Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 18:5 - ພຣະຄຳພີສັກສິ

5 ເພິ່ນ​ຮ້ອງ​ສັ່ງ​ໂຢອາບ, ອາບີໄຊ ແລະ​ອິດໄຕ​ວ່າ, “ເພື່ອ​ເຫັນ​ແກ່​ເຮົາ ຢ່າ​ໄດ້​ທຳຮ້າຍ​ຊາຍໜຸ່ມ​ອັບຊາໂລມ​ເດີ.” ທະຫານ​ທຸກ​ກົມ​ກອງ​ກໍ​ໄດ້​ຍິນ​ຄຳສັ່ງ ທີ່​ກະສັດ​ດາວິດ​ສັ່ງ​ແກ່​ພວກ​ນາຍ​ຂອງຕົນ.

Uka jalj uñjjattʼäta Copia luraña




2 ຊາມູເອນ 18:5
8 Jak'a apnaqawi uñst'ayäwi  

ແລ້ວ​ກະສັດ​ດາວິດ​ກໍ​ກ່າວ​ແກ່​ອາບີໄຊ​ກັບ​ພວກ​ຂ້າຣາຊການ​ທຸກຄົນ​ວ່າ, “ລູກຊາຍ​ຂອງເຮົາ​ເອງ​ພະຍາຍາມ​ຈະ​ຂ້າ​ເຮົາ​ຢູ່; ສະນັ້ນ ເປັນຫຍັງ​ຈຶ່ງ​ປະຫລາດ​ໃຈ​ກັບ​ຄົນ​ເບັນຢາມິນ​ຜູ້​ນີ້? ປ່ອຍ​ໃຫ້​ລາວ​ດ່າ​ເຮົາ​ຢູ່​ຢ່າງ​ນັ້ນ​ແຫຼະ ແລະ​ຢ່າ​ໄປ​ຫຍຸ້ງກ່ຽວ​ກັບ​ລາວ​ເລີຍ ເພາະ​ພຣະເຈົ້າຢາເວ​ໄດ້​ບອກ​ໃຫ້​ລາວ​ເຮັດ​ຢ່າງ​ນັ້ນ.


ອັບຊາໂລມ​ແລະ​ຊາວ​ອິດສະຣາເອນ​ທຸກຄົນ​ຈຶ່ງ​ເວົ້າ​ວ່າ, “ຄຳແນະນຳ​ຂອງ​ຮູຊາຍ​ຊາວ​ອາກກິດ​ນີ້​ດີກວ່າ​ຄຳແນະນຳ​ຂອງ​ອາຮີໂຕເຟນ.” ພຣະເຈົ້າຢາເວ​ຕັດສິນໃຈ​ບໍ່​ໃຫ້​ອັບຊາໂລມ​ເຮັດ​ຕາມ​ຄຳແນະນຳ​ທີ່​ດີ​ຂອງ​ອາຮີໂຕເຟນ ເພື່ອ​ວ່າ​ພຣະເຈົ້າຢາເວ​ຈະ​ໃຫ້​ຄວາມພິນາດ​ຕົກ​ຖືກ​ອັບຊາໂລມ.


ແຕ່​ທະຫານ​ຜູ້ນັ້ນ​ຕອບ​ວ່າ, “ເຖິງ​ແມ່ນ​ວ່າ ທ່ານ​ຈະ​ເອົາ​ເງິນ​ໃຫ້​ຂ້ານ້ອຍ​ພັນ​ຫລຽນ ຂ້ານ້ອຍ​ກໍ​ບໍ່​ຍອມ​ແຕະຕ້ອງ​ຕົວ​ລູກຊາຍ​ຂອງ​ກະສັດ ເພາະ​ພວກ​ຂ້ານ້ອຍ​ທຸກຄົນ​ຕ່າງ​ກໍ​ໄດ້​ຍິນ​ກະສັດ​ສັ່ງ​ທ່ານ, ອາບີໄຊ ແລະ​ອິດໄຕ​ວ່າ, ‘ເພື່ອ​ເຫັນ​ແກ່​ເຮົາ ຢ່າ​ທຳລາຍ​ຊາຍໜຸ່ມ​ອັບຊາໂລມ​ເດີ.’


ມີ​ຄົນ​ມາ​ບອກ​ໂຢອາບ​ວ່າ, “ກະສັດ​ດາວິດ​ກຳລັງ​ຮ້ອງໄຫ້​ແລະ​ໄວ້ທຸກ​ນຳ​ອັບຊາໂລມ.”


ພໍ່​ເມດຕາ​ກະລຸນາ​ລູກໆ​ຫລາຍ​ເທົ່າໃດ ພຣະເຈົ້າຢາເວ​ກໍ​ເມດຕາ​ຜູ້​ທີ່​ຢຳເກງ​ພຣະອົງ​ຫລາຍ​ເທົ່ານັ້ນ.


ພຣະເຢຊູເຈົ້າ​ພາວັນນາ​ອະທິຖານ​ວ່າ, “ພຣະບິດາເຈົ້າ​ເອີຍ ໂຜດ​ຍົກໂທດ​ໃຫ້​ພວກເຂົາ​ດ້ວຍ​ເຖີດ ເພາະ​ພວກເຂົາ​ບໍ່​ຮູ້ຈັກ​ວ່າ ພວກເຂົາ​ກຳລັງ​ເຮັດ​ຫຍັງ.” ແລ້ວ​ພວກ​ທະຫານ​ກໍ​ແບ່ງປັນ​ເຄື່ອງ​ນຸ່ງ​ຂອງ​ພຣະອົງ ໂດຍ​ໃຊ້​ສະຫລາກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka