5 ອັບຊາໂລມກ່າວວ່າ, “ຈົ່ງໄປເອີ້ນເອົາຮູຊາຍຊາວອາກກິດມາດຽວນີ້ ແລະໃຫ້ພວກເຮົາຟັງເບິ່ງວ່າ ລາວຈະມີຄວາມເຫັນຢ່າງໃດ.”
ເມື່ອມີຄົນມາບອກກະສັດດາວິດວ່າ, ອາຮີໂຕເຟນກໍຮ່ວມເປັນກະບົດກັບອັບຊາໂລມດ້ວຍ ກະສັດຈຶ່ງພາວັນນາອະທິຖານວ່າ, “ຂ້າແດ່ພຣະເຈົ້າຢາເວ ຂໍພຣະອົງເຮັດໃຫ້ຄຳແນະນຳຂອງອາຮີໂຕເຟນໃຊ້ການບໍ່ໄດ້ເຖີດ.”
ຄຳສະເໜີນີ້ເປັນທີ່ພໍໃຈອັບຊາໂລມ ແລະພວກເຈົ້ານາຍຊາວອິດສະຣາເອນທຸກຄົນ.
ເມື່ອຮູຊາຍມາຮອດ ອັບຊາໂລມກໍໄດ້ເວົ້າຕໍ່ລາວວ່າ, “ນີ້ແມ່ນຄຳແນະນຳຂອງອາຮີໂຕເຟນທີ່ໃຫ້ພວກເຮົາ ພວກເຮົາຄວນຈະເຮັດຕາມຄຳແນະນຳນັ້ນຫລືບໍ່? ຖ້າບໍ່ດັ່ງນັ້ນ ບອກພວກເຮົາມາເບິ່ງດູວ່າຄວນເຮັດຢ່າງໃດ?”
ເພິ່ນຖາມວ່າ, “ພວກເຈົ້າຈະໃຫ້ຄຳແນະນຳເຮົາເຮັດຢ່າງໃດ? ເຮົາຈະກ່າວແກ່ປະຊາຊົນທີ່ມາຂໍໃຫ້ຜ່ອນຜັນພາລະຂອງພວກເຂົາຢ່າງໃດ?”