Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 17:2 - ພຣະຄຳພີສັກສິ

2 ຂ້ານ້ອຍ​ຈະ​ໄປ​ໂຈມຕີ​ເພິ່ນ​ໃນ​ຂະນະທີ່​ເພິ່ນ​ອິດເມື່ອຍ ແລະ​ທໍ້ຖອຍ​ກຳລັງໃຈ. ເພິ່ນ​ຈະ​ຕື່ນ​ຕົກໃຈ ແລະ​ພວກ​ທະຫານ​ຂອງ​ເພິ່ນ​ກໍ​ຈະ​ແລ່ນ​ປົບໜີໄປ. ຂ້ານ້ອຍ​ຈະ​ຂ້າ​ແຕ່​ກະສັດ​ເທົ່ານັ້ນ

Uka jalj uñjjattʼäta Copia luraña




2 ຊາມູເອນ 17:2
10 Jak'a apnaqawi uñst'ayäwi  

ເມື່ອ​ມາ​ເຖິງ​ແມ່ນໍ້າ​ຈໍແດນ ກະສັດ​ແລະ​ທະຫານ​ຂອງ​ເພິ່ນ​ກໍ​ອິດເມື່ອຍ​ອ່ອນເພຍ​ຫລາຍ; ສະນັ້ນ ຈຶ່ງ​ຢຸດ​ພັກຜ່ອນ​ຢູ່​ໃນ​ທີ່ນັ້ນ.


ຕໍ່ມາ​ບໍ່​ນານ ອາຮີໂຕເຟນ​ໄດ້​ເວົ້າ​ກັບ​ອັບຊາໂລມ​ວ່າ, “ຈົ່ງ​ໃຫ້​ຂ້ານ້ອຍ​ເລືອກ​ເອົາ​ທະຫານ​ສິບສອງພັນ​ຄົນ ແລະ​ອອກ​ໄປ​ຕາມ​ຫາ​ກະສັດ​ດາວິດ​ໃນ​ຄືນ​ວັນ​ນີ້.


ກະສັດ​ແຫ່ງ​ຊີເຣຍ​ໄດ້​ສັ່ງ​ຜູ້​ບັນຊາການ​ລົດຮົບ​ສາມສິບສອງ​ຄົນ ບໍ່​ໃຫ້​ໂຈມຕີ​ຜູ້ໃດ ນອກຈາກ​ກະສັດ​ແຫ່ງ​ອິດສະຣາເອນ​ແຕ່​ເທົ່ານັ້ນ.


ຂໍ​ຢ່າ​ໄດ້​ຍົກໂທດ​ຄວາມ​ຊົ່ວຊ້າ​ທີ່​ພວກເຂົາ​ໄດ້​ເຮັດ ແລະ​ຂໍ​ຢ່າ​ລືມ​ການບາບ​ຂອງ​ພວກເຂົາ; ເພາະ​ພວກເຂົາ​ໄດ້​ໝິ່ນປະໝາດ​ພວກ​ຂ້ານ້ອຍ ຜູ້​ທີ່​ກຳລັງ​ສ້າງ​ເມືອງ​ນີ້​ຂຶ້ນ​ໃໝ່.”


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ດາບ​ເອີຍ ຈົ່ງ​ຕື່ນ​ຂຶ້ນ​ແລະ​ໂຈມຕີ​ຄົນລ້ຽງແກະ ທີ່​ເຮັດ​ວຽກ​ໃຫ້​ເຮົາ ຈົ່ງ​ຂ້າ​ລາວ​ເສຍ ແລະ​ຝູງແກະ​ຂອງເຮົາ​ກໍ​ຈະ​ກະຈັດ​ກະຈາຍ​ໄປ. ເຮົາ​ຈະ​ໂຈມຕີ​ປະຊາຊົນ​ຂອງເຮົາ.”


ແຕ່​ເມື່ອ​ຄົນ​ເຊົ່າ​ສວນ​ເຫຼົ່ານັ້ນ ເຫັນ​ລູກຊາຍ​ຂອງ​ເພິ່ນ ພວກເຂົາ​ຈຶ່ງ​ເວົ້າ​ຕໍ່​ກັນແລະກັນ​ວ່າ, ‘ຄົນ​ນີ້​ແຫຼະ ເປັນ​ເຈົ້າ​ຂອງ​ມໍຣະດົກ ຈົ່ງ​ຂ້າ​ມັນ​ເສຍ ແລ້ວ​ພວກເຮົາ​ກໍ​ຈະ​ໄດ້​ມໍຣະດົກ​ຂອງ​ມັນ’


ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ພວກ​ສາວົກ​ວ່າ, “ໃນ​ຄືນ​ນີ້​ແຫຼະ ພວກເຈົ້າ​ທຸກຄົນ​ຈະ​ແລ່ນ​ໜີ​ຈາກ​ເຮົາ ແລະ​ປະຖິ້ມ​ເຮົາ​ໄປ ເພາະ​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ເຮົາ​ຈະ​ຂ້າ​ຜູ້​ທີ່​ລ້ຽງ​ແກະ ແລະ​ຝູງແກະ​ຈະ​ແຕກຊະ​ກັນ​ໄປ.’


ບໍ່​ຄິດ​ເຫັນ​ບໍ​ວ່າ ມັນ​ຈະ​ເປັນ​ປະໂຫຍດ​ສຳລັບ​ພວກທ່ານ ທີ່​ໃຫ້​ຄົນ​ໜຶ່ງ​ຕາຍ​ເພື່ອ​ປະຊາຊົນ ແທນ​ທີ່​ຈະ​ໃຫ້​ຄົນ​ທັງ​ຊາດ​ຕ້ອງ​ພິນາດ​ຈິບຫາຍ?”


ພວກເຂົາ​ບໍ່ໄດ້​ຢຳເກງ​ພຣະເຈົ້າ ສະນັ້ນ ພວກເຂົາ​ຈຶ່ງ​ໂຈມຕີ​ພວກເຈົ້າ​ທາງ​ດ້ານຫລັງ ເມື່ອ​ພວກເຈົ້າ​ອິດເມືອຍ​ອ່ອນເພຍ ແລະ​ຂ້າ​ຄົນ​ທີ່​ຄ້າງ​ຢູ່​ທາງຫລັງ​ຕາຍ​ຈົນ​ໝົດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka