9 ພວກເຂົາຖົກຖຽງກັນທົ່ວໄປໃນປະເທດວ່າ, “ກະສັດດາວິດໄດ້ຊ່ວຍກູ້ເອົາພວກເຮົາໃຫ້ພົ້ນຈາກສັດຕູ ແລະໃຫ້ພົ້ນຈາກພວກຟີລິດສະຕິນ, ແຕ່ບັດນີ້ ເພິ່ນໄດ້ປະຖິ້ມປະເທດແລະປົບໜີໄປຈາກອັບຊາໂລມ.
ດັ່ງນັ້ນ ກະສັດດາວິດຈຶ່ງສັ່ງພວກຂ້າຣາຊການທັງໝົດທີ່ຢູ່ກັບເພິ່ນໃນນະຄອນເຢຣູຊາເລັມວ່າ, “ຖ້າພວກເຮົາຢາກປົບໜີຈາກອັບຊາໂລມ ໃຫ້ປົບໜີໄປໄວໆດຽວນີ້ໂລດ ຫລືຖ້າບໍ່ດັ່ງນັ້ນ ໃນບໍ່ຊ້າລາວຈະມາຮອດທີ່ນີ້ ແລະຕໍ່ສູ້ພວກເຮົາໃຫ້ພ່າຍແພ້ແລະຂ້າທຸກຄົນໃນເມືອງນີ້ຖິ້ມ.”
ພວກເຂົາໄດ້ຫາມເອົາຊາກສົບຂອງອັບຊາໂລມໂຍນລົງໃນຂຸມເລິກທີ່ປ່າ ແລະເອົາກ້ອນຫີນມາກອງອັດປາກຂຸມນັ້ນໄວ້ເປັນກອງໃຫຍ່. ສ່ວນຊາວອິດສະຣາເອນນັ້ນຕ່າງກໍໜີເມືອເຮືອນຂອງໃຜລາວຈົນໝົດ.
ພວກເຮົາໄດ້ຫົດສົງອັບຊາໂລມໃຫ້ເປັນກະສັດ ແຕ່ອັບຊາໂລມໄດ້ຖືກຂ້າຢູ່ໃນສະໜາມຮົບແລ້ວ. ດັ່ງນັ້ນ ເປັນຫຍັງຈຶ່ງບໍ່ມີຜູ້ໃດ ໄປເຊີນເອົາກະສັດດາວິດກັບຄືນມາປົກຄອງ.”
ເມື່ອກະສັດໄດ້ຂ້າມແມ່ນໍ້ານັ້ນ ຕິດຕາມໂດຍຊາວຢູດາທັງໝົດແລະຊາວອິດສະຣາເອນເຄິ່ງໜຶ່ງ ເພິ່ນໄປທີ່ເມືອງກິນການ ແລະກິມຮາມກໍໄປນຳເພິ່ນດ້ວຍ.
ພຣະອົງຊ່ວຍໃຫ້ພົ້ນຈາກຄົນກະບົດ ໂຜດໃຫ້ໄດ້ປົກຄອງບັນດາປະຊາຊາດ. ຊົນຊາດທີ່ຂ້ານ້ອຍບໍ່ເຄີຍຮູ້ຈັກພວກເຂົາ ບັດນີ້ກໍໄດ້ກາຍມາເປັນຜູ້ຮັບໃຊ້.
ດັ່ງນັ້ນ ກະສັດດາວິດຈຶ່ງໄປທີ່ເມືອງບາອານເປຣາຊິມ ແລະຕີຊະນະພວກເຂົາຢູ່ທີ່ນັ້ນ. ເພິ່ນກ່າວວ່າ, “ພຣະເຈົ້າຢາເວໄດ້ຕີເຫຼົ່າສັດຕູຂອງຂ້ານ້ອຍແຕກໜີໄປດັ່ງຖືກນໍ້າໄຫລຖ້ວມ.” ດັ່ງນັ້ນ ບ່ອນນີ້ຈຶ່ງເປັນທີ່ເອີ້ນກັນວ່າ, “ບາອານເປຣາຊິມ.”
ພຣະອົງຊ່ວຍຂ້ານ້ອຍໃຫ້ພົ້ນຈາກຄົນກະບົດ ແລະໃຫ້ເປັນຜູ້ປົກຄອງບັນດາປະຊາຊາດ; ປະຊາຊົນທີ່ຂ້ານ້ອຍບໍ່ເຄີຍຮູ້ຈັກມາກ່ອນ ບັດນີ້ ກໍກາຍມາເປັນຜູ້ຮັບໃຊ້ຂ້ານ້ອຍ.
ຂ້ອຍໄດ້ຂໍໃຫ້ພວກເຂົານຳເຄື່ອງເອ້ທີ່ເປັນຄຳມາໃຫ້ຂ້ອຍ ແລະຜູ້ທີ່ມີກໍປົດອອກມາໃຫ້ຂ້ອຍໂລດ. ຂ້ອຍໄດ້ໂຍນເຄື່ອງເອ້ເຫຼົ່ານັ້ນຖິ້ມໃສ່ໄຟ ແລະຈາກສິ່ງເຫຼົ່ານັ້ນກໍອອກມາເປັນຮູບງົວຄຳໂຕນີ້ແຫຼະ.”
ດັ່ງນັ້ນ ດາວິດຈຶ່ງເອົາຊະນະແລະຂ້າໂກລີອາດ ດ້ວຍກະຖຸນກັບຫີນພຽງກ້ອນດຽວໂດຍບໍ່ໄດ້ໃຊ້ດາບ.
ແລ້ວກະສັດໂຊນກໍໄດ້ສັ່ງພວກເຂົາໃຫ້ໄປບອກດາວິດວ່າ, “ກະສັດຕ້ອງການຄ່າດອງຈາກເຈົ້າພຽງແຕ່ໜັງຫຸ້ມປາຍອະໄວຍະວະລັບຂອງຊາວຟີລິດສະຕິນໜຶ່ງຮ້ອຍຄົນເທົ່ານັ້ນ ເພື່ອເປັນການລ້າງແຄ້ນສັດຕູຂອງເພິ່ນ.” (ອັນນີ້ຄືແຜນການທີ່ກະສັດໂຊນຢາກໃຫ້ດາວິດຖືກຂ້າໂດຍພວກຟີລິດສະຕິນ.)
ລາວໄດ້ສ່ຽງຊີວິດເມື່ອລາວໄດ້ຂ້າໂກລີອາດ ແລະພຣະເຈົ້າຢາເວໄດ້ນຳໄຊຊະນະອັນຍິ່ງໃຫຍ່ສຳລັບຊາດອິດສະຣາເອນ. ເມື່ອພໍ່ເຫັນເຊັ່ນນີ້ພໍ່ເອງກໍດີໃຈ. ດັ່ງນັ້ນ ເຫດໃດ ພໍ່ຈຶ່ງຢາກເຮັດຜິດຕໍ່ຜູ້ທີ່ບໍ່ມີຄວາມຜິດ ແລະຂ້າດາວິດໂດຍບໍ່ມີເຫດຜົນຫຍັງໝົດ?”