Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 19:4 - ພຣະຄຳພີສັກສິ

4 ສ່ວນ​ກະສັດ​ດາວິດ​ກໍ​ເອົາ​ຜ້າປົກ​ໜ້າ​ຂອງຕົນ​ຮ້ອງໄຫ້​ສຽງດັງ​ພ້ອມ​ທັງ​ຈົ່ມ​ວ່າ, “ໂອ ອັບຊາໂລມ​ລູກຊາຍ​ຂອງ​ພໍ່! ໂອ ອັບຊາໂລມ​ລູກຊາຍ​ຂອງ​ພໍ່ ລູກຊາຍ​ຂອງ​ພໍ່​ເອີຍ!”

Uka jalj uñjjattʼäta Copia luraña




2 ຊາມູເອນ 19:4
5 Jak'a apnaqawi uñst'ayäwi  

ໂຢອາບ​ລູກຊາຍ​ຂອງ​ເຊຣູອີຢາ​ຮູ້​ວ່າ​ກະສັດ​ດາວິດ​ຄິດຮອດ​ອັບຊາໂລມ​ຫລາຍ​ທີ່ສຸດ


ກະສັດ​ດາວິດ​ໄດ້​ຮ້ອງໄຫ້​ຂຶ້ນ​ໄປ​ເທິງ​ພູເຂົາ​ໝາກກອກເທດ; ເພິ່ນ​ປະ​ຕີນ​ເປົ່າ​ແລະ​ເອົາ​ຜ້າ​ຄຸມ​ຫົວ​ໄວ້​ເປັນ​ເຄື່ອງໝາຍ​ສະແດງ​ເຖິງ​ຄວາມ​ໂສກເສົ້າ. ທຸກຄົນ​ທີ່​ຕິດຕາມ​ເພິ່ນ​ໄປ​ນັ້ນ​ກໍ​ເອົາ​ຜ້າ​ຄຸມ​ຫົວ​ແລະ​ຮ້ອງໄຫ້​ເໝືອນກັນ.


ເມື່ອ​ໄດ້ຍິນ​ດັ່ງນັ້ນ ກະສັດ​ກໍ​ເຕັມ​ໄປ​ດ້ວຍ​ຄວາມທຸກໃຈ. ເພິ່ນ​ລຸກ​ຂຶ້ນ​ຍ່າງ​ໄປ​ພ້ອມ​ທັງ​ຮ້ອງໄຫ້ ແລະ​ຈົ່ມ​ວ່າ, “ໂອ ອັບຊາໂລມ​ລູກຊາຍ​ຂອງ​ພໍ່​ເອີຍ ຖ້າ​ເປັນ​ໄປ​ໄດ້​ພໍ່​ເອງ​ຢາກ​ຈະ​ຕາຍ​ແທນ​ລູກ​ເສຍ ໂອ ອັບຊາໂລມ​ລູກຊາຍ​ຂອງ​ພໍ່​ເອີຍ! ລູກຊາຍ​ຂອງ​ພໍ່​ເອີຍ!”


ພວກເຂົາ​ໄດ້​ກັບຄືນ​ເມືອ​ເມືອງ​ຂອງຕົນ​ດ້ວຍ​ຄວາມ​ງຽບເຫງົາ ດັ່ງ​ທະຫານ​ທີ່​ໄດ້​ຮັບ​ຄວາມ​ອັບອາຍ ຍ້ອນ​ໄດ້​ປົບໜີ​ມາ​ຈາກ​ສະໜາມຮົບ.


ໂຢອາບ​ໄດ້​ເຂົ້າ​ໄປ​ໃນ​ທີ່​ພັກ​ຂອງ​ກະສັດ ແລະ​ເວົ້າ​ຕໍ່​ເພິ່ນ​ວ່າ, “ວັນນີ້ ທ່ານ​ເຮັດ​ໃຫ້​ທະຫານ​ຂອງທ່ານ​ໄດ້​ຮັບ​ຄວາມ​ລະອາຍ​ໃຈ. ພວກເຂົາ​ໄດ້​ຊ່ວຍ​ຊີວິດ​ຂອງທ່ານ, ຂອງ​ລູກຊາຍ​ລູກສາວ​ຂອງທ່ານ, ຂອງ​ເມຍໃຫຍ່​ແລະ​ພວກ​ເມຍນ້ອຍ​ຂອງທ່ານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka