2 ເມື່ອທະຫານໄດ້ຍິນວ່າກະສັດໄວ້ທຸກນຳລູກຊາຍຂອງຕົນ ຄວາມຊົມຊື່ນຍິນດີແຫ່ງໄຊຊະນະຈຶ່ງກາຍເປັນຄວາມໂສກເສົ້າ ສຳລັບທະຫານທັງໝົດຂອງກະສັດດາວິດໃນມື້ນັ້ນ.
ໂຢອາບລູກຊາຍຂອງເຊຣູອີຢາຮູ້ວ່າກະສັດດາວິດຄິດຮອດອັບຊາໂລມຫລາຍທີ່ສຸດ
ມີຄົນມາບອກໂຢອາບວ່າ, “ກະສັດດາວິດກຳລັງຮ້ອງໄຫ້ແລະໄວ້ທຸກນຳອັບຊາໂລມ.”
ພວກເຂົາໄດ້ກັບຄືນເມືອເມືອງຂອງຕົນດ້ວຍຄວາມງຽບເຫງົາ ດັ່ງທະຫານທີ່ໄດ້ຮັບຄວາມອັບອາຍ ຍ້ອນໄດ້ປົບໜີມາຈາກສະໜາມຮົບ.
ຮອຍຍິ້ມຂອງກະສັດເປັນສັນຍານແຫ່ງຊີວິດ ແລະຄຸນງາມຄວາມດີຂອງເພິ່ນເປັນດັ່ງເມກທີ່ນຳຝົນປາຍລະດູມາ.
ຄວາມໂກດຮ້າຍຂອງກະສັດເປັນດັ່ງສຽງໂຕສິງແຜດສຽງ, ແຕ່ຄວາມເມດຕາຂອງເພິ່ນກໍເປັນດັ່ງນໍ້າຄ້າງເທິງຫຍ້າອ່ອນ.