2 ຊາມູເອນ 18:2 - ພຣະຄຳພີສັກສິ2 ແລ້ວເພິ່ນກໍສົ່ງພວກເຂົາອອກໄປເປັນສາມກອງ ຊຶ່ງມີລູກຊາຍຂອງນາງເຊຣູອີຢາຄືໂຢອາບແລະອາບີໄຊນ້ອງຊາຍຂອງຕົນແລະອິດໄຕຊາວເມືອງກາດ ເປັນຜູ້ບັນຊາການຂອງແຕ່ລະກອງ. ແລ້ວກະສັດກໍເວົ້າກັບທະຫານຂອງຕົນວ່າ, “ເຮົາເອງຈະໄປກັບພວກເຈົ້າ.” Uka jalj uñjjattʼäta |
ແຕ່ອາບີໄຊ ລູກຊາຍຂອງນາງເຊຣູອີຢາມາຊ່ວຍກະສັດດາວິດໄວ້ທັນ ໂດຍໄດ້ໂຈມຕີຄົນຮ່າງໃຫຍ່ແລະຂ້າລາວໄດ້ໃນທີ່ສຸດ. ແລ້ວທະຫານຂອງກະສັດດາວິດກໍໄດ້ຂໍໃຫ້ກະສັດສັນຍາວ່າ ເພິ່ນຈະບໍ່ອອກໄປທີ່ສະໜາມຮົບກັບພວກເຂົາອີກເລີຍ ໂດຍບອກເພິ່ນວ່າ, “ທ່ານເປັນຄວາມຫວັງຂອງຊາດອິດສະຣາເອນ ແລະພວກຂ້ານ້ອຍບໍ່ຢາກສູນເສຍທ່ານໄປ.”