10 ທະຫານຄົນໜຶ່ງຂອງກະສັດດາວິດໄດ້ມາເຫັນລາວ ຈຶ່ງໄປລາຍງານຕໍ່ໂຢອາບວ່າ, “ທ່ານເອີຍ ຂ້ານ້ອຍເຫັນອັບຊາໂລມກຳລັງແຂວນຄາຢູ່ກັບຕົ້ນໂອກ.”
ອັບຣາມໄດ້ເດີນທາງຜ່ານປະເທດໄປຕໍ່ ຈົນຮອດຕົ້ນໄມ້ສັກສິດທີ່ໂມເຣ ຊຶ່ງເປັນບ່ອນສັກສິດຂອງເມືອງຊີເຄມ. (ໃນຄາວນັ້ນ ຊາວການາອານຍັງອາໄສຢູ່ໃນດິນແດນນີ້.)
ໂຢອາບຕອບວ່າ, “ເມື່ອເຈົ້າເຫັນດັ່ງນັ້ນ ເປັນຫຍັງຈຶ່ງບໍ່ຂ້າລາວຢູ່ກັບບ່ອນໂລດ? ແລ້ວຂ້ອຍເອງກໍຈະເອົາເງິນສິບຫລຽນກັບສາຍແອວໃຫ້ເຈົ້າ.”
ໃນທັນໃດນັ້ນ ອັບຊາໂລມໄດ້ພົບທະຫານບາງຄົນຂອງກະສັດດາວິດ. ອັບຊາໂລມກຳລັງຂີ່ລໍແລະໃນຂະນະທີ່ລໍພວມແລ່ນຜ່ານເຂົ້າໄປໃນຕົ້ນໂອກ ຫົວຂອງອັບຊາໂລມເລີຍຄາຢູ່ກັບງ່າໄມ້. ລໍຈຶ່ງແລ່ນໜີໄປແລະປ່ອຍໃຫ້ອັບຊາໂລມແຂວນຢູ່ກາງອາກາດ.
ສະນັ້ນ ຈົ່ງມອບຊາຍເຈັດຄົນຈາກເຊື້ອສາຍຂອງເພິ່ນ ແລະພວກຂ້ານ້ອຍຈະແຂວນຄໍພວກເຂົາຊ້ອງໜ້າພຣະເຈົ້າຢາເວຢູ່ໃນເມືອງກີເບອາ ບ້ານເກີດເມືອງນອນຂອງໂຊນ ກະສັດທີ່ພຣະເຈົ້າຢາເວໄດ້ເລືອກເອົານັ້ນ.” ກະສັດຕອບວ່າ, “ເຮົາຈະມອບພວກເຂົາໃຫ້ພວກເຈົ້າ.”
ພຣະອົງສົ່ງຄວາມພິນາດແລະຄວາມຈິບຫາຍ ມາທຳລາຍຄົນທັງຫລາຍທີ່ເຮັດການຊົ່ວຮ້າຍ.
ພຣະຄຣິດໄດ້ຊົງໄຖ່ພວກເຮົາ ໃຫ້ພົ້ນຈາກການສາບແຊ່ງຂອງກົດບັນຍັດ ໂດຍການທີ່ພຣະອົງຊົງຍອມຖືກສາບແຊ່ງແທນພວກເຮົາ (ເພາະພຣະຄຳພີຂຽນໄວ້ວ່າ, “ທຸກຄົນທີ່ຖືກແຂວນໄວ້ທີ່ຕົ້ນໄມ້ ກໍຖືກສາບແຊ່ງແລ້ວ.”)