Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 19:1 - ພຣະຄຳພີສັກສິ

1 ມີ​ຄົນ​ມາ​ບອກ​ໂຢອາບ​ວ່າ, “ກະສັດ​ດາວິດ​ກຳລັງ​ຮ້ອງໄຫ້​ແລະ​ໄວ້ທຸກ​ນຳ​ອັບຊາໂລມ.”

Uka jalj uñjjattʼäta Copia luraña




2 ຊາມູເອນ 19:1
9 Jak'a apnaqawi uñst'ayäwi  

ລູກຊາຍ​ແລະ​ລູກສາວ​ຕ່າງ​ກໍ​ເລົ້າໂລມ​ເພິ່ນ, ແຕ່​ເພິ່ນ​ບໍ່​ຟັງ​ໃຜ​ໝົດ ແລະ​ເວົ້າ​ວ່າ, “ຂ້ອຍ​ຈະ​ໄວ້ທຸກ​ໃຫ້​ລູກຊາຍ​ຂອງຂ້ອຍ ຈົນກວ່າ​ຈະ​ຕາຍ​ຕາມ​ລາວ​ໄປ.” ສະນັ້ນ ເພິ່ນ​ຈຶ່ງ​ສືບຕໍ່​ໄວ້ທຸກ​ໃຫ້​ແກ່​ໂຢເຊັບ​ລູກຊາຍ​ຂອງຕົນ.


ແຕ່​ທະຫານ​ຜູ້ນັ້ນ​ຕອບ​ວ່າ, “ເຖິງ​ແມ່ນ​ວ່າ ທ່ານ​ຈະ​ເອົາ​ເງິນ​ໃຫ້​ຂ້ານ້ອຍ​ພັນ​ຫລຽນ ຂ້ານ້ອຍ​ກໍ​ບໍ່​ຍອມ​ແຕະຕ້ອງ​ຕົວ​ລູກຊາຍ​ຂອງ​ກະສັດ ເພາະ​ພວກ​ຂ້ານ້ອຍ​ທຸກຄົນ​ຕ່າງ​ກໍ​ໄດ້​ຍິນ​ກະສັດ​ສັ່ງ​ທ່ານ, ອາບີໄຊ ແລະ​ອິດໄຕ​ວ່າ, ‘ເພື່ອ​ເຫັນ​ແກ່​ເຮົາ ຢ່າ​ທຳລາຍ​ຊາຍໜຸ່ມ​ອັບຊາໂລມ​ເດີ.’


ໂຢອາບ​ເວົ້າ​ຂຶ້ນ​ວ່າ, “ຂ້ອຍ​ຈະ​ບໍ່​ເສຍ​ເວລາ​ເວົ້າ​ກັບ​ເຈົ້າ​ອີກ​ຕໍ່ໄປ.” ໂຢອາບ​ຈຶ່ງ​ໃຊ້​ຫອກ​ສາມ​ແງ່ມ​ແທງ​ທີ່​ໜ້າເອິກ​ຂອງ​ອັບຊາໂລມ ຂະນະທີ່​ລາວ​ແຂວນ​ຢູ່​ທີ່​ຕົ້ນໂອກ​ແລະ​ຍັງ​ມີ​ຊີວິດ.


ໂຢອາບ​ຕອບ​ວ່າ, “ບໍ່​ຕ້ອງ​ໄປ ວັນ​ນີ້​ເຈົ້າ​ບໍ່​ຕ້ອງ​ນຳ​ເອົາ​ຂ່າວ​ໃດໆ​ໄປ​ບອກ​ເພິ່ນ ມື້​ໃໝ່​ຈຶ່ງ​ຄ່ອຍ​ໄປ; ສຳລັບ​ວັນ​ນີ້​ເຈົ້າ​ບໍ່​ຕ້ອງ​ໄປ​ດອກ ເພາະ​ເປັນ​ມື້​ທີ່​ລູກຊາຍ​ຂອງ​ກະສັດ​ຕາຍ.”


ເມື່ອ​ໄດ້ຍິນ​ດັ່ງນັ້ນ ກະສັດ​ກໍ​ເຕັມ​ໄປ​ດ້ວຍ​ຄວາມທຸກໃຈ. ເພິ່ນ​ລຸກ​ຂຶ້ນ​ຍ່າງ​ໄປ​ພ້ອມ​ທັງ​ຮ້ອງໄຫ້ ແລະ​ຈົ່ມ​ວ່າ, “ໂອ ອັບຊາໂລມ​ລູກຊາຍ​ຂອງ​ພໍ່​ເອີຍ ຖ້າ​ເປັນ​ໄປ​ໄດ້​ພໍ່​ເອງ​ຢາກ​ຈະ​ຕາຍ​ແທນ​ລູກ​ເສຍ ໂອ ອັບຊາໂລມ​ລູກຊາຍ​ຂອງ​ພໍ່​ເອີຍ! ລູກຊາຍ​ຂອງ​ພໍ່​ເອີຍ!”


ເພິ່ນ​ຮ້ອງ​ສັ່ງ​ໂຢອາບ, ອາບີໄຊ ແລະ​ອິດໄຕ​ວ່າ, “ເພື່ອ​ເຫັນ​ແກ່​ເຮົາ ຢ່າ​ໄດ້​ທຳຮ້າຍ​ຊາຍໜຸ່ມ​ອັບຊາໂລມ​ເດີ.” ທະຫານ​ທຸກ​ກົມ​ກອງ​ກໍ​ໄດ້​ຍິນ​ຄຳສັ່ງ ທີ່​ກະສັດ​ດາວິດ​ສັ່ງ​ແກ່​ພວກ​ນາຍ​ຂອງຕົນ.


ເມື່ອ​ທະຫານ​ໄດ້ຍິນ​ວ່າ​ກະສັດ​ໄວ້ທຸກ​ນຳ​ລູກຊາຍ​ຂອງຕົນ ຄວາມ​ຊົມຊື່ນ​ຍິນດີ​ແຫ່ງ​ໄຊຊະນະ​ຈຶ່ງ​ກາຍເປັນ​ຄວາມ​ໂສກເສົ້າ ສຳລັບ​ທະຫານ​ທັງໝົດ​ຂອງ​ກະສັດ​ດາວິດ​ໃນ​ມື້​ນັ້ນ.


ລູກ​ໂງ່ຈ້າ​ເຮັດ​ໃຫ້​ພໍ່​ທຸກໃຈ​ແລະ​ເຮັດ​ໃຫ້​ແມ່​ເສຍໃຈ​ຢ່າງ​ຂົມຂື່ນ.


ເຮົາ​ຈະ​ເຮັດ​ໃຫ້​ເຊື້ອສາຍ​ຂອງ​ກະສັດ​ດາວິດ ແລະ​ຊາວ​ເຢຣູຊາເລັມ​ຄົນອື່ນໆ ເຕັມ​ໄປ​ດ້ວຍ​ຈິດໃຈ​ເມດຕາ ແລະ​ຮັກ​ການພາວັນນາ​ອະທິຖານ. ພວກເຂົາ​ຈະ​ແນມເບິ່ງ​ຜູ້​ທີ່​ພວກເຂົາ​ແທງ​ຈົນຕາຍ ແລະ​ພວກເຂົາ​ຈະ​ໄວ້ທຸກ​ໃຫ້​ເພິ່ນ​ດັ່ງ​ຄົນ​ທີ່​ໄວ້ທຸກ​ໃຫ້​ແກ່​ລູກຊາຍ​ໂທນ​ຂອງຕົນ. ພວກເຂົາ​ຈະ​ໄວ້​ທຸກຢ່າງ​ຂົມຂື່ນ ດັ່ງ​ຄົນ​ທີ່​ໄວ້ທຸກ​ໃຫ້​ແກ່​ລູກຊາຍກົກ​ຂອງຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka