Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 19:8 - ພຣະຄຳພີສັກສິ

8 ແລ້ວ​ກະສັດ​ກໍ​ລຸກ​ຂຶ້ນ​ໄປ​ນັ່ງ​ຢູ່​ໃກ້​ກັບ​ປະຕູ​ເມືອງ. ເມື່ອ​ທະຫານ​ຂອງ​ເພິ່ນ​ຮູ້​ວ່າ​ເພິ່ນ​ຢູ່​ທີ່​ນັ້ນ ພວກເຂົາ​ທຸກຄົນ​ຈຶ່ງ​ມາ​ເຕົ້າໂຮມ​ກັນ​ອ້ອມຮອບ​ເພິ່ນ​ອີກ. ໃນ​ລະຫວ່າງ​ນັ້ນ ຊາວ​ອິດສະຣາເອນ​ທຸກຄົນ​ຕ່າງ​ກໍໄດ້​ປົບໜີ​ເມືອ​ເຮືອນ​ຂອງ​ໃຜ​ລາວ.

Uka jalj uñjjattʼäta Copia luraña




2 ຊາມູເອນ 19:8
10 Jak'a apnaqawi uñst'ayäwi  

ອັບຊາໂລມ​ຈະ​ຕ້ອງ​ລຸກ​ແຕ່​ເຊົ້າ ແລະ​ໄປ​ຢືນ​ຢູ່​ທີ່​ທາງ​ປະຕູ​ກຳແພງ​ເມືອງ. ເມື່ອໃດ​ເຫັນ​ຄົນ​ທີ່​ມີ​ເລື່ອງ​ຜິດຖຽງກັນ ເພື່ອ​ຈະ​ໄປ​ຫາ​ກະສັດ​ຕັດສິນ​ຄວາມ​ໃຫ້ ອັບຊາໂລມ​ຈະ​ຕ້ອງ​ໄປ​ເອີ້ນ​ຄົນ​ນັ້ນ​ມາ ແລະ​ຖາມ​ລາວ​ວ່າ, “ເຈົ້າ​ມາ​ແຕ່​ໃສ?” ແລະ​ຫລັງຈາກ​ຄົນ​ນັ້ນ​ໄດ້​ບອກ​ລາວ​ເຖິງ​ເຜົ່າ​ທີ່​ຕົນ​ສັງກັດ​ຢູ່​ແລ້ວ


ພວກເຂົາ​ໄດ້​ຫາມ​ເອົາ​ຊາກສົບ​ຂອງ​ອັບຊາໂລມ​ໂຍນ​ລົງ​ໃນ​ຂຸມ​ເລິກ​ທີ່​ປ່າ ແລະ​ເອົາ​ກ້ອນຫີນ​ມາ​ກອງ​ອັດ​ປາກ​ຂຸມ​ນັ້ນ​ໄວ້​ເປັນ​ກອງ​ໃຫຍ່. ສ່ວນ​ຊາວ​ອິດສະຣາເອນ​ນັ້ນ​ຕ່າງ​ກໍ​ໜີ​ເມືອ​ເຮືອນ​ຂອງ​ໃຜ​ລາວ​ຈົນ​ໝົດ.


ສ່ວນ​ກະສັດ​ດາວິດ​ກໍ​ກຳລັງ​ນັ່ງ​ຢູ່ ລະຫວ່າງ​ປະຕູ​ກຳແພງ​ເມືອງ​ຊັ້ນໃນ​ແລະ​ຊັ້ນນອກ. ເມື່ອ​ທະຫານ​ຍາມ​ເທິງ​ກຳແພງ​ຫລຽວ​ອອກ​ໄປ ແລະ​ເຫັນ​ຊາຍ​ຄົນ​ໜຶ່ງ​ກຳລັງ​ແລ່ນ​ມາ​ຜູ້​ດຽວ ລາວ​ຈຶ່ງ​ລົງ​ມາ​ບອກ​ກະສັດ


ກະສັດ​ຕອບ​ວ່າ, “ເຮົາ​ຈະ​ເຮັດ​ສິ່ງໃດ​ກໍໄດ້​ທີ່​ພວກເຈົ້າ​ຄິດ​ວ່າ​ເປັນ​ການ​ດີ.” ແລ້ວ​ເພິ່ນ​ກໍ​ຢືນ​ເບິ່ງ​ຢູ່​ຂ້າງ​ປະຕູ​ກຳແພງ​ເມືອງ ໃນ​ຂະນະທີ່​ທະຫານ​ຂອງ​ເພິ່ນ​ຍ່າງ​ອອກ​ໄປ​ເປັນ​ກອງຮ້ອຍ​ແລະ​ກອງພັນ.


ພວກເຂົາ​ໄດ້​ກັບຄືນ​ເມືອ​ເມືອງ​ຂອງຕົນ​ດ້ວຍ​ຄວາມ​ງຽບເຫງົາ ດັ່ງ​ທະຫານ​ທີ່​ໄດ້​ຮັບ​ຄວາມ​ອັບອາຍ ຍ້ອນ​ໄດ້​ປົບໜີ​ມາ​ຈາກ​ສະໜາມຮົບ.


ເມື່ອ​ໃກ້​ຕາເວັນ​ຕົກ​ດິນ​ໄດ້​ມີ​ຄຳສັ່ງ​ອອກ​ທົ່ວ​ກອງທັບ​ອິດສະຣາເອນ​ວ່າ, “ໃຫ້​ທຸກຄົນ​ກັບຄືນ​ເມືອ​ປະເທດ​ແລະ​ບ້ານ​ເມືອງ​ຂອງຕົນ​ສາ.”


ກອງທັບ​ຂອງ​ກະສັດ​ອາມາຊີຢາ​ໄດ້​ພ່າຍແພ້ ແລະ​ທະຫານ​ຂອງ​ເພິ່ນ​ກໍ​ປົບໜີ​ກັບ​ເມືອ​ບ້ານ​ເຮືອນ​ໃຜ​ລາວ.


ດັ່ງນັ້ນ ກະສັດ​ເຢໂຮຣາມ​ຈຶ່ງ​ຍົກທັບ​ພ້ອມ​ລົດຮົບ​ທັງໝົດ​ໄປ​ເມືອງ​ຊາອີ. ໃນ​ຕອນ​ກາງຄືນ ກະສັດ​ເຢໂຮຣາມ​ກັບ​ຜູ້​ບັນຊາການ​ລົດຮົບ ໄດ້​ຕີ​ຜ່າ​ວົງລ້ອມ​ຂອງ​ກອງທັບ​ຊາວ​ເອໂດມ ຊຶ່ງ​ໄດ້​ປິດລ້ອມ​ພວກເພິ່ນ​ໄວ້; ສ່ວນ​ພວກ​ທະຫານ​ຂອງເພິ່ນ​ນັ້ນ​ໄດ້​ກະຈັດ​ກະຈາຍ​ໜີ​ຄືນ​ເມືອ​ເຮືອນ​ຂອງ​ໃຜ​ລາວ.


ພວກ​ຟີລິດສະຕິນ​ຕໍ່ສູ້​ຢ່າງໜັກ ຈົນ​ພວກ​ອິດສະຣາເອນ​ພ່າຍແພ້​ໃນທີ່ສຸດ ແລະ​ແຕກ​ໜີໄປ​ບ້ານ​ເຮືອນ​ຂອງ​ໃຜ​ລາວ. ມີ​ການ​ເຂັ່ນຂ້າ​ເປັນ​ໝູ່​ຢ່າງໜັກ​ຄື: ທະຫານ​ອິດສະຣາເອນ​ຖືກ​ຂ້າ​ຕາຍ​ສາມສິບພັນ​ຄົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka