Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 17:11 - ພຣະຄຳພີສັກສິ

11 ຕາມ​ຄຳແນະນຳ​ຂອງ​ຂ້ານ້ອຍ​ແລ້ວ ຢາກ​ຈະ​ໃຫ້​ທ່ານ​ນຳ​ເອົາ​ພວກ​ອິດສະຣາເອນ​ທຸກຄົນ​ຕັ້ງແຕ່​ເມືອງ​ດານ​ທາງ​ພາກເໜືອ ຈົນເຖິງ​ເບເອນເຊບາ​ທາງ​ພາກໃຕ້​ເຂົ້າ​ມາ​ເຕົ້າໂຮມ​ກັນ​ໃຫ້​ຫລາຍ​ດັ່ງ​ເມັດ​ຊາຍ​ໃນ​ແຄມ​ທະເລ ແລ້ວ​ໃຫ້​ທ່ານ​ເປັນ​ຜູ້ນຳ​ພວກເຂົາ​ອອກ​ໄປ​ສູ້ຮົບ​ເອງ.

Uka jalj uñjjattʼäta Copia luraña




2 ຊາມູເອນ 17:11
14 Jak'a apnaqawi uñst'ayäwi  

ເຮົາ​ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຫລວງຫລາຍ ເໝືອນ​ດັ່ງ​ຂີ້ຝຸ່ນ​ດິນ​ຈົນ​ນັບ​ບໍ່​ຖ້ວນ


ມື້​ຕໍ່ມາ ຕັ້ງແຕ່​ເຊົ້າໆ ອັບຣາຮາມ​ໄດ້​ເອົາ​ເຂົ້າຈີ່ ແລະ​ນໍ້າ​ໃສ່​ຖົງ​ໜັງ​ໃຫ້​ນາງ​ຮາກາ. ເພິ່ນ​ເອົາ​ເດັກນ້ອຍ​ເຈ່ຍ​ໃສ່​ຫລັງ​ໃຫ້​ນາງ ແລະ​ສົ່ງ​ນາງ​ໜີໄປ. ນາງ​ພະເນຈອນ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ເບເອນເຊບາ.


ເຮົາ​ຂໍ​ສັນຍາ​ວ່າ ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຢ່າງ​ຫລວງຫລາຍ ດັ່ງ​ດວງດາວ​ໃນ​ທ້ອງຟ້າ​ຫລື​ເມັດ​ດິນຊາຍ​ທີ່​ແຄມ​ທະເລ. ເຊື້ອສາຍ​ຂອງ​ເຈົ້າ​ຈະ​ຕີ​ຊະນະ​ສັດຕູ​ທັງປວງ.


ບັດນີ້ ໃຫ້​ທ່ານ​ຮວບຮວມ​ເອົາ​ກຳລັງ​ທີ່​ຍັງເຫລືອ​ຢູ່​ນັ້ນ​ມາ​ໂຈມຕີ ແລະ​ຢຶດເອົາ​ເມືອງ​ໂດຍ​ຕົນເອງ ເພາະ​ຂ້ານ້ອຍ​ບໍ່​ຢາກ​ໄດ້​ຊື່ສຽງ​ໃນ​ການ​ຢຶດ​ເມືອງ​ນີ້.”


ດັ່ງນັ້ນ ກະສັດ​ດາວິດ​ຈຶ່ງ​ເວົ້າ​ກັບ​ໂຢອາບ ຜູ້​ບັນຊາການ​ທະຫານ​ຂອງ​ເພິ່ນ​ວ່າ, “ທ່ານ​ເອງ​ກັບ​ທະຫານ​ຂອງທ່ານ ຈົ່ງ​ອອກ​ໄປ​ໃນ​ທົ່ວ​ທຸກ​ເຜົ່າ​ຂອງ​ຊາດ​ອິດສະຣາເອນ ຕັ້ງແຕ່​ເມືອງ​ດານ​ທາງ​ພາກເໜືອ ຈົນເຖິງ​ເບເອນເຊບາ​ທາງ​ພາກໃຕ້. ແລ້ວ​ໃຫ້​ນັບ​ເບິ່ງ​ປະຊາຊົນ​ເພາະ​ເຮົາ​ເອງ​ຢາກ​ຮູ້​ວ່າ ພວກເຂົາ​ມີ​ຈຳນວນ​ຫລາຍ​ເທົ່າ​ໃດ.”


