຄຳແນະນຳທີ່ດີຂອງອາຮີໂຕເຟນ ເພື່ອວ່າພຣະເຈົ້າຢາເວຈະໃຫ້ຄວາມພິນາດຕົກຖືກອັບຊາໂລມ.
ອັບເນລູກຊາຍຂອງເນຣະ ຜູ້ບັນຊາການທະຫານຂອງກະສັດໂຊນ ໄດ້ປົບໜີໄປກັບອີຊະໂບເຊັດລູກຊາຍຂອງກະສັດໂຊນ. ພວກເຂົາໄດ້ຂ້າມແມ່ນໍ້າຈໍແດນໄປທີ່ເມືອງມະຫານາອິມ.
ໃນມື້ທີ່ພຣະເຈົ້າຢາເວໄດ້ບັນດານໃຫ້ ພວກອິດສະຣາເອນຊະນະພວກອາໂມນັ້ນ ໂຢຊວຍໄດ້ກ່າວຕໍ່ພຣະເຈົ້າຢາເວຕໍ່ໜ້າຊາວອິດສະຣາເອນວ່າ, “ດວງອາທິດເອີຍ ຈົ່ງຢຸດຢູ່ທີ່ເມືອງກີເບໂອນສາ ດວງເດືອນເອີຍ ຈົ່ງຢຸດຢູ່ເທິງຮ່ອມພູໄອຢາໂລນເຖີດ.”
ປະຊາຊົນໃນເມືອງເຢຣູຊາເລັມພາກັນຕົກໃຈຫຼາຍກ່ຽວກັບຂ່າວນັ້ນ ຍ້ອນວ່າເມືອງກີເບໂອນເປັນເມືອງໃຫຍ່ເທົ່າກັບເມືອງໃດໆທີ່ມີກະສັດ ທັງໃຫຍ່ກວ່າເມືອງອາອີ ແລະ ທະຫານກໍເປັນນັກຮົບທີ່ເກັ່ງກ້າດ້ວຍ.
“ຂໍມາຊ່ວຍຂ້າພະເຈົ້າໂຈມຕີເອົາເມືອງກີເບໂອນແດ່ ເພາະຊາວເມືອງນີ້ໄດ້ເຮັດສັນຍາສັນຕິພາບກັບໂຢຊວຍ ແລະຊາວອິດສະຣາເອນແລ້ວ.”
ນອກນີ້ກໍຍັງມີເມືອງກີເບໂອນ, ຣາມາ, ເບເອໂຣດ,
ເມື່ອຊາວກີເບໂອນຜູ້ທີ່ເປັນຄົນຮີວີໄດ້ຍິນເຖິງເລື່ອງ ຊຶ່ງໂຢຊວຍໄດ້ເຮັດຕໍ່ເມືອງເຢຣິໂກແລະເມືອງອາອີ
ຖ້າຊະນະແລະຂ້າກູໄດ້ ພວກກູຈະຍອມເປັນທາດຮັບໃຊ້ຂອງພວກສູ, ແຕ່ຖ້າກູຊະນະ ພວກສູຈະຕ້ອງຕົກເປັນທາດຮັບໃຊ້ຂອງກູ.