Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 19:23 - ພຣະຄຳພີສັກສິ

23 ແລ້ວ​ກະສັດ​ດາວິດ​ກໍ​ກ່າວ​ແກ່​ຊີເມອີ​ວ່າ, “ເຮົາ​ຂໍ​ສັນຍາ​ວ່າ ເຈົ້າ​ຈະ​ບໍ່​ຖືກ​ປະຫານ​ຊີວິດ.”

Uka jalj uñjjattʼäta Copia luraña




2 ຊາມູເອນ 19:23
9 Jak'a apnaqawi uñst'ayäwi  

ກະສັດ​ກ່າວ​ຕໍ່​ອາບີໄຊ​ແລະ​ໂຢອາບ​ອ້າຍ​ຂອງ​ລາວ​ວ່າ, “ບໍ່ແມ່ນ​ເລື່ອງ​ຂອງ​ພວກເຈົ້າ ຖ້າ​ຄຳ​ປ້ອຍດ່າ​ນັ້ນ​ເປັນ​ຍ້ອນ​ພຣະເຈົ້າຢາເວ​ໄດ້​ບອກ​ລາວ ຜູ້ໃດ​ແດ່​ມີ​ສິດ​ຖາມ​ວ່າ, ‘ເປັນຫຍັງ​ລາວ​ຈຶ່ງ​ດ່າ​ເຮົາ?”’


ຕໍ່ມາ ເມຟີໂບເຊັດ​ຫລານຊາຍ​ຂອງ​ກະສັດ​ໂຊນ ກໍ​ລົງ​ມາ​ຈາກ​ນະຄອນ​ເຢຣູຊາເລັມ​ເພື່ອ​ຕ້ອນຮັບ​ກະສັດ. ນັບ​ຕັ້ງແຕ່​ກະສັດ​ໜີ​ອອກ​ຈາກ​ນະຄອນ​ເຢຣູຊາເລັມ​ໄປ ເມຟີໂບເຊັດ​ບໍ່ໄດ້​ລ້າງ​ຕີນ, ບໍ່ໄດ້​ແຖ​ໜວດ, ບໍ່ໄດ້​ຊັກເຄື່ອງ, ຈົນເຖິງ​ມື້​ທີ່​ກະສັດ​ກັບຄືນ​ມາ​ຢ່າງ​ມີໄຊ.


ຖ້າ​ເຈົ້າ​ໜີ​ອອກ​ໄປ​ກາຍ​ຫ້ວຍ​ກິດໂຣນ ເຈົ້າ​ຈະ​ຕ້ອງ​ຕາຍ​ເປັນ​ແນ່ ແລະ​ເຈົ້າ​ກໍ​ຈະ​ເປັນ​ຜູ້​ຮັບ​ຜິດ​ເອງ.”


ແລ້ວ​ກະສັດ​ກໍໄດ້​ສັ່ງ​ໃຫ້​ເບນາອີຢາ​ລູກຊາຍ​ຂອງ​ເຢໂຮຍອາດາ​ນຳ​ເອົາ​ຊີເມອີ​ອອກ​ໄປ​ຂ້າ. ບັດນີ້ ກະສັດ​ໂຊໂລໂມນ​ໄດ້​ຄວບຄຸມ​ອຳນາດ​ທັງໝົດ​ເປັນ​ທີ່​ສຳເລັດ.


ດ້ວຍວ່າ, ຝ່າຍ​ມະນຸດ​ເຄີຍ​ສາບານ​ດ້ວຍ​ອອກ​ຊື່​ຜູ້​ໃຫຍ່​ກວ່າ​ຕົນ ແລະ​ເມື່ອ​ເກີດ​ການ​ຖົກຖຽງ​ກັນ​ຂຶ້ນ​ຄຳ​ສາບານ​ນັ້ນ ກໍ​ເປັນ​ຄຳ​ຢືນຢັນ​ອັນ​ເດັດຂາດ.


ແຕ່​ໂຊນ​ເວົ້າ​ວ່າ, “ມື້ນີ້ ຈະ​ບໍ່ມີ​ຜູ້ໃດ​ຖືກ​ປະຫານ​ຊີວິດ ເພາະ​ແມ່ນ​ມື້​ທີ່​ພຣະເຈົ້າຢາເວ​ຊ່ວຍ​ກອບກູ້​ເອົາ​ຊາດ​ອິດສະຣາເອນ.”


ແລ້ວ​ກະສັດ​ໂຊນ​ກໍ​ສາບານ​ໂດຍ​ພຣະເຈົ້າຢາເວ​ຕໍ່​ຍິງນັ້ນ​ວ່າ, “ຂ້ອຍ​ຂໍ​ສັນຍາ​ໂດຍ​ພຣະເຈົ້າຢາເວ​ອົງ​ຊົງ​ຊີວິດ​ຢູ່​ວ່າ ເຈົ້າ​ຈະ​ບໍ່​ຖືກ​ລົງໂທດ​ທີ່​ເຈົ້າ​ກະທຳ​ເຊັ່ນນີ້.”


ດາວິດ​ຖາມ​ລາວ​ວ່າ, “ໃຫ້​ເຈົ້າ​ພາ​ຂ້ອຍ​ໄປ​ຫາ​ພວກ​ນັກປຸ້ນ​ນັ້ນ​ໄດ້​ບໍ່?” ລາວ​ຕອບ​ວ່າ, “ຖ້າ​ທ່ານ​ສັນຍາ​ຕໍ່​ຂ້ານ້ອຍ​ຊ້ອງ​ພຣະພັກ​ພຣະເຈົ້າ​ວ່າ ຈະ​ບໍ່​ສັງຫານ​ຂ້ານ້ອຍ​ຫລື​ມອບ​ຂ້ານ້ອຍ​ໃຫ້​ນາຍ​ຄືນ ຂ້ານ້ອຍ​ກໍ​ຈະ​ພາ​ທ່ານ​ໄປ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka