Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 2:1 - ພຣະຄຳພີສັກສິ

1 ຫລັງຈາກ​ນັ້ນ​ແລ້ວ ດາວິດ​ກໍ​ຖາມ​ພຣະເຈົ້າຢາເວ​ວ່າ, “ຂ້ານ້ອຍ​ຄວນ​ໄປ​ຢຶດເອົາ​ເມືອງ​ໜຶ່ງ​ໃນ​ຢູດາຍ​ຫລື​ບໍ່?” ພຣະເຈົ້າຢາເວ​ຕອບ​ເພິ່ນ​ວ່າ, “ໄປ​ຢຶດເອົາ.” ດາວິດ​ຖາມ​ວ່າ, “ເມືອງໃດ?” ພຣະອົງ​ກ່າວ​ວ່າ, “ເມືອງ​ເຮັບໂຣນ.”

Uka jalj uñjjattʼäta Copia luraña




2 ຊາມູເອນ 2:1
26 Jak'a apnaqawi uñst'ayäwi  

ດັ່ງນັ້ນ ອັບຣາມ​ຈຶ່ງ​ຍົກຍ້າຍ​ຂະບວນ​ທີ່​ພັກ​ໄປ​ຕັ້ງ​ຢູ່​ໃກ້​ຕົ້ນໄມ້​ສັກສິດ​ຂອງ​ມຳເຣ​ທີ່​ເຮັບໂຣນ ແລະ​ໃນ​ທີ່ນັ້ນ ເພິ່ນ​ໄດ້​ສ້າງ​ແທ່ນບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ.


ພໍ​ເຫັນ​ເທວະດາ​ຕົນ​ນັ້ນ ເພິ່ນ​ຈຶ່ງ​ເວົ້າ​ວ່າ, “ນີ້​ແມ່ນ​ຄ້າຍ​ຂອງ​ພຣະເຈົ້າ.” ສະນັ້ນ ເພິ່ນ​ຈຶ່ງ​ໃສ່​ຊື່​ໃຫ້​ບ່ອນ​ນັ້ນ​ວ່າ ມະຫານາອິມ.


ຫລັງຈາກ​ນັ້ນ​ມາ​ສີ່​ປີ ອັບຊາໂລມ​ໄດ້​ເວົ້າ​ກັບ​ກະສັດ​ດາວິດ​ວ່າ, “ຂໍ​ຊົງ​ໂຜດ​ອະນຸຍາດ​ໃຫ້​ຂ້ານ້ອຍ​ໄປ​ເມືອງ​ເຮັບໂຣນ​ແດ່ທ້ອນ ເພື່ອ​ໄປ​ປະຕິບັດ​ຕາມ​ທີ່​ໄດ້​ສັນຍາ​ໄວ້​ກັບ​ພຣະເຈົ້າຢາເວ.


ແລະ​ກະສັດ​ດາວິດ​ໄດ້​ປົກຄອງ​ຊາວ​ຢູດາ​ຢູ່​ໃນ​ເມືອງ​ເຮັບໂຣນ​ເຈັດ​ປີ​ເຄິ່ງ.


ກະສັດ​ດາວິດ​ຖາມ​ພຣະເຈົ້າຢາເວ​ວ່າ, “ໃຫ້​ຂ້ານ້ອຍ​ໄປ​ໂຈມຕີ​ພວກ​ຟີລິດສະຕິນ​ຫລື​ບໍ່? ພຣະອົງ​ຈະ​ໃຫ້​ຂ້ານ້ອຍ​ຮົບ​ຊະນະ​ພວກເຂົາ​ຫລື​ບໍ່?” ພຣະເຈົ້າຢາເວ​ໄດ້ຕອບ​ວ່າ, “ຈົ່ງ​ໄປ​ໂຈມຕີ​ພວກເຂົາ ເຮົາ​ຈະ​ໃຫ້​ເຈົ້າ​ຮົບ​ຊະນະ.”


ກະສັດ​ດາວິດ​ຈຶ່ງ​ຖາມ​ພຣະເຈົ້າຢາເວ​ຕື່ມ ແລະ​ພຣະອົງ​ຕອບ​ວ່າ, “ຢ່າ​ໂຈມຕີ​ພວກເຂົາ​ໃນ​ບ່ອນ​ນີ້ ແຕ່​ໃຫ້​ອ້ອມ​ໄປ​ໂຈມຕີ​ພວກເຂົາ​ທາງ​ດ້ານຫລັງ​ຢູ່​ໃກ້​ກັບ​ຕົ້ນ​ມອນ.


ເພິ່ນ​ເປັນ​ກະສັດ​ປົກຄອງ​ຊາດ​ອິດສະຣາເອນ​ເປັນ​ເວລາ​ສີ່ສິບ​ປີ; ທີ່​ເຮັບໂຣນ​ເພິ່ນ​ໄດ້​ປົກຄອງ​ເຈັດ​ປີ ແລະ​ທີ່​ນະຄອນ​ເຢຣູຊາເລັມ​ປົກຄອງ​ສາມສິບສາມ​ປີ.


ດັ່ງ​ຕໍ່ໄປນີ້: ຄຳ​ໜຶ່ງຮ້ອຍ​ເກົ້າສິບ​ໂຕນ, ເງິນ​ສາມຮ້ອຍ​ແປດສິບ​ໂຕນ, ທອງສຳຣິດ​ຫົກຮ້ອຍ​ເຈັດສິບຫ້າ​ໂຕນ ແລະ​ເຫຼັກ​ສາມພັນ​ເຈັດຮ້ອຍ​ຫ້າສິບ​ໂຕນ.


ໂຊຣາ, ໄອຢາໂລນ ແລະ​ເຮັບໂຣນ.


ທຸກໆເຊົ້າ​ໂຜດ​ເຕືອນ​ເຖິງ​ຄວາມຮັກ​ອັນ​ໝັ້ນຄົງ ເພາະ​ຂ້ານ້ອຍ​ໄວ້ວາງໃຈ​ໃນ​ພຣະອົງ​ແລ້ວ. ຄຳພາວັນນາ​ອະທິຖານ​ຂອງ​ຂ້ານ້ອຍ​ກໍ​ຂຶ້ນ​ໄປຮອດ​ພຣະອົງ ໂຜດ​ຊີ້ທາງ​ແກ່​ຂ້ານ້ອຍ​ເພື່ອ​ກ້າວ​ເດີນ​ໄປ​ດ້ວຍ.


ຂ້ານ້ອຍ​ຂໍ​ຈາກ​ພຣະເຈົ້າຢາເວ​ພຽງແຕ່​ສິ່ງດຽວ ແມ່ນ​ສິ່ງ​ດຽວ​ເທົ່ານັ້ນ​ທີ່​ຂ້ານ້ອຍ​ຢາກ​ໄດ້ ຄື: ໃຫ້​ຂ້ານ້ອຍ​ໄດ້​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ຕະຫລອດໄປ ເພື່ອ​ຈະ​ເບິ່ງ​ຄວາມງາມ​ຂອງ​ພຣະເຈົ້າຢາເວ ແລະ​ເພື່ອ​ຈະ​ພິຈາລະນາ​ຮຽນຮູ້​ໃນ​ພຣະວິຫານ​ຂອງ​ພຣະອົງ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, ‘ອີກ​ຄັ້ງ​ໜຶ່ງ ເຮົາ​ຈະ​ໃຫ້​ຊາວ​ອິດສະຣາເອນ ຂໍ​ຄວາມ​ຊ່ວຍເຫລືອ​ຈາກ​ເຮົາ; ແລະ​ເຮົາ​ຈະ​ໃຫ້​ພວກເຂົາ​ເພີ່ມ​ຂຶ້ນ​ເປັນ​ຈຳນວນພົນ​ອັນ​ຫລວງຫລາຍ ດັ່ງ​ຝູງແກະ.


ພວກເຂົາ​ໄດ້​ໄປ​ທາງ​ເຂດໃຕ້​ຂອງ​ດິນແດນ​ກ່ອນ ແລະ​ຈຶ່ງ​ມາ​ເຖິງ​ເມືອງ​ເຮັບໂຣນ ບ່ອນ​ທີ່​ຕະກຸນ​ຕ່າງໆ​ຂອງ​ອາຮີມານ, ເຊຊາຍ ແລະ​ຕານໄມ ຊຶ່ງ​ເປັນ​ເຊື້ອສາຍ​ຂອງ​ຊົນຊາດ​ຮູບຮ່າງ​ໃຫຍ່​ອາໄສ​ຢູ່​ເອີ້ນ​ວ່າ, ອານາກີມ. (ເມືອງ​ເຮັບໂຣນ​ໄດ້​ຕັ້ງ​ຂຶ້ນ​ກ່ອນ​ເມືອງ​ໂຊອານ​ໃນ​ປະເທດ​ເອຢິບ​ເຈັດ​ປີ.)


ລາວ​ຈະ​ເພິ່ງ​ປະໂຣຫິດ​ເອເລອາຊາ ຜູ້​ທີ່​ຈະ​ຮຽນຮູ້​ຄວາມປະສົງ​ຂອງເຮົາ ໂດຍ​ໃຊ້​ອຸຣິມ​ແລະ​ທຸມມິມ ຕໍ່ໜ້າ​ພຣະເຈົ້າຢາເວ ອັນ​ນີ້​ຈະ​ແມ່ນ​ວິທີ​ທີ່​ເອເລອາຊາ ນຳພາ​ໂຢຊວຍ ແລະ​ຊຸມຊົນ​ອິດສະຣາເອນ ໃນ​ວຽກ​ການ​ທັງໝົດ​ຂອງ​ພວກເຂົາ.”


ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ແກ່​ໂຢຊວຍ ເພິ່ນ​ຈຶ່ງ​ໄດ້​ມອບ​ເຂດແດນ​ທີ່​ເປັນ​ສ່ວນ​ຂອງ​ເຜົ່າ​ຢູດາ ໃຫ້​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ ຄົນ​ໃນ​ເຜົ່າຢູດາ. ກາເລັບ​ໄດ້​ຮັບ​ເຮັບໂຣນ ເມືອງ​ຂອງ​ອາກບາ​ຜູ້​ທີ່​ເປັນ​ພໍ່​ຂອງ​ອານາກ.


ຫລັງຈາກ​ທີ່​ໂຢຊວຍ​ໄດ້​ຕາຍໄປ​ແລ້ວ ຊາວ​ອິດສະຣາເອນ​ກໍໄດ້​ຖາມ​ພຣະເຈົ້າຢາເວ​ວ່າ, “ໃນ​ພວກ​ຂ້ານ້ອຍ ແມ່ນ​ເຜົ່າໃດ​ທີ່​ຈະ​ເປັນ​ພວກ​ທຳອິດ​ໄປ​ໂຈມຕີ​ພວກ​ການາອານ​ກ່ອນ?”


ພວກເຂົາ​ຈຶ່ງ​ທູນ​ຖາມ​ພຣະເຈົ້າຢາເວ​ວ່າ, “ຍັງ​ມີ​ຄົນອື່ນ​ອີກ​ບໍ?” ພຣະເຈົ້າຢາເວ​ຈຶ່ງ​ຕອບ​ວ່າ, “ໂຊນ​ຢູ່​ຫັ້ນ​ເດ ພວມ​ລີ້​ຢູ່​ທາງຫລັງ​ເຄື່ອງ​ຂອງ.”


ສະນັ້ນ ລາວ​ຈຶ່ງ​ຖາມ​ພຣະເຈົ້າຢາເວ​ວ່າ, “ຂ້ານ້ອຍ​ຄວນ​ຈະ​ໄປ​ໂຈມຕີ​ພວກ​ຟີລິດສະຕິນ​ຫລື​ບໍ່?” ພຣະເຈົ້າຢາເວ​ຕອບ​ດາວິດ​ວ່າ, “ຄວນໄປ ໂຈມຕີ​ພວກເຂົາ​ແລະ​ຊ່ວຍ​ເອົາ​ເມືອງ​ເກອີລາ​ໄວ້.”


ສະນັ້ນ ດາວິດ​ຈຶ່ງ​ໄດ້​ປຶກສາ​ນຳ​ພຣະເຈົ້າຢາເວ​ອີກ ແລະ​ພຣະເຈົ້າຢາເວ​ກໍ​ຕອບ​ດາວິດ​ວ່າ, “ໄປ​ໂຈມຕີ​ເມືອງ​ເກອີລາ ແລະ​ເຮົາ​ຈະ​ໃຫ້​ເຈົ້າ​ມີ​ໄຊຊະນະ​ເໜືອ​ພວກ​ຟີລິດສະຕິນ.”


ເຮັບໂຣນ ແລະ​ໃຫ້​ທົ່ວ​ທຸກໆ​ບ່ອນ​ທີ່​ເພິ່ນ​ແລະ​ຄົນ​ທັງຫລາຍ​ຂອງ​ເພິ່ນ​ໄດ້​ເດີນທາງ​ໄປໆ​ມາໆ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka