7 ລາວດ່າເພິ່ນແລະເວົ້າວ່າ, “ໜີໄປໃຫ້ພົ້ນ ໜີໄປໃຫ້ພົ້ນ ຜູ້ຮ້າຍຂ້າຄົນ ອາດຊະຍາກອນຜູ້ໂຫດຫ້ຽມ
ແລ້ວເປັນຫຍັງເຈົ້າຈຶ່ງບໍ່ເຊື່ອຟັງຄຳສັ່ງຂອງພຣະເຈົ້າຢາເວ? ເປັນຫຍັງຈຶ່ງເຮັດສິ່ງຊົ່ວຊ້າຢ່າງນີ້? ເຈົ້າໄດ້ໃຫ້ອູຣິຢາຖືກຂ້າໃນສະໜາມຮົບ; ເຈົ້າປ່ອຍໃຫ້ຊາວອຳໂມນຂ້າລາວ ແລ້ວເຈົ້າກໍເອົາເມຍຂອງລາວ.
ເຖິງແມ່ນວ່າກະສັດດາວິດມີທະຫານ ແລະໜ່ວຍປ້ອງກັນຕົວອ້ອມເພິ່ນຢູ່ກໍຕາມ, ແຕ່ຊີເມອີກໍແກວ່ງກ້ອນຫີນໃສ່ເພິ່ນແລະພວກຂ້າຣາຊການຂອງເພິ່ນ.
ອາບີໄຊລູກຊາຍຂອງນາງເຊຣູອີຢາໄດ້ເວົ້າວ່າ, “ຊີເມອີຄວນຖືກປະຫານຊີວິດ ເພາະລາວໄດ້ປ້ອຍດ່າຜູ້ທີ່ພຣະເຈົ້າຢາເວໄດ້ຫົດສົງ.”
ຢູ່ໃນເມືອງກິນການຍັງມີຊາຍບໍ່ດີຄົນໜຶ່ງຊື່ວ່າ ເຊບາ; ລາວເປັນລູກຊາຍຂອງບີກຣີ ຄົນໃນເຜົ່າເບັນຢາມິນ. ລາວເປົ່າແກແລະຮ້ອງວ່າ, “ພວກເຮົາບໍ່ມີສ່ວນໃນດາວິດ ບໍ່ມີສ່ວນໃນມໍຣະດົກຂອງລູກຊາຍຂອງເຢຊີ ຊາວອິດສະຣາເອນເອີຍ ຈົ່ງພາກັນກັບເມືອບ້ານເຖີດ.”
ຄົນຂອງກະສັດດາວິດທຸກຄົນກັບປະຊາຊົນທັງໝົດຂອງຊາດອິດສະຣາເອນ ຕ່າງກໍເຂົ້າໃຈວ່າ ກະສັດບໍ່ມີສ່ວນຮູ້ເຫັນໃດໆໃນການລອບສັງຫານອັບເນລູກຊາຍຂອງເນຣະ.
ເອົານັກເລງສອງຄົນມາຢືນຢູ່ຕໍ່ໜ້າຟ້ອງວ່າ ລາວໄດ້ປ້ອຍດ່າພຣະເຈົ້າແລະກະສັດ. ແລ້ວເອົາລາວອອກໄປນອກເມືອງ ແລະແກວ່ງກ້ອນຫີນໃສ່ລາວໃຫ້ຕາຍ.”
ນັກເລງສອງຄົນໄດ້ມາຟ້ອງທ່າມກາງປະຊາຊົນວ່າ, “ນາໂບດໄດ້ປ້ອຍດ່າພຣະເຈົ້າແລະກະສັດ.” ດັ່ງນັ້ນ ພວກເຂົາຈຶ່ງນຳລາວອອກໄປນອກເມືອງ ແລະແກວ່ງກ້ອນຫີນໃສ່ລາວໃຫ້ຕາຍ.
ສັດຕູເວົ້າເຖິງຂ້ານ້ອຍໂດຍກ່າວອອກມາວ່າ, “ພຣະເຈົ້າຈະບໍ່ຊ່ວຍເຫຼືອຄົນຢ່າງລາວດອກ.”
ພຣະອົງທຳລາຍຄົນຂີ້ຕົວະທຸກຄົນ ແລະພຣະເຈົ້າຢາເວກຽດຊັງຄົນຊົ່ວຮ້າຍແລະຄົນຫລອກລວງດ້ວຍ.
ຂ້າແດ່ພຣະເຈົ້າ ຂໍຊົງໂຜດໄວ້ຊີວິດແລະຊ່ວຍໃຫ້ພົ້ນໄພ ແລະຂ້ານ້ອຍກໍຈະຊື່ນໃຈເຖິງຄວາມຊອບທຳນັ້ນ.
ຂ້ານ້ອຍຢ້ານຕໍ່ການຂູ່ເຂັນຂອງພວກສັດຕູ ຢ້ານຖືກຢຽບຢໍ່າເພາະຄົນຊົ່ວຮ້າຍກົດຂີ່. ພວກເຂົາເຮັດໃຫ້ຂ້ານ້ອຍເດືອດຮ້ອນໜັກຫລາຍ ທັງໂກດຮ້າຍແລະກຽດຊັງຂ້ານ້ອຍດ້ວຍ.
ສະນັ້ນ ຂ້ານ້ອຍຈຶ່ງສະທ້ານຢ້ານກົວ ແລະຄວາມຢ້ານຕາຍກໍບີບຄັ້ນຢູ່.
ວ່າມີຄົນຊົ່ວຮ້າຍທີ່ອອກໄປຈາກທ່າມກາງພວກເຈົ້າ ໄດ້ຊັກຊວນປະຊາຊົນໃນເມືອງນັ້ນໄປໃນທາງຜິດ ຄືໃຫ້ຂາບໄຫວ້ບັນດາພະຊຶ່ງພວກເຈົ້າບໍ່ເຄີຍຂາບໄຫວ້ມາກ່ອນ.
ພວກລູກຊາຍຂອງເອລີເປັນຄົນຂີ້ໂກງ; ພວກເຂົາບໍ່ເອົາໃຈໃສ່ນັບຖືພຣະເຈົ້າຢາເວ
ສະນັ້ນ ຈົ່ງພິຈາລະນາໃຫ້ດີເບິ່ງດູ ແລະຕັດສິນໃຈວ່າຍານາງຄວນຈະເຮັດຢ່າງໃດ ເລື່ອງນີ້ອາດນຳເອົາຄວາມຫຼົ້ມຈົມມາສູ່ນາຍຂອງພວກເຮົາ ຕະຫລອດທັງທຸກຄົນທີ່ຢູ່ໃນຄອບຄົວຂອງເພິ່ນກໍໄດ້. ເພິ່ນເປັນຄົນດື້ດ້ານທີ່ສຸດຈຶ່ງບໍ່ຍອມຟັງຜູ້ໃດໝົດ.”