Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 18:8 - ພຣະຄຳພີສັກສິ

8 ການ​ສູ້ຮົບ​ໄດ້​ລຸກລາມ​ໄປ​ທົ່ວ​ທັງ​ປະເທດ ແລະ​ມີ​ທະຫານ​ຖືກ​ຂ້າ​ໃນ​ກາງ​ປ່າ ຫລາຍກວ່າ​ຖືກ​ຂ້າ​ຢູ່​ໃນ​ສະໜາມຮົບ.

Uka jalj uñjjattʼäta Copia luraña




2 ຊາມູເອນ 18:8
10 Jak'a apnaqawi uñst'ayäwi  

ພວກ​ອິດສະຣາເອນ​ພ່າຍແພ້​ທະຫານ​ຂອງ​ກະສັດ​ດາວິດ ໂດຍ​ມີ​ທະຫານ​ຖືກ​ຂ້າ​ໃນ​ມື້​ນັ້ນ​ຊາວພັນ​ຄົນ ຊຶ່ງ​ເປັນ​ການ​ພ່າຍແພ້​ອັນ​ໜັກໜ່ວງ​ທີ່ສຸດ.


ໃນ​ທັນໃດນັ້ນ ອັບຊາໂລມ​ໄດ້​ພົບ​ທະຫານ​ບາງຄົນ​ຂອງ​ກະສັດ​ດາວິດ. ອັບຊາໂລມ​ກຳລັງ​ຂີ່​ລໍ​ແລະ​ໃນ​ຂະນະທີ່​ລໍ​ພວມ​ແລ່ນ​ຜ່ານ​ເຂົ້າ​ໄປ​ໃນ​ຕົ້ນໂອກ ຫົວ​ຂອງ​ອັບຊາໂລມ​ເລີຍຄາ​ຢູ່​ກັບ​ງ່າ​ໄມ້. ລໍ​ຈຶ່ງ​ແລ່ນ​ໜີໄປ​ແລະ​ປ່ອຍ​ໃຫ້​ອັບຊາໂລມ​ແຂວນ​ຢູ່​ກາງ​ອາກາດ.


ສ່ວນ​ພວກ​ທີ່​ລອດຕາຍ​ນັ້ນ​ໄດ້​ປົບໜີໄປ​ເມືອງ​ອາເຟັກ, ແຕ່​ພວກ​ນີ້​ໄດ້​ຖືກ​ກຳແພງ​ເຈື່ອນ​ທັບ​ຕາຍ​ຊາວເຈັດ​ພັນ​ຄົນ. ກະສັດ​ເບັນຮາດາດ​ໄດ້​ປົບໜີໄປ​ໃນ​ເມືອງ​ນັ້ນ​ເຊັ່ນດຽວ​ກັນ ແລະ​ເຂົ້າ​ໄປ​ລີ້​ຢູ່​ທາງ​ຫລັງ​ຫ້ອງ​ຂອງ​ເຮືອນ​ຫລັງ​ໜຶ່ງ.


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ລຸກ​ຂຶ້ນ​ຊ່ວຍ​ແດ່ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ຂໍ​ຊົງ​ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ໄພ​ດ້ວຍ​ເຖີດ. ຂໍ​ພຣະອົງ​ຕົບ​ໜ້າ​ສັດຕູ​ທັງຫຼາຍ​ຂອງ​ຂ້ານ້ອຍ ແລະ​ຊົງ​ຫັກ​ແຂ້ວ​ຂອງ​ຄົນ​ທັງປວງ.


ຂ້າແດ່​ພຣະເຈົ້າ ໂຜດ​ປະກາດ​ວ່າ​ຂ້ານ້ອຍ​ບໍ່ມີ​ຄວາມຜິດ ຂໍ​ຊົງ​ໂຜດ​ຊ່ວຍ​ແກ້​ຄະດີ​ໃຫ້​ຂ້ານ້ອຍ​ດ້ວຍ ຄົນ​ບໍ່​ເຊື່ອ​ພຣະເຈົ້າ​ໄດ້​ກ່າວ​ຕໍ່ສູ້​ຂ້ານ້ອຍ ໂຜດ​ຊ່ວຍກູ້​ຂ້ານ້ອຍ​ຈາກ​ຄົນ​ຂີ້ຕົວະ​ແລະ​ຊົ່ວຮ້າຍ.


ເມື່ອ​ພຣະອົງ​ຫາຍໃຈ ພຽງ​ຄັ້ງ​ດຽວ​ເທົ່ານັ້ນ ຊາວ​ເອຢິບ​ກໍ​ຈົມ​ລົງ​ສູ່​ທ້ອງ​ທະເລ​ທັງ​ດີ້ນ. ພວກເຂົາ​ຈົມ​ລົງ​ດິ່ງໆ​ເໝືອນ​ດັ່ງ​ກ້ອນ​ຂີ້ກົ່ວ ຕົນຕົວ​ຈົມ​ລົງ​ສູ່​ພື້ນ​ທະເລ​ກວ້າງ​ຄຶກຄະນອງ.


ລູກ​ເອີຍ ຈົ່ງ​ຢຳເກງ​ພຣະເຈົ້າຢາເວ ແລະ​ໃຫ້ກຽດ​ແກ່​ກະສັດ. ຢ່າ​ມີ​ສ່ວນ​ໃນ​ພວກ​ທີ່​ກະບົດ​ຕໍ່​ພວກເພິ່ນ,


ຄົນ​ຢ່າງນັ້ນ​ກໍ​ຈະ​ຖືກ​ທຳລາຍ​ໄດ້​ໃນ​ຊົ່ວ​ບຶດດຽວ ແລະ​ຜູ້ໃດ​ຮູ້​ບໍ່​ວ່າ​ແມ່ນ​ໄພພິບັດ​ຢ່າງໃດ​ທີ່​ພຣະອົງ​ທັງສອງ​ນຳມາ?


ໃນ​ຂະນະທີ່​ພວກອາໂມ​ກຳລັງ​ປົບໜີ ຈາກ​ເມືອງ​ເບັດ​ໂຮໂຣນ​ໄປ​ສູ່​ເມືອງ​ອາເຊກາ​ນັ້ນ ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ໝາກເຫັບ​ໃຫຍ່​ຈາກ​ທ້ອງຟ້າ​ຕົກ​ຖືກ​ພວກເຂົາ. ສະນັ້ນ ພວກ​ທີ່​ຕາຍ​ຍ້ອນ​ໝາກເຫັບ​ຕົກ​ຖືກ​ນັ້ນ ຈຶ່ງ​ມີ​ຫລາຍກວ່າ​ພວກ​ທີ່​ຖືກ​ພວກ​ອິດສະຣາເອນ​ຂ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka