Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 19:6 - ພຣະຄຳພີສັກສິ

6 ທ່ານ​ຄັດຄ້ານ​ຜູ້​ທີ່​ຮັກ​ທ່ານ ແລະ​ສະໜັບ​ສະໜູນ​ຜູ້​ທີ່​ກຽດຊັງ​ທ່ານ. ທ່ານ​ເຮັດ​ຢ່າງ​ນີ້​ກໍ​ເປັນ​ການ​ຈະແຈ້ງ​ແລ້ວ​ວ່າ ນາຍ​ທະຫານ​ແລະ​ພວກ​ທະຫານ​ຂອງທ່ານ​ບໍ່ມີ​ຄວາມ​ສຳຄັນ​ຫຍັງ​ໝົດ​ສຳລັບ​ທ່ານ. ຂ້ານ້ອຍ​ຮູ້​ວ່າ​ໃນວັນນີ້ ຖ້າ​ອັບຊາໂລມ​ຍັງ​ມີ​ຊີວິດ​ຢູ່​ແລະ​ພວກ​ຂ້ານ້ອຍ​ທຸກຄົນ​ຕາຍໄປ ທ່ານ​ກໍ​ຄົງ​ຈະ​ພໍໃຈ.

Uka jalj uñjjattʼäta Copia luraña




2 ຊາມູເອນ 19:6
6 Jak'a apnaqawi uñst'ayäwi  

ໂຢອາບ​ໄດ້​ເຂົ້າ​ໄປ​ໃນ​ທີ່​ພັກ​ຂອງ​ກະສັດ ແລະ​ເວົ້າ​ຕໍ່​ເພິ່ນ​ວ່າ, “ວັນນີ້ ທ່ານ​ເຮັດ​ໃຫ້​ທະຫານ​ຂອງທ່ານ​ໄດ້​ຮັບ​ຄວາມ​ລະອາຍ​ໃຈ. ພວກເຂົາ​ໄດ້​ຊ່ວຍ​ຊີວິດ​ຂອງທ່ານ, ຂອງ​ລູກຊາຍ​ລູກສາວ​ຂອງທ່ານ, ຂອງ​ເມຍໃຫຍ່​ແລະ​ພວກ​ເມຍນ້ອຍ​ຂອງທ່ານ.


ບັດນີ້ ຂໍ​ທ່ານ​ຈຶ່ງ​ໄປ​ຢືນຢັນ​ຕໍ່​ທະຫານ​ຂອງທ່ານ​ສາ. ຖ້າ​ທ່ານ​ບໍ່​ໄປ ຂ້ານ້ອຍ​ຂໍ​ສາບານ​ໂດຍ​ພຣະເຈົ້າຢາເວ​ວ່າ, ໃນ​ມື້ອື່ນ​ຈະ​ບໍ່ມີ​ທະຫານ​ຈັກ​ຄົນ​ຢູ່​ນຳ​ທ່ານ. ມັນ​ຈະ​ເປັນ​ການ​ຫຼົ້ມຈົມ​ຢ່າງໃຫຍ່​ທີ່ສຸດ​ໃນ​ຊົ່ວຊີວິດ​ຂອງທ່ານ.”


ພຣະອົງ​ປະນາມ​ກະສັດ​ແລະ​ຜູ້​ປົກຄອງ​ທັງຫລາຍ ເມື່ອ​ພວກເຂົາ​ສິ້ນ​ຄຸນຄ່າ​ຫລື​ເຮັດ​ໃນ​ສິ່ງ​ທີ່​ຊົ່ວຊ້າ.


ໂປໂລ​ຕອບ​ວ່າ, “ພີ່ນ້ອງ​ທັງຫລາຍ​ເອີຍ ຂ້າພະເຈົ້າ​ບໍ່​ຮູ້​ວ່າ​ເພິ່ນ​ເປັນ​ມະຫາ​ປະໂຣຫິດ ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ຢ່າ​ກ່າວ​ຄຳ​ຊົ່ວຮ້າຍ​ຕໍ່​ຜູ້​ປົກຄອງ​ພົນລະເມືອງ​ຂອງຕົນ.”’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka