10 ພວກເຮົາໄດ້ຫົດສົງອັບຊາໂລມໃຫ້ເປັນກະສັດ ແຕ່ອັບຊາໂລມໄດ້ຖືກຂ້າຢູ່ໃນສະໜາມຮົບແລ້ວ. ດັ່ງນັ້ນ ເປັນຫຍັງຈຶ່ງບໍ່ມີຜູ້ໃດ ໄປເຊີນເອົາກະສັດດາວິດກັບຄືນມາປົກຄອງ.”
ດັ່ງນັ້ນ ກະສັດດາວິດຈຶ່ງສັ່ງພວກຂ້າຣາຊການທັງໝົດທີ່ຢູ່ກັບເພິ່ນໃນນະຄອນເຢຣູຊາເລັມວ່າ, “ຖ້າພວກເຮົາຢາກປົບໜີຈາກອັບຊາໂລມ ໃຫ້ປົບໜີໄປໄວໆດຽວນີ້ໂລດ ຫລືຖ້າບໍ່ດັ່ງນັ້ນ ໃນບໍ່ຊ້າລາວຈະມາຮອດທີ່ນີ້ ແລະຕໍ່ສູ້ພວກເຮົາໃຫ້ພ່າຍແພ້ແລະຂ້າທຸກຄົນໃນເມືອງນີ້ຖິ້ມ.”
ດັ່ງນັ້ນ ກະສັດພ້ອມທຸກຄົນໃນຄອບຄົວ ແລະບັນດາຂ້າຣາຊການຈຶ່ງພາກັນໜີໄປ ເວັ້ນໄວ້ແຕ່ເມຍນ້ອຍສິບຄົນ ທີ່ເພິ່ນປະໄວ້ໃຫ້ເຝົ້າຣາຊວັງ.
ໂຢອາບເວົ້າຂຶ້ນວ່າ, “ຂ້ອຍຈະບໍ່ເສຍເວລາເວົ້າກັບເຈົ້າອີກຕໍ່ໄປ.” ໂຢອາບຈຶ່ງໃຊ້ຫອກສາມແງ່ມແທງທີ່ໜ້າເອິກຂອງອັບຊາໂລມ ຂະນະທີ່ລາວແຂວນຢູ່ທີ່ຕົ້ນໂອກແລະຍັງມີຊີວິດ.
ຕໍ່ມາ ເລື່ອງທີ່ພວກອິດສະຣາເອນໄດ້ເວົ້າກັນນັ້ນກໍເຖິງຫູກະສັດດາວິດ ເພິ່ນຈຶ່ງສົ່ງປະໂຣຫິດຊາດົກກັບອາບີອາທາໄປຖາມພວກຜູ້ນຳຊາວຢູດາວ່າ, “ດ້ວຍເຫດໃດພວກທ່ານຈຶ່ງເປັນພວກລ້າຫລັງ ມານຳເອົາກະສັດກັບຄືນເມືອສູ່ຣາຊວັງ?
ເມື່ອກະສັດໄດ້ຂ້າມແມ່ນໍ້ານັ້ນ ຕິດຕາມໂດຍຊາວຢູດາທັງໝົດແລະຊາວອິດສະຣາເອນເຄິ່ງໜຶ່ງ ເພິ່ນໄປທີ່ເມືອງກິນການ ແລະກິມຮາມກໍໄປນຳເພິ່ນດ້ວຍ.
ພວກເຂົາຖົກຖຽງກັນທົ່ວໄປໃນປະເທດວ່າ, “ກະສັດດາວິດໄດ້ຊ່ວຍກູ້ເອົາພວກເຮົາໃຫ້ພົ້ນຈາກສັດຕູ ແລະໃຫ້ພົ້ນຈາກພວກຟີລິດສະຕິນ, ແຕ່ບັດນີ້ ເພິ່ນໄດ້ປະຖິ້ມປະເທດແລະປົບໜີໄປຈາກອັບຊາໂລມ.
ປະຊາຊົນຂອງເຮົາໄດ້ເລືອກເອົາກະສັດ ແຕ່ພວກເຂົາເຮັດໄປໂດຍຕົນເອງ. ພວກເຂົາແຕ່ງຕັ້ງເອົາພວກຜູ້ນຳໂດຍທີ່ເຮົາບໍ່ເຫັນດີນຳ. ພວກເຂົາເອົາເງິນແລະຄຳຂອງພວກເຂົາສ້າງຮູບເຄົາຣົບ ທີ່ຈະເປັນເຫດໃຫ້ພວກເຂົາຖືກທຳລາຍ.
ພວກເຂົາຈຶ່ງຕອບວ່າ, “ໃຫ້ພວກເຮົາພາກັນໄປຕີເອົາເມືອງລາອິດ ພວກຂ້ອຍໄດ້ເຫັນເມືອງນັ້ນເປັນດິນແດນດີທີ່ສຸດ. ຢ່າພາກັນຢູ່ບ່ອນນີ້ລ້າໆ ຈົ່ງຮີບຟ້າວໄປຢຶດດິນແດນນັ້ນ