Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 2:10 - ພຣະຄຳພີສັກສິ

10 ອີຊະໂບເຊັດ​ມີ​ອາຍຸ​ສີ່ສິບ​ປີ ເມື່ອ​ເພິ່ນ​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ. ເພິ່ນ​ໄດ້​ປົກຄອງ​ດິນແດນ​ເປັນ​ເວລາ​ສອງ​ປີ. ສ່ວນ​ເຜົ່າຢູດາ​ນັ້ນ​ຈົງຮັກ​ພັກດີ​ຕໍ່​ກະສັດ​ດາວິດ

Uka jalj uñjjattʼäta Copia luraña




2 ຊາມູເອນ 2:10
4 Jak'a apnaqawi uñst'ayäwi  

ແລະ​ກະສັດ​ດາວິດ​ໄດ້​ປົກຄອງ​ຊາວ​ຢູດາ​ຢູ່​ໃນ​ເມືອງ​ເຮັບໂຣນ​ເຈັດ​ປີ​ເຄິ່ງ.


ອັບເນ​ລູກຊາຍ​ຂອງ​ເນຣະ ຜູ້​ບັນຊາການ​ທະຫານ​ຂອງ​ກະສັດ​ໂຊນ ໄດ້​ປົບໜີໄປ​ກັບ​ອີຊະໂບເຊັດ​ລູກຊາຍ​ຂອງ​ກະສັດ​ໂຊນ. ພວກເຂົາ​ໄດ້​ຂ້າມ​ແມ່ນໍ້າ​ຈໍແດນ​ໄປ​ທີ່​ເມືອງ​ມະຫານາອິມ.


ຢູ່​ໃນ​ເມືອງ​ນີ້ ອັບເນ​ໄດ້​ແຕ່ງຕັ້ງ​ອີຊະໂບເຊັດ​ໃຫ້​ເປັນ​ກະສັດ​ປົກຄອງ ເຂດແດນ​ກີເລອາດ, ອາເຊ ຢິດຊະເຣນ, ເອຟຣາອິມ, ເບັນຢາມິນ ແລະ​ທົ່ວ​ທັງ​ດິນແດນ​ອິດສະຣາເອນ​ອີກ​ດ້ວຍ.


ຝ່າຍ​ດາວິດ​ຍັງ​ໄດ້​ສົ່ງ​ຄົນນຳຂ່າວ​ໄປ​ບອກ​ອີຊະໂບເຊັດ​ວ່າ, “ຂໍ​ໃຫ້​ສົ່ງ​ມີການ ເມຍ​ຂອງເຮົາ​ມາ​ໃຫ້​ເຮົາ. ເຮົາ​ໄດ້​ເອົາ​ໜັງ​ຫຸ້ມ​ປາຍ​ອະໄວຍະວະ​ລັບ​ຊາຍ​ຟີລິດສະຕິນ​ຮ້ອຍ​ຄົນ ເປັນ​ຄ່າ​ດອງ​ເພື່ອ​ເອົາ​ນາງ​ເປັນ​ເມຍ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka