Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 17:12 - ພຣະຄຳພີສັກສິ

12 ຖ້າ​ເຮັດ​ດັ່ງນີ້ ພວກເຮົາ​ຈະ​ຫາ​ກະສັດ​ດາວິດ​ພົບ ບໍ່​ວ່າ​ເພິ່ນ​ຈະ​ຢູ່​ບ່ອນ​ໃດ​ກໍຕາມ ແລະ​ເຂົ້າ​ໂຈມຕີ​ກ່ອນ​ທີ່​ເພິ່ນ​ຈະ​ຮູ້​ຕົວ. ກະສັດ​ດາວິດ​ແລະ​ພັກພວກ​ຂອງ​ເພິ່ນ​ຈະ​ບໍ່ມີ​ຜູ້ໃດ​ລອດຊີວິດ​ໄປ​ໄດ້.

Uka jalj uñjjattʼäta Copia luraña




2 ຊາມູເອນ 17:12
8 Jak'a apnaqawi uñst'ayäwi  

ຈາກ​ນັ້ນ ກະສັດ​ເບັນຮາດາດ​ຈຶ່ງ​ໄດ້​ສົ່ງຂ່າວ​ມາ​ເຖິງ​ກະສັດ​ອາຮາບ​ວ່າ, “ເຮົາ​ຈະ​ນຳ​ທະຫານ​ມາ​ໃຫ້​ຫລາຍ​ພໍ ເພື່ອ​ຈັບ​ເອົາ​ກ້ອນຫີນ​ຄົນລະ​ກ້ອນ ແລະ​ທຳລາຍ​ເມືອງ​ຂອງທ່ານ. ຖ້າ​ເຮົາ​ບໍ່​ເຮັດ​ຕາມ​ທີ່​ໄດ້​ເວົ້າ​ນັ້ນ ກໍ​ຂໍ​ພະ​ທັງຫລາຍ​ລົງໂທດ​ເຮົາ​ໃຫ້​ເຖິງ​ຕາຍ.”


ຂ້າພະເຈົ້າ​ຂໍ​ທ້າທາຍ​ກັບ​ທ່ານ​ໃນ​ນາມ​ຂອງ​ຈັກກະພັດ. ຂ້າພະເຈົ້າ​ຈະ​ເອົາ​ມ້າ​ສອງພັນ​ໂຕ ໃຫ້​ທ່ານ ຖ້າ​ທ່ານ​ຊອກ​ຫາ​ຄົນ​ຂີ່​ໄດ້​ຫລາຍ​ເທົ່າ​ກັບ​ຈຳນວນ​ມ້າ!


ເຈົ້າ​ເວົ້າ​ອວດ​ວ່າ​ເຈົ້າ​ໄດ້​ຂຸດ​ນໍ້າສ້າງ​ຕ່າງໆ ໄດ້​ດື່ມ​ນໍ້າ​ໃນ​ຕ່າງ​ແດນ ແລະ​ວ່າ​ຕີນ​ທະຫານ​ຂອງ​ເຈົ້າ​ໄດ້​ຢຽບ​ຢໍ່າ​ແມ່ນໍ້າ​ຕ່າງໆ​ໃນ​ເອຢິບ​ຈົນ​ບົກ.


ໃນ​ວັນ​ທີ່​ເຈົ້າ​ຕໍ່ສູ້​ເຫຼົ່າ​ສັດຕູ​ໝູ່ມານ ປະຊາຊົນ​ຈະ​ຂານ​ອາສາ​ເຂົ້າ​ຮັບໃຊ້​ເຈົ້າ. ຊາຍໜຸ່ມ​ຈະ​ມາ​ຫາ​ເຈົ້າ​ທີ່​ເນີນພູ​ສັກສິດ ດັ່ງ​ນໍ້າ​ຄ້າງ​ຢອດ​ລົງ​ໃນ​ຍາມ​ເຊົ້າຕູ່.


ຄວາມ​ອວດອົ່ງ​ຂອງເຈົ້າ​ໄດ້​ລໍ້ລວງ​ເຈົ້າ​ເອງ ເມືອງເອກ​ມີ​ປ້ອມ​ກຳແພງ​ສ້າງ​ດ້ວຍ​ຫີນດານ; ເຮືອນ​ຂອງເຈົ້າ​ກໍ​ຖືກ​ສ້າງ​ທີ່​ເທິງ​ພູເຂົາ​ສູງ​ທັງຫລາຍ ສະນັ້ນ ເຈົ້າ​ຈຶ່ງ​ຄິດວ່າ, ‘ໃຜ​ຈະ​ດຶງ​ຂ້ອຍ​ລົງ​ໄດ້?’


ປະຊາຊົນ​ອິດສະຣາເອນ​ຜູ້​ທີ່​ລອດຊີວິດ​ມາ​ໄດ້ ກໍ​ຈະ​ເປັນ​ດັ່ງ​ນໍ້າ​ຄ້າງ​ອັນ​ສົດຊື່ນ ທີ່​ອົງພຣະ​ຜູ້​ເປັນເຈົ້າ​ສົ່ງ​ລົງ​ມາ​ສຳລັບ​ຫລາຍ​ຊົນຊາດ ເໝືອນ​ຫ່າຝົນ​ທີ່​ຕົກ​ເທິງ​ພືດພັນ​ທີ່​ຫາກໍ່​ປົ່ງ​ໃໝ່. ພວກເຂົາ​ຈະ​ອາໄສ​ພຣະເຈົ້າ ແຕ່​ບໍ່ແມ່ນ​ອາໄສ​ມະນຸດ.


ສະນັ້ນ ຈົ່ງ​ໄປ​ສືບ​ເບິ່ງ​ຢ່າງ​ຄັກແນ່​ວ່າ​ມັນ​ຢູ່​ບ່ອນໃດ​ແທ້ໆ ແລະ​ໃຫ້​ນຳ​ເອົາ​ລາຍລະອຽດ​ຕ່າງໆ​ມາ​ລາຍງານ​ເຮົາ​ທັນທີ ແລ້ວ​ເຮົາ​ຈະ​ໄປ​ກັບ​ພວກເຈົ້າ. ຖ້າ​ມັນ​ຍັງ​ຢູ່​ໃນ​ເຂດນັ້ນ ເຮົາ​ຈະ​ຕາມ​ໄປ​ຂ້າ​ມັນ. ເຖິງ​ແມ່ນ​ວ່າ​ເຮົາ​ຈະ​ຕ້ອງ​ຊອກ​ຄົ້ນຫາ​ມັນ​ທົ່ວ​ທັງ​ດິນແດນ​ຢູດາຍ​ກໍຕາມ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka