Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 18:3 - ພຣະຄຳພີສັກສິ

3 ພວກເຂົາ​ຕອບ​ວ່າ, “ທ່ານ​ບໍ່ຄວນ​ໄປ​ກັບ​ພວກ​ຂ້ານ້ອຍ ຖ້າ​ພວກ​ຂ້ານ້ອຍ​ລ້າ​ຖອຍ​ຫລື​ຖືກ​ຂ້າ​ເສຍ​ເຄິ່ງ​ໜຶ່ງ ກໍ​ບໍ່​ສຳຄັນ​ຫຍັງ​ສຳລັບ​ພວກ​ສັດຕູ; ແຕ່​ທ່ານ​ເອງ​ມີຄ່າ​ກວ່າ​ຄົນ​ດັ່ງ​ພວກ​ຂ້ານ້ອຍ​ຕັ້ງ​ໝື່ນ​ຄົນ. ຄົງ​ເປັນ​ການ​ດີກວ່າ​ທີ່​ທ່ານ​ຢູ່​ໃນ​ເມືອງ​ນີ້ ແລະ​ຈັດ​ສົ່ງ​ກອງໜູນ​ອອກ​ໄປ​ຊ່ວຍ.”

Uka jalj uñjjattʼäta Copia luraña




2 ຊາມູເອນ 18:3
8 Jak'a apnaqawi uñst'ayäwi  

ໂຢອາບ​ບອກ​ອາບີໄຊ​ວ່າ, “ຖ້າ​ເຈົ້າ​ເຫັນ​ພວກ​ຊີເຣຍ​ເອົາ​ຊະນະ​ຂ້ອຍ ໃຫ້​ເຈົ້າ​ມາ​ຊ່ວຍ​ຂ້ອຍ​ເດີ. ຖ້າ​ພວກ​ອຳໂມນ​ເອົາ​ຊະນະ​ເຈົ້າ ຂ້ອຍ​ຈະ​ໄປ​ຊ່ວຍ​ເຈົ້າ.


ຂ້ານ້ອຍ​ຈະ​ໄປ​ໂຈມຕີ​ເພິ່ນ​ໃນ​ຂະນະທີ່​ເພິ່ນ​ອິດເມື່ອຍ ແລະ​ທໍ້ຖອຍ​ກຳລັງໃຈ. ເພິ່ນ​ຈະ​ຕື່ນ​ຕົກໃຈ ແລະ​ພວກ​ທະຫານ​ຂອງ​ເພິ່ນ​ກໍ​ຈະ​ແລ່ນ​ປົບໜີໄປ. ຂ້ານ້ອຍ​ຈະ​ຂ້າ​ແຕ່​ກະສັດ​ເທົ່ານັ້ນ


ແຕ່​ອາບີໄຊ ລູກຊາຍ​ຂອງ​ນາງ​ເຊຣູອີຢາ​ມາ​ຊ່ວຍ​ກະສັດ​ດາວິດ​ໄວ້​ທັນ ໂດຍ​ໄດ້​ໂຈມຕີ​ຄົນ​ຮ່າງໃຫຍ່​ແລະ​ຂ້າ​ລາວ​ໄດ້​ໃນ​ທີ່ສຸດ. ແລ້ວ​ທະຫານ​ຂອງ​ກະສັດ​ດາວິດ​ກໍໄດ້​ຂໍ​ໃຫ້​ກະສັດ​ສັນຍາ​ວ່າ ເພິ່ນ​ຈະ​ບໍ່​ອອກ​ໄປ​ທີ່​ສະໜາມຮົບ​ກັບ​ພວກເຂົາ​ອີກ​ເລີຍ ໂດຍ​ບອກ​ເພິ່ນ​ວ່າ, “ທ່ານ​ເປັນ​ຄວາມຫວັງ​ຂອງ​ຊາດ​ອິດສະຣາເອນ ແລະ​ພວກ​ຂ້ານ້ອຍ​ບໍ່​ຢາກ​ສູນເສຍ​ທ່ານ​ໄປ.”


ກະສັດ​ແຫ່ງ​ຊີເຣຍ​ໄດ້​ສັ່ງ​ຜູ້​ບັນຊາການ​ລົດຮົບ​ສາມສິບສອງ​ຄົນ ບໍ່​ໃຫ້​ໂຈມຕີ​ຜູ້ໃດ ນອກຈາກ​ກະສັດ​ແຫ່ງ​ອິດສະຣາເອນ​ແຕ່​ເທົ່ານັ້ນ.


ພວກເຂົາ​ຈັບ​ເອົາ​ຜູ້​ທີ່​ຊີ້ຂາດ​ຊີວິດ​ຂອງ​ພວກເຮົາ ຄື​ກະສັດ​ຜູ້​ທີ່​ພຣະເຈົ້າຢາເວ​ເອງ​ໄດ້​ຊົງ​ເຈີມໄວ້​ນັ້ນ ຄື​ຜູ້​ທີ່​ພວກເຮົາ​ໄດ້​ໄວ້ວາງໃຈ​ໃນ​ຕົວ​ເພິ່ນ ເພື່ອ​ປົກປ້ອງ​ພວກເຮົາ​ຈາກ​ພວກ​ຮຸກຮານ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ດາບ​ເອີຍ ຈົ່ງ​ຕື່ນ​ຂຶ້ນ​ແລະ​ໂຈມຕີ​ຄົນລ້ຽງແກະ ທີ່​ເຮັດ​ວຽກ​ໃຫ້​ເຮົາ ຈົ່ງ​ຂ້າ​ລາວ​ເສຍ ແລະ​ຝູງແກະ​ຂອງເຮົາ​ກໍ​ຈະ​ກະຈັດ​ກະຈາຍ​ໄປ. ເຮົາ​ຈະ​ໂຈມຕີ​ປະຊາຊົນ​ຂອງເຮົາ.”


ໃນ​ການ​ສະເຫລີມ​ສະຫລອງ​ຄັ້ງນີ້ ພວກຜູ້ຍິງ​ໄດ້​ຮ້ອງເພງ​ວ່າ, “ໂຊນ​ໄດ້​ຂ້າ​ສັດຕູ​ຫລາຍ​ພັນ​ຄົນ, ແຕ່​ດາວິດ​ນັ້ນ​ໄດ້​ຂ້າ​ສັດຕູ​ຫລາຍ​ໝື່ນ​ຄົນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka