Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 18:4 - ພຣະຄຳພີສັກສິ

4 ກະສັດ​ຕອບ​ວ່າ, “ເຮົາ​ຈະ​ເຮັດ​ສິ່ງໃດ​ກໍໄດ້​ທີ່​ພວກເຈົ້າ​ຄິດ​ວ່າ​ເປັນ​ການ​ດີ.” ແລ້ວ​ເພິ່ນ​ກໍ​ຢືນ​ເບິ່ງ​ຢູ່​ຂ້າງ​ປະຕູ​ກຳແພງ​ເມືອງ ໃນ​ຂະນະທີ່​ທະຫານ​ຂອງ​ເພິ່ນ​ຍ່າງ​ອອກ​ໄປ​ເປັນ​ກອງຮ້ອຍ​ແລະ​ກອງພັນ.

Uka jalj uñjjattʼäta Copia luraña




2 ຊາມູເອນ 18:4
5 Jak'a apnaqawi uñst'ayäwi  

ຢູ່​ຕໍ່ມາ ກະສັດ​ດາວິດ​ໄດ້​ທ້ອນໂຮມ​ເອົາ​ທະຫານ​ທັງໝົດ​ຂອງ​ເພິ່ນ ໂດຍ​ແບ່ງ​ພວກເຂົາ​ອອກ​ເປັນ​ກອງພັນ​ແລະ​ກອງຮ້ອຍ ແລະ​ໃຫ້​ມີ​ນາຍຮ້ອຍ​ນາຍພັນ​ເປັນ​ຜູ້​ບັນຊາການ.


ສ່ວນ​ກະສັດ​ດາວິດ​ກໍ​ກຳລັງ​ນັ່ງ​ຢູ່ ລະຫວ່າງ​ປະຕູ​ກຳແພງ​ເມືອງ​ຊັ້ນໃນ​ແລະ​ຊັ້ນນອກ. ເມື່ອ​ທະຫານ​ຍາມ​ເທິງ​ກຳແພງ​ຫລຽວ​ອອກ​ໄປ ແລະ​ເຫັນ​ຊາຍ​ຄົນ​ໜຶ່ງ​ກຳລັງ​ແລ່ນ​ມາ​ຜູ້​ດຽວ ລາວ​ຈຶ່ງ​ລົງ​ມາ​ບອກ​ກະສັດ


ເພິ່ນ​ຮ້ອງ​ສັ່ງ​ໂຢອາບ, ອາບີໄຊ ແລະ​ອິດໄຕ​ວ່າ, “ເພື່ອ​ເຫັນ​ແກ່​ເຮົາ ຢ່າ​ໄດ້​ທຳຮ້າຍ​ຊາຍໜຸ່ມ​ອັບຊາໂລມ​ເດີ.” ທະຫານ​ທຸກ​ກົມ​ກອງ​ກໍ​ໄດ້​ຍິນ​ຄຳສັ່ງ ທີ່​ກະສັດ​ດາວິດ​ສັ່ງ​ແກ່​ພວກ​ນາຍ​ຂອງຕົນ.


ພຣະອົງ​ຈະ​ໃຫ້​ຜູ້​ເຮັດ​ໜ້າທີ່​ຕັດສິນ​ຄະດີ ມີ​ຄວາມ​ເຂົ້າໃຈ​ຄວາມ​ຍຸດຕິທຳ ແລະ​ຈະ​ໃຫ້​ຄວາມ​ກ້າຫານ​ແກ່​ຜູ້​ທີ່​ປ້ອງກັນ​ປະຕູ​ເມືອງ​ບໍ່​ໃຫ້​ຖືກ​ໂຈມຕີ.


ພວກ​ເຈົ້ານາຍ​ຟີລິດສະຕິນ​ໄດ້​ຍົກທັບ​ເປັນ​ກອງຮ້ອຍ​ແລະ​ກອງພັນ ມຸ່ງໜ້າ​ອອກ​ໄປ. ສ່ວນ​ດາວິດ​ກັບ​ຄົນ​ຂອງຕົນ​ນັ້ນ​ຢູ່​ທາງຫລັງ​ກັບ​ເຈົ້າ​ອາກີເຊ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka