Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 17:9 - ພຣະຄຳພີສັກສິ

9 ບາງທີ​ດຽວນີ້ ເພິ່ນ​ໄປ​ລີ້​ຢູ່​ໃນ​ຖໍ້າ ຫລື​ຢູ່​ບ່ອນ​ອື່ນ​ແລ້ວ​ກໍ​ເປັນ​ໄດ້. ພໍ​ເມື່ອ​ກະສັດ​ດາວິດ​ໂຈມຕີ​ຄົນ​ຂອງທ່ານ ຜູ້ໃດ​ທີ່​ໄດ້ຍິນ​ກ່ຽວກັບ​ເລື່ອງ​ນີ້​ຈະ​ເວົ້າ​ວ່າ, ທະຫານ​ຂອງທ່ານ​ພ່າຍແພ້.

Uka jalj uñjjattʼäta Copia luraña




2 ຊາມູເອນ 17:9
10 Jak'a apnaqawi uñst'ayäwi  

ແມ່ນແຕ່​ທະຫານ​ທີ່​ເກັ່ງກ້າ​ທີ່ສຸດ​ດັ່ງ​ໂຕສິງ​ບໍ່​ຢ້ານ​ຫຍັງ​ໝົດ​ກໍ​ຈະ​ຢ້ານ ເພາະ​ທຸກຄົນ​ໃນ​ຊາດ​ອິດສະຣາເອນ​ຮູ້​ແລ້ວ​ວ່າ ພໍ່​ຂອງທ່ານ​ນັ້ນ​ເປັນ​ທະຫານ​ຜູ້​ຍິ່ງໃຫຍ່ ແລະ​ທະຫານ​ຂອງ​ເພິ່ນ​ຕ່າງ​ກໍ​ຮົບ​ເກັ່ງ​ທັງນັ້ນ.


ທ່ານ​ກໍ​ຮູ້​ຢູ່​ແລ້ວ​ວ່າ ພໍ່​ຂອງທ່ານ​ກັບ​ພັກພວກ​ຂອງ​ເພິ່ນ​ນັ້ນ​ເປັນ​ນັກຮົບ​ທີ່​ເກັ່ງກ້າ ແລະ​ໂຫດຮ້າຍ​ດັ່ງ​ໝີ​ປ່າ​ທີ່​ຄົນ​ລັກ​ເອົາ​ລູກ​ຂອງ​ມັນ​ໄປ. ພໍ່​ຂອງທ່ານ​ເປັນ​ນັກຮົບ​ທີ່​ຊຳນິ​ຊຳນານ ເພິ່ນ​ບໍ່​ຢູ່​ນຳ​ທະຫານ​ໃນ​ເວລາ​ຕອນ​ກາງຄືນ​ດອກ.


ນໍ້າສ້າງ​ທີ່​ອິດຊະມາເອນ​ໂຍນ​ຊາກສົບ​ຂອງ​ຄົນ​ທີ່​ລາວ​ໄດ້​ຂ້າ​ລົງ​ໄປ​ໃນ​ນັ້ນ ເປັນ​ນໍ້າສ້າງ​ໃຫຍ່ ທີ່​ກະສັດ​ອາສາ​ໄດ້​ຂຸດ​ຄາວ​ທີ່​ເພິ່ນ​ໄດ້​ຖືກ​ກະສັດ​ບາອາຊາ​ແຫ່ງ​ອິດສະຣາເອນ​ໂຈມຕີ. ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ​ຈຶ່ງ​ໃຊ້​ດິນ​ຖົມ​ນໍ້າສ້າງ​ນີ້​ພ້ອມ​ກັບ​ຊາກສົບ​ເຫຼົ່ານີ້.


ຊາວ​ເມືອງ​ອາອີ​ໄດ້​ຂັບໄລ່​ຊາວ​ອິດສະຣາເອນ​ຈາກ​ປະຕູ​ເມືອງ ໃຫ້​ຖອຍໜີ​ໄປ​ຈົນເຖິງ​ເຊບາຣິມ ແລະ​ຂ້າ​ພວກເຂົາ​ຕາມ​ເນີນພູ ປະມານ 36 ຄົນ. ເມື່ອ​ເຫັນ​ເປັນ​ເຊັ່ນນີ້ ພວກ​ອິດສະຣາເອນ​ຈຶ່ງ​ເສຍຂວັນ​ແລະ​ຢ້ານກົວ.


ພວກເຮົາ​ຈະ​ລໍ້​ພວກເຂົາ​ໃຫ້​ໄລ່​ຕິດຕາມ​ພວກເຮົາ​ອອກ​ໄປ​ໄກ​ຈາກ​ຕົວເມືອງ. ພວກເຂົາ​ຈະ​ຕ້ອງ​ຄິດ​ວ່າ ພວກເຮົາ​ປົບໜີໄປ​ດັ່ງ​ເທື່ອ​ກ່ອນ.


ແລ້ວ​ດາວິດ​ກໍໄດ້​ອອກ​ຈາກ​ເມືອງກາດ​ໄປ​ຢູ່​ໃນ​ຖໍ້າ​ທີ່​ໃກ້​ກັບ​ເມືອງ​ອາດຸນລຳ. ເມື່ອ​ພວກອ້າຍ ແລະ​ພີ່ນ້ອງ​ທັງຫລາຍ​ໃນ​ຄອບຄົວ​ຂອງ​ພໍ່​ລາວ​ໄດ້ຍິນ​ວ່າ​ລາວ​ຢູ່​ທີ່​ນັ້ນ ພວກເຂົາ​ຈຶ່ງ​ພາກັນ​ໄປ​ສົມທົບ​ກຳລັງ​ກັບ​ລາວ.


ເພື່ອ​ຄວາມ​ແນ່ໃຈ​ໃຫ້​ພວກເຈົ້າ​ໄປ​ເບິ່ງ​ອີກເທື່ອໜຶ່ງ ແລະ​ຖາມ​ເບິ່ງ​ວ່າ​ມັນ​ຢູ່​ບ່ອນໃດ​ແທ້ໆ ແລະ​ແມ່ນ​ຜູ້ໃດ​ແດ່​ເຫັນ​ມັນ​ຢູ່​ທີ່​ນັ້ນ ເຮົາ​ໄດ້ຍິນ​ວ່າ​ມັນ​ເປັນ​ຄົນ​ທີ່​ມີ​ເລ້ຫລ່ຽມ​ຫລາຍ​ທີ່ສຸດ.


ກະສັດ​ໂຊນ​ໄດ້​ເຂົ້າ​ໄປ​ຖ່າຍ​ຢູ່​ໃນ​ຖໍ້າ​ແຫ່ງ​ໜຶ່ງ ໃກ້ໆ​ກັບ​ຄອກ​ແກະ​ທີ່​ຢູ່​ແປະ​ແຄມ​ທາງ. ພໍດີ​ຢູ່​ໃນ​ຖໍ້າ​ນັ້ນ​ມີ​ດາວິດ​ກັບ​ພວກຄົນ​ຂອງ​ລາວ​ລີ້​ຢູ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka