5 ເມື່ອກະສັດດາວິດໄປຮອດເມືອງບາຮູຣິມພີ່ນ້ອງຄົນໜຶ່ງຂອງກະສັດໂຊນ ຊີເມອີລູກຊາຍຂອງເກຣາ ກໍອອກມາພົບກະສັດດາວິດພ້ອມທັງປ້ອຍດ່າເພິ່ນ.
ເມື່ອມາເຖິງແມ່ນໍ້າຈໍແດນ ກະສັດແລະທະຫານຂອງເພິ່ນກໍອິດເມື່ອຍອ່ອນເພຍຫລາຍ; ສະນັ້ນ ຈຶ່ງຢຸດພັກຜ່ອນຢູ່ໃນທີ່ນັ້ນ.
ກະສັດກ່າວແກ່ຊີບາວ່າ, “ທຸກສິ່ງທີ່ເປັນຂອງເມຟີໂບເຊັດກໍເປັນຂອງເຈົ້າ.” ຊີບາຕອບວ່າ, “ຂ້າແດ່ພະຣາຊາ ຂ້ານ້ອຍຍິນດີຮັບໃຊ້ທ່ານ ຂໍໃຫ້ຂ້ານ້ອຍເປັນທີ່ພໍໃຈຂອງທ່ານເລື້ອຍໆເທີ້ນ.”
ເຖິງແມ່ນວ່າກະສັດດາວິດມີທະຫານ ແລະໜ່ວຍປ້ອງກັນຕົວອ້ອມເພິ່ນຢູ່ກໍຕາມ, ແຕ່ຊີເມອີກໍແກວ່ງກ້ອນຫີນໃສ່ເພິ່ນແລະພວກຂ້າຣາຊການຂອງເພິ່ນ.
ແຕ່ໃນມື້ໜຶ່ງ ມີຊາຍໜຸ່ມຜູ້ໜຶ່ງໄດ້ມາເຫັນພວກເຂົາ, ຈຶ່ງໄປບອກໃຫ້ອັບຊາໂລມຮູ້. ດັ່ງນັ້ນ ໂຢນາທານແລະອາຮີມາອາດຈຶ່ງຟ້າວໄປລີ້ຢູ່ໃນເຮືອນຂອງຊາຍຄົນໜຶ່ງທີ່ບາຮູຣິມ. ຊາຍຄົນນີ້ມີນໍ້າສ້າງຢູ່ແປະເຮືອນ ແລະທັງສອງຈຶ່ງລົງໄປລີ້ຢູ່ໃນນໍ້າສ້າງນັ້ນ.
ອາບີອານໂບນ ຊາວອາຣະບາ; ອາຊະມາເວດ ຊາວບາຮູຣິມ.
ສ່ວນປານຕີເອນກໍຮ້ອງໄຫ້ຕາມເມຍຂອງຕົນໄປຈົນເຖິງເມືອງບາຮູຣິມ. ແຕ່ເມື່ອອັບເນບອກລາວວ່າ, “ຈົ່ງກັບເມືອສາ.” ລາວຈຶ່ງກັບເມືອ.
ໃນນະຄອນຊູຊານີ້ ມີຄົນຢິວຜູ້ໜຶ່ງຊື່ວ່າມໍເດໄກລູກຊາຍຂອງຢາອີ; ລາວເປັນຄົນມາຈາກເຜົ່າເບັນຢາມິນ ແລະເປັນເຊື້ອສາຍຂອງກີເຊແລະຊີເມອີ.
ຍ້ອນພຣະເຈົ້າເຮັດໃຫ້ຂ້ອຍອ່ອນແຮງຂາດຜູ້ຊ່ວຍ ພວກເຂົາຈຶ່ງຫັນມາຕໍ່ສູ້ຢ່າງບ້າເລືອດຄຶກຄະນອງ.
ສັດຕູດູໝິ່ນປະໝາດຂ້ານ້ອຍທັງເວັນທັງຄືນ ໂດຍໃຊ້ຊື່ຂ້ານ້ອຍເປັນຄຳສາບແຊ່ງ.
ພວກເຂົາພາກັນຢາກສາບແຊ່ງນິນທາຂ້ານ້ອຍ ແຕ່ພຣະອົງຈະອວຍພອນແກ່ຂ້ານ້ອຍໄດ້. ຂໍໃຫ້ພວກທີ່ຂົ່ມເຫັງຂ້ານ້ອຍນັ້ນພ່າຍແພ້ໜີໄປ ແລະໃຫ້ຜູ້ຮັບໃຊ້ຂອງພຣະອົງຊົມຊື່ນຍິນດີເຖີດ.
ເພາະພວກເຂົາຂົ່ມເຫັງພວກທີ່ພຣະອົງໄດ້ລົງໂທດທັນ ພວກເຂົາເວົ້າເລື່ອງທົນທຸກຂອງຜູ້ທີ່ຊົງໃຫ້ເຈັບປວດ.
ເພາະວ່າລາວມີເສື້ອຄຸມຜືນດຽວເທົ່ານັ້ນ ເພື່ອປົກຄຸມລາວໃຫ້ອົບອຸ່ນ; ບໍ່ດັ່ງນັ້ນ ລາວຈະເອົາຫຍັງຕຸ້ມຫົ່ມນອນ. ເມື່ອລາວຮ້ອງຫາເຮົາໃຫ້ຊ່ວຍເຫລືອ ເຮົາຈະຕອບລາວ ເພາະວ່າເຮົາເປັນຜູ້ມີໃຈເມດຕາ.
ຢ່າດ່າວ່າພຣະເຈົ້າ ແລະຢ່າສາບແຊ່ງຜູ້ນຳຊົນຊາດຂອງພວກເຈົ້າ.
ຄຳປ້ອຍດ່າອາດທຳຮ້າຍຄົນ ເວັ້ນເສຍແຕ່ຕົນສົມຄວນໄດ້ຮັບ. ມັນເປັນດັ່ງນົກທີ່ບິນເວີ່ນໄປມາໂດຍຫາບ່ອນງອຍບໍ່ໄດ້.
ຢ່າສູ່ຕິຕຽນກະສັດແມ່ນແຕ່ລັບຫລັງເພິ່ນ ແລະຢ່າສູ່ຕິຕຽນຄົນຮັ່ງມີ ແມ່ນແຕ່ຢູ່ໃນຫ້ອງນອນສ່ວນຕົວຂອງເຈົ້າ. ນົກມີຫູໜູມີປີກ ຄຳເວົ້າຂອງເຈົ້າອາດຖືກນຳໄປບອກເພິ່ນກໍໄດ້.
ປະຊາຊົນຈະພາກັນຊັດເຊພະເນຈອນໄປຢູ່ທົ່ວປະເທດ ທັງສິ້ນຫວັງ ແລະອຶດຢາກ. ເພາະຄວາມອຶດຢາກ ແລະຄວາມໂກດຮ້າຍ ພວກເຂົາຈະປ້ອຍດ່າກະສັດແລະພຣະເຈົ້າຂອງຕົນ. ພວກເຂົາອາດຈະເງີຍໜ້າຂຶ້ນສູ່ຟ້າຫລືກົ້ມໜ້າລົງສູ່ດິນ
ລາວຖາມດາວິດວ່າ, “ເຮີຍບັກນ້ອຍ ໄມ້ຄ້ອນນັ້ນສຳລັບໄວ້ເຮັດຫຍັງ? ມຶງຄິດວ່າກູເປັນໝາຊັ້ນບໍ?” ແລ້ວລາວກໍເອີ້ນຫາພະຂອງຕົນໃຫ້ມາສາບແຊ່ງດາວິດ.