ລູກທັງຫົກຄົນນັ້ນໄດ້ເກີດຢູ່ໃນເມືອງເຮັບໂຣນ ເວລາທີ່ກະສັດດາວິດໄດ້ປົກຄອງຢູ່ທີ່ນັ້ນເປັນເວລາເຈັດປີເຄິ່ງ. ກະສັດດາວິດໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມເປັນເວລາສາມສິບສາມປີ ແລະເພິ່ນໄດ້ລູກຊາຍອີກຫລາຍຄົນ. ນາງບັດເຊບາ ເມຍຂອງເພິ່ນເປັນລູກສາວຂອງອາມມີເອນ