Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 19:42 - ພຣະຄຳພີສັກສິ

42 ຊາວ​ຢູດາ​ທັງໝົດ​ໄດ້ຕອບ​ຊາວ​ອິດສະຣາເອນ​ວ່າ, “ພວກຂ້ອຍ​ເຮັດ​ຢ່າງ​ນີ້ ກໍ​ເພາະ​ກະສັດ​ເປັນ​ຍາດພີ່ນ້ອງ​ທີ່​ສະໜິດ​ໃນ​ພວກຂ້ອຍ. ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ພໍໃຈ​ກ່ຽວກັບ​ເລື່ອງ​ນີ້? ເພິ່ນ​ບໍ່ໄດ້​ຈ່າຍ​ຄ່າ​ອາຫານ​ການກິນ​ແລະ​ເອົາ​ສິ່ງໜຶ່ງ​ສິ່ງໃດ​ໃຫ້​ພວກຂ້ອຍ​ເລີຍ.”

Uka jalj uñjjattʼäta Copia luraña




2 ຊາມູເອນ 19:42
6 Jak'a apnaqawi uñst'ayäwi  

ພວກທ່ານ​ເປັນ​ຍາດຕິພີ່ນ້ອງ​ຂອງເຮົາ ເປັນ​ເລືອດເນື້ອ​ເຊື້ອໄຂ​ດຽວກັນ​ກັບ​ເຮົາ; ເປັນຫຍັງ​ພວກທ່ານ​ຈຶ່ງ​ເປັນ​ພວກ​ລ້າຫລັງ ມາ​ນຳ​ເອົາ​ກະສັດ​ກັບຄືນ​ເມືອ?”


ຊາວ​ອິດສະຣາເອນ​ໄດ້ຕອບ​ປະຊາຊົນ​ຊາວ​ຢູດາ​ວ່າ, “ເຖິງ​ແມ່ນ​ກະສັດ​ດາວິດ​ເປັນ​ຍາດພີ່ນ້ອງ​ທີ່​ສະໜິດ​ໃນ​ພວກເຈົ້າ​ກໍຕາມ, ແຕ່​ພວກຂ້ອຍ​ກໍ​ມີ​ສ່ວນ​ໃນ​ເພິ່ນ​ຫລາຍກວ່າ​ພວກເຈົ້າ​ເຖິງ​ສິບ​ເທົ່າ. ເປັນຫຍັງ​ພວກເຈົ້າ​ຈຶ່ງ​ດູຖູກ​ພວກຂ້ອຍ? ຢ່າ​ລືມ​ວ່າ​ແມ່ນ​ພວກຂ້ອຍ​ທີ່​ເປັນ​ພວກ​ທຳອິດ​ອອກ​ປາກ​ເຊີນ​ເອົາ​ກະສັດ​ກັບຄືນ​ມາ.” ແຕ່​ຄຳເວົ້າ​ຂອງ​ຊາວ​ຢູດາ​ມີ​ນໍ້າໜັກ​ແຮງກວ່າ​ຄຳເວົ້າ​ຂອງ​ຊາວ​ອິດສະຣາເອນ.


ຕໍ່ມາ ຊາວ​ຢູດາ​ກໍ​ເອົາ​ນໍ້າມັນ​ສັກສິດ​ຫົດສົງ​ດາວິດ ໃຫ້​ເປັນ​ກະສັດ​ຂອງ​ພວກ​ຕົນ. ເມື່ອ​ກະສັດ​ດາວິດ​ໄດ້ຍິນ​ຂ່າວ​ວ່າ, ຊາວ​ເມືອງ​ຢາເບັດ​ກີເລອາດ​ໄດ້​ຝັງ​ຊາກສົບ​ຂອງ​ໂຊນ​ແລ້ວ,


ແລ້ວ​ເຜົ່າ​ອິດສະຣາເອນ​ທັງໝົດ​ກໍ​ມາ​ຫາ​ກະສັດ​ດາວິດ​ທີ່​ເມືອງ​ເຮັບໂຣນ ແລະ​ກ່າວ​ຕໍ່​ເພິ່ນ​ວ່າ, “ພວກ​ຂ້ານ້ອຍ​ເປັນ​ເຊື້ອສາຍ​ຂອງທ່ານ;


ຕໍ່ມາ ຊາວ​ເອຟຣາອິມ​ໄດ້​ຖາມ​ກີເດໂອນ​ວ່າ, “ເວລາ​ທີ່​ເຈົ້າ​ອອກ​ໄປ​ສູ້ຮົບ​ນັ້ນ ເປັນຫຍັງ​ຈຶ່ງ​ບໍ່​ເອີ້ນ​ພວກເຮົາ​ແດ່? ເປັນຫຍັງ​ຈຶ່ງ​ເຮັດ​ກັບ​ພວກເຮົາ​ແບບ​ນີ້?” ພວກເຂົາ​ຕໍ່ວ່າ​ຕໍ່ຂານ​ກ່ຽວກັບ​ເລື່ອງ​ນີ້​ຢ່າງ​ຮຸນແຮງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka