Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 19:12 - ພຣະຄຳພີສັກສິ

12 ພວກທ່ານ​ເປັນ​ຍາດຕິພີ່ນ້ອງ​ຂອງເຮົາ ເປັນ​ເລືອດເນື້ອ​ເຊື້ອໄຂ​ດຽວກັນ​ກັບ​ເຮົາ; ເປັນຫຍັງ​ພວກທ່ານ​ຈຶ່ງ​ເປັນ​ພວກ​ລ້າຫລັງ ມາ​ນຳ​ເອົາ​ກະສັດ​ກັບຄືນ​ເມືອ?”

Uka jalj uñjjattʼäta Copia luraña




2 ຊາມູເອນ 19:12
9 Jak'a apnaqawi uñst'ayäwi  

ແລ້ວ​ຊາຍ​ຜູ້ນັ້ນ​ກໍ​ເວົ້າ​ວ່າ, “ນີ້​ເດ ແມ່ນ​ຜູ້​ທີ່​ມີ​ຮູບຮ່າງ​ຄື​ເຮົາ; ກະດູກ​ຂອງ​ນາງ​ມາ​ຈາກ​ກະດູກ​ຂອງເຮົາ ເນື້ອໜັງ​ຂອງ​ນາງ​ມາ​ຈາກ​ເນື້ອໜັງ​ຂອງເຮົາ; ຜູ້ຍິງ​ແມ່ນ​ຊື່​ຂອງ​ນາງ​ເພາະ​ນາງ​ມາ​ຈາກ​ຜູ້ຊາຍ.”


ລາບານ​ກໍ​ເວົ້າ​ວ່າ, “ເຈົ້າ​ແມ່ນ​ເລືອດເນື້ອເຊື້ອໄຂ​ຂອງຂ້ອຍ​ແທ້.” ຢາໂຄບ​ອາໄສ​ຢູ່​ນຳ​ລາບານ​ໜຶ່ງ​ເດືອນ.


ຕໍ່ມາ ຊາວ​ອິດສະຣາເອນ​ທັງໝົດ​ຈຶ່ງ​ໄປ​ຫາ​ກະສັດ ແລະ​ເວົ້າ​ວ່າ, “ຂ້າແດ່​ພະຣາຊາ ເປັນຫຍັງ​ພີ່ນ້ອງ​ຊາວ​ຢູດາ​ຈຶ່ງ​ມີ​ສິດ​ນຳ​ເອົາ​ທ່ານ, ຄອບຄົວ​ຂອງທ່ານ ແລະ​ທະຫານ​ຂອງທ່ານ​ຂ້າມ​ແມ່ນໍ້າ​ຈໍແດນ?”


ຊາວ​ຢູດາ​ທັງໝົດ​ໄດ້ຕອບ​ຊາວ​ອິດສະຣາເອນ​ວ່າ, “ພວກຂ້ອຍ​ເຮັດ​ຢ່າງ​ນີ້ ກໍ​ເພາະ​ກະສັດ​ເປັນ​ຍາດພີ່ນ້ອງ​ທີ່​ສະໜິດ​ໃນ​ພວກຂ້ອຍ. ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ພໍໃຈ​ກ່ຽວກັບ​ເລື່ອງ​ນີ້? ເພິ່ນ​ບໍ່ໄດ້​ຈ່າຍ​ຄ່າ​ອາຫານ​ການກິນ​ແລະ​ເອົາ​ສິ່ງໜຶ່ງ​ສິ່ງໃດ​ໃຫ້​ພວກຂ້ອຍ​ເລີຍ.”


ແລ້ວ​ເຜົ່າ​ອິດສະຣາເອນ​ທັງໝົດ​ກໍ​ມາ​ຫາ​ກະສັດ​ດາວິດ​ທີ່​ເມືອງ​ເຮັບໂຣນ ແລະ​ກ່າວ​ຕໍ່​ເພິ່ນ​ວ່າ, “ພວກ​ຂ້ານ້ອຍ​ເປັນ​ເຊື້ອສາຍ​ຂອງທ່ານ;


ຊາດົກ​ລູກຊາຍ​ຂອງ​ອາຮີຕຸບ ແລະ​ອາຮີເມເຫຼັກ​ລູກຊາຍ​ຂອງ​ອາບີອາທາ ທັງສອງ​ເປັນ​ປະໂຣຫິດ; ເສຣາອີຢາ​ເປັນ​ເລຂາທິການ;


ເພື່ອ​ເຮົາ​ຈະ​ໄດ້​ຊັກຊວນ​ເພື່ອນ​ຮ່ວມ​ຊາດ​ຂອງເຮົາ ໃຫ້​ເກີດ​ມີ​ໃຈ​ຫຶງຫວງ ເພື່ອ​ຈະ​ຊ່ວຍ​ພວກເຂົາ​ບາງຄົນ​ໃຫ້​ພົ້ນ.


ດ້ວຍວ່າ, ພວກເຮົາ​ເປັນ​ອະໄວຍະວະ​ໃນ​ພຣະກາຍ​ຂອງ​ພຣະອົງ.


ແລະ​ບອກ​ພວກເຂົາ​ໃຫ້​ໄປ​ຖາມ​ຊາວ​ເມືອງ​ຊີເຄມ​ວ່າ, “ພວກເຈົ້າ​ຢາກ​ໄດ້​ໃຜ​ເປັນ​ຜູ້ນຳ​ຂອງ​ພວກເຈົ້າ? ລູກຊາຍ​ຂອງ​ກີເດໂອນ​ທັງໝົດ​ເຈັດສິບ​ຄົນ ຫລື​ຜູ້​ດຽວ​ນຳພາ? ຈົ່ງ​ເຂົ້າໃຈ​ວ່າ​ອາບີເມເຫຼັກ​ກໍ​ເປັນ​ເລືອດເນື້ອເຊື້ອໄຂ​ຂອງ​ພວກເຈົ້າ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka