41 ຕໍ່ມາ ຊາວອິດສະຣາເອນທັງໝົດຈຶ່ງໄປຫາກະສັດ ແລະເວົ້າວ່າ, “ຂ້າແດ່ພະຣາຊາ ເປັນຫຍັງພີ່ນ້ອງຊາວຢູດາຈຶ່ງມີສິດນຳເອົາທ່ານ, ຄອບຄົວຂອງທ່ານ ແລະທະຫານຂອງທ່ານຂ້າມແມ່ນໍ້າຈໍແດນ?”
ຕໍ່ມາ ເລື່ອງທີ່ພວກອິດສະຣາເອນໄດ້ເວົ້າກັນນັ້ນກໍເຖິງຫູກະສັດດາວິດ ເພິ່ນຈຶ່ງສົ່ງປະໂຣຫິດຊາດົກກັບອາບີອາທາໄປຖາມພວກຜູ້ນຳຊາວຢູດາວ່າ, “ດ້ວຍເຫດໃດພວກທ່ານຈຶ່ງເປັນພວກລ້າຫລັງ ມານຳເອົາກະສັດກັບຄືນເມືອສູ່ຣາຊວັງ?
ພວກທ່ານເປັນຍາດຕິພີ່ນ້ອງຂອງເຮົາ ເປັນເລືອດເນື້ອເຊື້ອໄຂດຽວກັນກັບເຮົາ; ເປັນຫຍັງພວກທ່ານຈຶ່ງເປັນພວກລ້າຫລັງ ມານຳເອົາກະສັດກັບຄືນເມືອ?”
ພວກເຂົາໄດ້ກັບຄືນເມືອເມືອງຂອງຕົນດ້ວຍຄວາມງຽບເຫງົາ ດັ່ງທະຫານທີ່ໄດ້ຮັບຄວາມອັບອາຍ ຍ້ອນໄດ້ປົບໜີມາຈາກສະໜາມຮົບ.
ແລ້ວຊາວເອຟຣາອິມໄດ້ຕຽມຕົວອອກສູ້ຮົບ ແລະຂ້າມແມ່ນໍ້າຈໍແດນໄປສູ່ຊາໂຟນ. ພວກເຂົາເວົ້າຕໍ່ເຢັບທາວ່າ, “ເປັນຫຍັງເຈົ້າຈຶ່ງຂ້າມຊາຍແດນໄປສູ້ຮົບພວກອຳໂມນ ໂດຍບໍ່ເອີ້ນພວກເຮົາໄປນຳ? ພວກເຮົາຈະຈູດເຮືອນເຜົາເຈົ້າຖິ້ມເສຍ.”
ຕໍ່ມາ ຊາວເອຟຣາອິມໄດ້ຖາມກີເດໂອນວ່າ, “ເວລາທີ່ເຈົ້າອອກໄປສູ້ຮົບນັ້ນ ເປັນຫຍັງຈຶ່ງບໍ່ເອີ້ນພວກເຮົາແດ່? ເປັນຫຍັງຈຶ່ງເຮັດກັບພວກເຮົາແບບນີ້?” ພວກເຂົາຕໍ່ວ່າຕໍ່ຂານກ່ຽວກັບເລື່ອງນີ້ຢ່າງຮຸນແຮງ.