ຈາກ​ນັ້ນ ກະສັດ​ເບັນຮາດາດ​ຈຶ່ງ​ໄດ້​ສົ່ງຂ່າວ​ມາ​ເຖິງ​ກະສັດ​ອາຮາບ​ວ່າ, “ເຮົາ​ຈະ​ນຳ​ທະຫານ​ມາ​ໃຫ້​ຫລາຍ​ພໍ ເພື່ອ​ຈັບ​ເອົາ​ກ້ອນຫີນ​ຄົນລະ​ກ້ອນ ແລະ​ທຳລາຍ​ເມືອງ​ຂອງທ່ານ. ຖ້າ​ເຮົາ​ບໍ່​ເຮັດ​ຕາມ​ທີ່​ໄດ້​ເວົ້າ​ນັ້ນ ກໍ​ຂໍ​ພະ​ທັງຫລາຍ​ລົງໂທດ​ເຮົາ​ໃຫ້​ເຖິງ​ຕາຍ.”


ປະຊາຊົນ​ຊາວ​ອິດສະຣາເອນ​ແລະ​ຊາວ​ຢູດາ​ມີ​ຈຳນວນ​ຫລວງຫລາຍ ດັ່ງ​ເມັດ​ຊາຍ​ຕາມ​ຝັ່ງ​ທະເລ; ພວກເຂົາ​ກິນ​ແລະ​ດື່ມ​ຢ່າງ​ຊົມຊື່ນ​ຍິນດີ.


ພຣະເຈົ້າຢາເວ​ເປີດເຜີຍ​ພຣະອົງ​ເອງ​ດ້ວຍ​ການຕັດສິນ​ອັນ​ຍຸດຕິທຳ ຄົນຊົ່ວຮ້າຍ​ກໍ​ຖືກ​ຈັບ​ໂດຍ​ສິ່ງ​ທີ່​ຕົນເອງ​ໄດ້​ກະທຳ​ໄວ້.


ພວກ​ເຫຼົ່ານີ້ ໄດ້​ມາ​ພ້ອມ​ດ້ວຍ​ທະຫານ​ທັງໝົດ​ຂອງ​ພວກ​ຕົນ ເປັນ​ກອງທັບ​ທີ່​ປະກອບ​ດ້ວຍ​ຄົນ​ຢ່າງ​ຫລວງຫລາຍ ດັ່ງ​ເມັດ​ຊາຍ​ຕາມ​ແຄມ​ຝັ່ງ​ທະເລ. ພວກເຂົາ​ມີ​ທັງ​ມ້າ​ແລະ​ລົດຮົບ​ຢ່າງ​ຫລວງຫລາຍ.


ດັ່ງນັ້ນ ຊາວ​ອິດສະຣາເອນ​ທຸກຄົນ​ຈາກ​ເມືອງ​ດານ​ທາງ​ພາກເໜືອ ຈົນເຖິງ​ເບເອນເຊບາ​ທາງ​ພາກໃຕ້ ຕະຫລອດ​ທັງ​ພວກ​ທີ່​ມາ​ຈາກ​ດິນແດນ​ກີເລອາດ ທາງພາກ​ຕາເວັນອອກ​ຈຶ່ງ​ໄດ້​ຕອບສະໜອງ​ຄຳ​ຮຽກຮ້ອງ. ພວກເຂົາ​ໄດ້​ມາ​ເຕົ້າໂຮມ​ກັນ​ເປັນ​ນໍ້າໜຶ່ງໃຈດຽວ ຊ້ອງໜ້າ​ພຣະເຈົ້າຢາເວ​ທີ່​ເມືອງ​ມີຊະປາ.


ພວກ​ຟີລິດສະຕິນ​ໄດ້​ທ້ອນໂຮມ​ກຳລັງ​ກັນ​ມາ​ຕໍ່ສູ້​ພວກ​ອິດສະຣາເອນ. ພວກເຂົາ​ມີ​ລົດຮົບ​ສາມສິບພັນ​ຄັນ, ທະຫານ​ມ້າ​ຫົກພັນ​ຄົນ ແລະ​ມີ​ທະຫານ​ຫລວງຫລາຍ​ດັ່ງ​ເມັດ​ດິນ​ຊາຍ​ທີ່​ຝັ່ງ​ທະເລ. ພວກເຂົາ​ໄດ້​ໄປ​ສູ່​ມິກມາດ​ທີ່​ທາງ​ຕາເວັນອອກ​ຂອງ​ເບັດອາເວນ ແລະ​ຕັ້ງຄ້າຍ​ຢູ່​ທີ່​ນັ້ນ.


ດັ່ງນັ້ນ ປະຊາຊົນ​ອິດສະຣາເອນ​ທຸກຄົນ​ຕັ້ງແຕ່​ເມືອງ​ດານ​ທາງ​ພາກເໜືອ ຈົນເຖິງ​ເບເອນເຊບາ​ທາງ​ພາກໃຕ້ ໄດ້​ຮູ້ຈັກ​ວ່າ​ຊາມູເອນ​ເປັນ​ຜູ້ທຳນວາຍ​ແທ້​ຂອງ​ພຣະເຈົ້າຢາເວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka