1 ຢູ່ຕໍ່ມາ ກະສັດດາວິດໄດ້ທ້ອນໂຮມເອົາທະຫານທັງໝົດຂອງເພິ່ນ ໂດຍແບ່ງພວກເຂົາອອກເປັນກອງພັນແລະກອງຮ້ອຍ ແລະໃຫ້ມີນາຍຮ້ອຍນາຍພັນເປັນຜູ້ບັນຊາການ.
ໂມເຊຈຶ່ງສັ່ງໂຢຊວຍວ່າ, “ມື້ອື່ນ ເຈົ້າຈົ່ງເລືອກເຟັ້ນເອົາບາງຄົນ ອອກໄປສູ້ຮົບກັບຊາວອາມາເຫຼັກ. ສ່ວນເຮົາເອງຈະຖືໄມ້ຄ້ອນເທົ້າທີ່ພຣະເຈົ້າໄດ້ມອບໃຫ້ນັ້ນ ຢືນເບິ່ງຢູ່ເທິງເນີນພູ.”
ແຕ່ນອກຈາກນີ້ ເຈົ້າຄວນເລືອກເຟັ້ນເອົາຄົນທີ່ມີຄວາມສາມາດບາງຄົນໃນທ່າມກາງປະຊາຊົນທັງໝົດ ແລະແຕ່ງຕັ້ງພວກເຂົາໃຫ້ເປັນຜູ້ປົກຄອງໜຶ່ງພັນຄົນ, ໜຶ່ງຮ້ອຍຄົນ, ຫ້າສິບຄົນ ແລະສິບຄົນ. ພວກຜູ້ປົກຄອງນັ້ນຈະຕ້ອງເປັນຄົນຢຳເກງພຣະເຈົ້າ ທັງໄວ້ວາງໃຈໄດ້ແລະບໍ່ກິນສິນບົນ.
ແລະໄດ້ເລືອກເຟັ້ນເອົາຄົນທີ່ມີຄວາມສາມາດຈາກຊາວອິດສະຣາເອນທັງໝົດ. ເພິ່ນໄດ້ແຕ່ງຕັ້ງພວກເຂົາໃຫ້ເປັນຜູ້ປົກຄອງພັນຄົນ, ຮ້ອຍຄົນ, ຫ້າສິບຄົນ ແລະສິບຄົນ.
ໂມເຊໄດ້ຮ້າຍພວກນາຍທະຫານ, ພວກຜູ້ບັນຊາການກອງພັນ ແລະພວກຜູ້ບັນຊາກອງຮ້ອຍທີ່ນຳທັບກັບຄືນມານັ້ນວ່າ,
ເມື່ອນາຍທະຫານເວົ້າສຸດແລ້ວ ໃຫ້ເລືອກເອົາຫົວໜ້າປະຈຳແຕ່ລະໜ່ວຍ.
ຕອນເຊົ້າແຕ່ເດິກໆ ໂຢຊວຍໄດ້ລຸກຂຶ້ນແລະເອີ້ນບັນດາທະຫານມາປະຊຸມ. ແລ້ວເພິ່ນເອງແລະພວກຜູ້ນຳຊາດອິດສະຣາເອນ ກໍໄດ້ຍົກທັບໄປສູ່ເມືອງອາອີ.
ກະສັດໂຊນຈຶ່ງຖາມບັນດານາຍທະຫານວ່າ, “ຊາວເບັນຢາມິນເອີຍ ຈົ່ງຟັງເທີ້ນ ພວກເຈົ້າຄິດວ່າດາວິດຈະເອົານາກັບສວນອະງຸ່ນໃຫ້ພວກເຈົ້າທຸກຄົນຊັ້ນບໍ? ລາວຈະໃຫ້ພວກເຈົ້າເປັນນາຍທະຫານໃນກອງທັບຂອງລາວຊັ້ນບໍ?
ເພິ່ນຈະແຕ່ງຕັ້ງເຂົາບາງຄົນໃຫ້ເປັນນາຍພັນ ແລະໃຫ້ບາງຄົນເປັນນາຍຮ້ອຍ. ລູກຊາຍຂອງພວກເຈົ້າຈະຕ້ອງໄຖນາແລະກ່ຽວເຂົ້າໃຫ້ເພິ່ນ ແລະເຮັດອາວຸດແລະເຄື່ອງຮົບປະຈຳລົດຮົບໃຫ້ເພິ່ນ.