2 ຊາມູເອນ 18:9 - ພຣະຄຳພີສັກສິ9 ໃນທັນໃດນັ້ນ ອັບຊາໂລມໄດ້ພົບທະຫານບາງຄົນຂອງກະສັດດາວິດ. ອັບຊາໂລມກຳລັງຂີ່ລໍແລະໃນຂະນະທີ່ລໍພວມແລ່ນຜ່ານເຂົ້າໄປໃນຕົ້ນໂອກ ຫົວຂອງອັບຊາໂລມເລີຍຄາຢູ່ກັບງ່າໄມ້. ລໍຈຶ່ງແລ່ນໜີໄປແລະປ່ອຍໃຫ້ອັບຊາໂລມແຂວນຢູ່ກາງອາກາດ. Uka jalj uñjjattʼäta |
ຢ່າປ່ອຍຊາກສົບແຂວນໄວ້ຈົນຮອດກາງຄືນ. ໃຫ້ຝັງຊາກສົບຂອງຄົນນີ້ໃນມື້ນັ້ນໂລດ ເພາະຊາກສົບຂອງຄົນຕາຍທີ່ຖືກແຂວນຄໍກັບເສົາ ນຳຄວາມສາບແຊ່ງຂອງພຣະເຈົ້າມາສູ່ດິນແດນ. ຈົ່ງຝັງຊາກສົບນັ້ນສາ ເພື່ອບໍ່ເປັນການນຳການສາບແຊ່ງມາສູ່ດິນແດນ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຳລັງຈະມອບໃຫ້.”