Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 16:8 - ພຣະຄຳພີສັກສິ

8 ເຈົ້າ​ໄດ້​ຢຶດ​ອານາຈັກ​ຂອງ​ກະສັດ​ໂຊນ ແລະ​ບັດນີ້​ພຣະເຈົ້າຢາເວ​ໄດ້​ລົງໂທດ​ເຈົ້າ​ຄືນ ເພາະ​ເຈົ້າ​ໄດ້​ຂ້າ​ຫລາຍ​ຄົນ​ໃນ​ຄອບຄົວ​ຂອງ​ເພິ່ນ. ພຣະເຈົ້າຢາເວ​ໄດ້​ຍົກ​ອານາຈັກ​ໃຫ້​ອັບຊາໂລມ​ລູກຊາຍ​ຂອງ​ເຈົ້າ; ສ່ວນ​ຜູ້​ຮ້າຍ​ຂ້າ​ຄົນ​ດັ່ງ​ເຈົ້າ​ກໍໄດ້​ແຕ່​ຈິບຫາຍ​ເທົ່ານັ້ນ.”

Uka jalj uñjjattʼäta Copia luraña




2 ຊາມູເອນ 16:8
18 Jak'a apnaqawi uñst'ayäwi  

ແລ້ວ​ດາວິດ​ກໍ​ກ່າວ​ຕໍ່​ຊາຍ​ຄົນ​ນີ້​ວ່າ, “ເຈົ້າ​ນຳ​ໂທດ​ນີ້​ມາ​ສູ່​ຕົວ​ເຈົ້າ​ເອງ ເມື່ອ​ເຈົ້າ​ສາລະພາບ​ວ່າ​ເຈົ້າ​ໄດ້​ຂ້າ​ຄົນ​ທີ່​ພຣະເຈົ້າຢາເວ​ໄດ້​ຫົດສົງ ເຈົ້າ​ກໍໄດ້​ລົງໂທດ​ເຈົ້າ​ເອງ​ສາ​ແລ້ວ.”


ແລະ​ເວົ້າ​ວ່າ, “ຂ້າແດ່​ພະຣາຊາ ຂໍ​ລືມ​ຄວາມຜິດ​ທີ່​ຂ້ານ້ອຍ​ໄດ້​ເຮັດ​ໃນ​ມື້​ທີ່​ທ່ານ​ໄດ້​ອອກ​ມາ​ແຕ່​ນະຄອນ​ເຢຣູຊາເລັມ​ນັ້ນ​ເຖີດ ຢ່າ​ໄດ້​ຖື​ໂທດ​ຂ້ານ້ອຍ​ແລະ​ຢ່າ​ຄິດເຖິງ​ເລື່ອງ​ນັ້ນ​ອີກ​ເລີຍ.


ອາບີໄຊ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ​ໄດ້​ເວົ້າ​ວ່າ, “ຊີເມອີ​ຄວນ​ຖືກ​ປະຫານ​ຊີວິດ ເພາະ​ລາວ​ໄດ້​ປ້ອຍດ່າ​ຜູ້​ທີ່​ພຣະເຈົ້າຢາເວ​ໄດ້​ຫົດສົງ.”


ໃນ​ຣາຊການ​ຂອງ​ກະສັດ​ດາວິດ​ນັ້ນ ການ​ອຶດຢາກ​ຢ່າງໜັກ​ໄດ້​ເກີດຂຶ້ນ​ເປັນ​ເວລາ​ສາມ​ປີ​ເຕັມ. ດັ່ງນັ້ນ ກະສັດ​ດາວິດ​ຈຶ່ງ​ຖາມ​ພຣະເຈົ້າຢາເວ​ກ່ຽວກັບ​ເລື່ອງ​ນີ້ ແລະ​ພຣະເຈົ້າຢາເວ​ໄດ້​ຕອບ​ເພິ່ນ​ວ່າ, “ໂຊນ​ແລະ​ຄອບຄົວ​ຂອງ​ລາວ​ມີ​ຄວາມຜິດ​ໃນ​ຖານ​ຂ້າ​ຄົນ, ລາວ​ໄດ້​ຂ້າ​ປະຊາຊົນ​ກີເບໂອນ.” (


ກະສັດ​ດາວິດ​ໄດ້​ມອບ​ຄົນ​ເຫຼົ່ານີ້​ໃຫ້​ຊາວ​ກີເບໂອນ​ແຂວນ​ຄໍ​ທີ່​ເທິງ​ພູ​ຊ້ອງໜ້າ​ພຣະເຈົ້າຢາເວ. ທັງ​ເຈັດ​ຄົນ​ນັ້ນ​ຈຶ່ງ​ຕາຍ​ພ້ອມ​ກັນ. ພວກເຂົາ​ໄດ້​ຂ້າ​ຄົນ​ເຫຼົ່ານີ້​ໃນ​ຕົ້ນ​ລະດູ​ກ່ຽວ​ເຂົ້າບາເລ.


ຍັງ​ມີ​ອີກ​ຜູ້ໜຶ່ງ​ຊື່​ວ່າ​ຊີເມອີ ລູກຊາຍ​ຂອງ​ເກຣາ​ຊາວ​ເບັນຢາມິນ​ຈາກ​ເມືອງ​ບາຮູຣິມ. ເມື່ອ​ພໍ່​ໄດ້​ເດີນທາງ​ໄປ​ທີ່​ເມືອງ​ມະຫານາອິມ ລາວ​ໄດ້​ປ້ອຍດ່າ​ພໍ່​ຢ່າງ​ເຈັບແສບ. ແຕ່​ເມື່ອ​ລາວ​ໄດ້​ພົບ​ພໍ່​ທີ່​ແມ່ນໍ້າ​ຈໍແດນ ພໍ່​ໄດ້​ສາບານ​ຢ່າງ​ໜັກແໜ້ນ​ໂດຍ​ພຣະເຈົ້າຢາເວ​ວ່າ ພໍ່​ຈະ​ບໍ່​ຂ້າ​ລາວ.


ສັດຕູ​ເວົ້າ​ເຖິງ​ຂ້ານ້ອຍ​ໂດຍ​ກ່າວ​ອອກ​ມາ​ວ່າ, “ພຣະເຈົ້າ​ຈະ​ບໍ່​ຊ່ວຍເຫຼືອ​ຄົນ​ຢ່າງ​ລາວ​ດອກ.”


ພວກເຈົ້າ​ຈະ​ໝິ່ນປະໝາດ​ຂ້ອຍ​ໄປ​ດົນ​ປານໃດ? ພວກເຈົ້າ​ຈະ​ຮັກ​ສິ່ງ​ທີ່​ໄຮ້​ຄ່າ ທັງ​ຊອກຫາ​ຄຳ​ຕົວະຍົວະ​ຫລອກລວງ​ຢູ່ຫລື?


ຂ້ານ້ອຍ​ຢ້ານ​ຕໍ່​ການ​ຂູ່ເຂັນ​ຂອງ​ພວກ​ສັດຕູ ຢ້ານ​ຖືກ​ຢຽບຢໍ່າ​ເພາະ​ຄົນຊົ່ວຮ້າຍ​ກົດຂີ່. ພວກເຂົາ​ເຮັດ​ໃຫ້​ຂ້ານ້ອຍ​ເດືອດຮ້ອນ​ໜັກ​ຫລາຍ ທັງ​ໂກດຮ້າຍ​ແລະ​ກຽດຊັງ​ຂ້ານ້ອຍ​ດ້ວຍ.


ຖ້າ​ຂ້ານ້ອຍ​ໄດ້​ຄິດຄົດ​ຕໍ່​ຜູ້ໜຶ່ງ​ຜູ້ໃດ ຫລື​ໄດ້​ຫັກຫລັງ​ເພື່ອນ​ຄົນໃດ​ຄົນໜຶ່ງ ຫລື​ເຮັດ​ຮຸນແຮງ​ໂພດ​ຕໍ່​ສັດຕູ​ຢ່າງ​ບໍ່​ຍຸດຕິທຳ ຖ້າ​ຂ້ານ້ອຍ​ໄດ້​ເຮັດ​ໃນ​ສິ່ງ​ເຫຼົ່ານີ້


ຄຳ​ປ້ອຍດ່າ​ອາດ​ທຳຮ້າຍ​ຄົນ ເວັ້ນເສຍ​ແຕ່​ຕົນ​ສົມຄວນ​ໄດ້​ຮັບ. ມັນ​ເປັນ​ດັ່ງ​ນົກ​ທີ່​ບິນ​ເວີ່ນ​ໄປມາ​ໂດຍ​ຫາ​ບ່ອນງອຍ​ບໍ່ໄດ້.


ເພາະ​ຄົນ​ເຫຼົ່ານັ້ນ​ໄດ້​ເຮັດ​ໃຫ້​ເລືອດ​ໄພ່ພົນ​ຂອງ​ພຣະເຈົ້າ ແລະ​ຂອງ​ຜູ້​ປະກາດ​ພຣະທຳ​ໄຫລ​ອອກ ແລະ​ພຣະອົງ​ໄດ້​ຊົງ​ປະທານ​ເລືອດ​ໃຫ້​ພວກເຂົາ​ດື່ມ ກໍ​ສົມຄວນ​ກັບ​ການ​ກະທຳ​ຂອງ​ພວກເຂົາ​ແລ້ວ.”


ເຫດການ​ເຊັ່ນນີ້​ໄດ້​ເກີດຂຶ້ນ ເພື່ອ​ວ່າ​ອາບີເມເຫຼັກ​ຕະຫລອດ​ທັງ​ຊາວ​ຊີເຄມ ຜູ້​ທີ່​ໄດ້​ສະໜັບ​ສະໜູນ​ລາວ​ນັ້ນ​ຈະ​ໄດ້​ໃຊ້​ໜີ້ກຳ​ຂອງ​ພວກເຂົາ ໃນ​ເລື່ອງ​ການ​ຂ້າ​ລູກຊາຍ​ເຈັດສິບ​ຄົນ ຂອງ​ກີເດໂອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka