Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 17:10 - ພຣະຄຳພີສັກສິ

10 ແມ່ນແຕ່​ທະຫານ​ທີ່​ເກັ່ງກ້າ​ທີ່ສຸດ​ດັ່ງ​ໂຕສິງ​ບໍ່​ຢ້ານ​ຫຍັງ​ໝົດ​ກໍ​ຈະ​ຢ້ານ ເພາະ​ທຸກຄົນ​ໃນ​ຊາດ​ອິດສະຣາເອນ​ຮູ້​ແລ້ວ​ວ່າ ພໍ່​ຂອງທ່ານ​ນັ້ນ​ເປັນ​ທະຫານ​ຜູ້​ຍິ່ງໃຫຍ່ ແລະ​ທະຫານ​ຂອງ​ເພິ່ນ​ຕ່າງ​ກໍ​ຮົບ​ເກັ່ງ​ທັງນັ້ນ.

Uka jalj uñjjattʼäta Copia luraña




2 ຊາມູເອນ 17:10
17 Jak'a apnaqawi uñst'ayäwi  

ຢູດາ​ນີ້ ຍັງ​ເກັ່ງກ້າ​ຮ້າຍກາດ​ເໝືອນ​ໂຕສິງ; ຂ້າ​ເຫຍື່ອ​ຍາດ​ຊີງ​ມາ ແລະ​ຟ້າວ​ໄປ​ຫາ​ໝົ້ງ​ນອນ​ລີ້. ຢຽດຕົວ​ລົງ​ນອນ​ເນີ້ງ​ເຮັດ​ຕາ​ຫລັບ​ສີ​ພັບໆ ໃຜ​ບໍ່​ກ້າ​ຫຍັບ​ເຂົ້າ​ໃກ້​ຍາມ​ລາວ​ໄດ້​ນອນ​ຫລັບ​ສະບາຍ.


ໂຊນ​ກັບ​ໂຢນາທານ​ໜ້າ​ຮັກແພງ​ອີຫລີ ມີ​ຊີວິດ​ຢູ່​ນຳກັນ ແລະ​ຕາຍໄປ​ນຳກັນ​ດ້ວຍ; ທັງສອງ​ວ່ອງໄວ​ແທ້ໆ​ດັ່ງ​ນົກ​ອີນຊີ ແຂງແຮງ​ກວ່າ​ໂຕສິງ​ທັງຝູງ​ພຸ້ນ.


ບາງທີ​ດຽວນີ້ ເພິ່ນ​ໄປ​ລີ້​ຢູ່​ໃນ​ຖໍ້າ ຫລື​ຢູ່​ບ່ອນ​ອື່ນ​ແລ້ວ​ກໍ​ເປັນ​ໄດ້. ພໍ​ເມື່ອ​ກະສັດ​ດາວິດ​ໂຈມຕີ​ຄົນ​ຂອງທ່ານ ຜູ້ໃດ​ທີ່​ໄດ້ຍິນ​ກ່ຽວກັບ​ເລື່ອງ​ນີ້​ຈະ​ເວົ້າ​ວ່າ, ທະຫານ​ຂອງທ່ານ​ພ່າຍແພ້.


ເບນາອີຢາ ລູກຊາຍ​ຂອງ​ເຢໂຮຍອາດາ​ຊາວ​ກັບເຊເອນ ເປັນ​ທະຫານ​ທີ່​ມີ​ຊື່ສຽງ​ອີກ​ຄົນ​ໜຶ່ງ; ລາວ​ໄດ້​ສ້າງ​ວິລະກຳ​ໄວ້​ຫລາຍ​ຢ່າງ ຄື​ໄດ້​ຂ້າ​ທະຫານ​ໂມອາບ​ຜູ້​ສຳຄັນ​ສອງ​ຄົນ. ມີ​ຄັ້ງ​ໜຶ່ງ ໃນ​ມື້​ຫິມະ​ຕົກ ລາວ​ໄດ້​ລົງ​ໄປ​ໃນ​ຫລຸມ​ແລະ​ໄດ້​ຂ້າ​ສິງ​ໂຕໜຶ່ງ.


ດົນນານ​ມາ​ແລ້ວ​ທີ່​ພຣະອົງ​ກ່າວ​ທາງ​ນິມິດ​ຄວາມຝັນ ຕໍ່​ບັນດາ​ຜູ້ຮັບໃຊ້​ທີ່​ສັດຊື່​ຂອງ​ພຣະອົງ​ນັ້ນ​ວ່າ, “ເຮົາ​ໄດ້​ຖອກເທ​ພະກຳລັງ​ໃຫ້​ນັກຮົບ​ຄົນ​ໜຶ່ງ​ທີ່​ມີ​ຊື່ສຽງ​ດີ ແລະ​ມອບ​ບັນລັງ​ໃຫ້​ຜູ້ໜຶ່ງ​ທີ່​ເຮົາ​ໄດ້​ເລືອກໄວ້​ຈາກ​ໄພ່ພົນ​ທັງປວງ.


ສ່ວນ​ພວກ​ເຈົ້ານາຍ​ຊາວ​ເອໂດມ​ກໍ​ຢ້ານ​ໃຫຍ່; ຊາວ​ໂມອາບ​ຜູ້​ເກັ່ງກ້າ​ກໍ​ເກີດ​ຢ້ານ​ໃຈ​ສັ່ນເຊັນ. ສ່ວນ​ຊາວ​ການາອານ​ຊໍ້າ​ໝົດ​ກຳລັງ​ໃຈ​ຫຼາຍ; ຕົກໃຈ​ຢ້ານ​ແລະ​ໄຫວຫວັ່ນ​ຍ້ອນ​ຄວາມກົວ.


ຄົນຊົ່ວຮ້າຍ​ແລ່ນ​ໜີໄປ​ໂດຍ​ບໍ່ມີ​ໃຜ​ໄລ່​ຕາມ, ແຕ່​ຄົນ​ສັດຊື່​ກ້າຫານ​ດັ່ງ​ສິງ​ໂຕໜຶ່ງ.


ເບິ່ງ​ພຸ້ນ​ດູ ແມ່ນ​ຂະບວນ​ແຫ່​ໂຊໂລໂມນ ມີ​ນັກຮົບ​ຜູ້​ກ້າຫານ​ຫົກສິບ​ຄົນ ໃນ​ອິດສະຣາເອນ​ພ້ອມ.


ແຂນ​ຂອງ​ທຸກໆຄົນ​ຈະ​ຢ່ອນ​ລົງ​ເພາະ​ອ່ອນແຮງ ແລະ​ຄວາມກ້າ​ຂອງ​ທຸກໆຄົນ​ກໍ​ຈະ​ໝົດໄປ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ເອຢິບ. ພຣະເຈົ້າຢາເວ​ກຳລັງ​ມາ​ສູ່​ເອຢິບ​ເທິງ​ເມກ​ຢ່າງ​ວ່ອງໄວ. ຮູບເຄົາຣົບ​ທັງຫລາຍ​ຂອງ​ຊາວ​ເອຢິບ​ສັ່ນເຊັນ​ຕໍ່ໜ້າ​ພຣະອົງ ແລະ​ປະຊາຊົນ​ຊາວ​ເອຢິບ​ກໍ​ສູນເສຍ​ຄວາມ​ກ້າຫານ​ຂອງ​ພວກເຂົາ.


ມັນ​ເຮັດ​ໃຫ້​ປະຊາຊົນ​ຂອງເຮົາ​ສູນເສຍ​ຄວາມ​ກ້າຫານ​ແລະ​ເຕະ​ສະດຸດ. ເຮົາ​ກຳລັງ​ນາບຂູ່​ເມືອງ​ຂອງ​ພວກເຂົາ​ດ້ວຍ​ດາບ​ດວງ​ໜຶ່ງ ເຫລື້ອມ​ດັ່ງ​ແສງຟ້າແມບ ແລະ​ຕຽມພ້ອມ​ທີ່​ຈະ​ສັງຫານ.


ພວກເຮົາ​ຈະ​ເຂົ້າ​ໄປ​ໃນ​ດິນແດນ​ນັ້ນ​ເຮັດ​ຫຍັງ? ພວກເຮົາ​ຢ້ານ ເພາະ​ນັກສືບ​ສອດແນມ​ທີ່​ພວກເຮົາ​ໄດ້​ສົ່ງ​ໄປ​ນັ້ນ ມາ​ລາຍງານ​ວ່າ​ຄົນ​ໃນ​ດິນແດນ​ນັ້ນ​ໂຕ​ໃຫຍ່​ສູງ ແລະ​ແຂງແຮງ​ລື່ນ​ພວກເຮົາ. ພວກເຂົາ​ອາໄສ​ຢູ່​ໃນ​ເມືອງ​ຕ່າງໆ​ທີ່​ມີ​ກຳແພງ​ສູງ​ຈຸ​ຟ້າ. ພວກເຂົາ​ໄດ້​ເຫັນ​ພວກ​ອານາກີມ​ຢູ່​ທີ່​ນັ້ນ.’


ໄດ້​ມອດ​ໄຟ​ອັນ​ຮ້ອນກ້າ, ໄດ້​ພົ້ນ​ຈາກ​ຄົມ​ດາບ​ຂອງ​ຄູ່​ຕໍ່ສູ້. ເຖິງ​ແມ່ນ​ວ່າ​ພວກເພິ່ນ​ອ່ອນແອ, ແຕ່​ພວກເພິ່ນ​ກໍ​ກັບ​ກາຍເປັນ​ຄົນ​ເຂັ້ມແຂງ, ມີ​ກຳລັງ​ຄວາມ​ສາມາດ​ອົງອາດ​ກ້າຫານ ແລະ​ໄດ້​ຕີ​ບັນດາ​ກອງທັບ​ຂອງ​ຊາວ​ຕ່າງ​ປະເທດ​ໃຫ້​ແຕກ​ໜີໄປ.


ມີ​ຄົນ​ໜຶ່ງ​ໃນ​ຈຳນວນ​ຄົນ​ທີ່​ຄອຍ​ຮັບໃຊ້​ກະສັດ​ໂຊນ​ນັ້ນ​ເວົ້າ​ວ່າ, “ເຢຊີ ຊາວ​ເມືອງ​ເບັດເລເຮັມ​ມີ​ລູກຊາຍ​ຜູ້ໜຶ່ງ​ທີ່​ຫລິ້ນ​ດົນຕຼີ​ເກັ່ງ. ນອກຈາກນີ້ ລາວ​ຍັງ​ເປັນ​ຄົນ​ກ້າຫານ ແລະ​ມີ​ສີສັນ​ສົດໃສ, ເປັນ​ນັກຮົບ​ທີ່​ດີເດັ່ນ ແລະ​ເປັນ​ຜູ້​ກ້າປາກ​ກ້າເວົ້າ. ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ລາວ.”


ຕໍ່ມາ ກະສັດ​ໂຊນ​ໄດ້​ກ່າວ​ແກ່​ດາວິດ​ວ່າ, “ນີ້​ຄື​ເມຣາບ​ລູກສາວ​ຄົນ​ກົກ​ຂອງເຮົາ; ເຮົາ​ຈະ​ຍົກ​ນາງ​ໃຫ້​ເປັນ​ເມຍ​ຂອງ​ເຈົ້າ ແຕ່​ເຈົ້າ​ຕ້ອງ​ຮັບໃຊ້​ເຮົາ​ໃນ​ຖານະ​ທີ່​ເປັນ​ທະຫານ​ຜູ້​ເກັ່ງກ້າ​ແລະ​ສັດຊື່ ແລະ​ເຮັດ​ເສິກ​ເພື່ອ​ພຣະເຈົ້າຢາເວ.” (ກະສັດ​ໂຊນ​ຄິດ​ວ່າ​ດ້ວຍ​ວິທີ​ນີ້ ເພິ່ນ​ຈະ​ບໍ່​ເປັນ​ຜູ້​ສັງຫານ​ດາວິດ​ໂດຍ​ຕົນເອງ ແຕ່​ຈະ​ປ່ອຍ​ໃຫ້​ພວກ​ຟີລິດສະຕິນ​ຂ້າ​ລາວ.)


Jiwasaru arktasipxañani:

Anuncios ukanaka


Anuncios ukanaka