4 ກະສັດກ່າວແກ່ຊີບາວ່າ, “ທຸກສິ່ງທີ່ເປັນຂອງເມຟີໂບເຊັດກໍເປັນຂອງເຈົ້າ.” ຊີບາຕອບວ່າ, “ຂ້າແດ່ພະຣາຊາ ຂ້ານ້ອຍຍິນດີຮັບໃຊ້ທ່ານ ຂໍໃຫ້ຂ້ານ້ອຍເປັນທີ່ພໍໃຈຂອງທ່ານເລື້ອຍໆເທີ້ນ.”
ໂຢອາບຂາບລົງຕໍ່ໜ້າກະສັດດາວິດດ້ວຍຄວາມນັບຖື ທັງກ່າວວ່າ, “ຂ້າແດ່ພະຣາຊາ ຂໍໃຫ້ພຣະເຈົ້າອວຍພອນທ່ານເຖີດ. ບັດນີ້ ຂ້ານ້ອຍຮູ້ແລ້ວວ່າທ່ານພໍໃຈໃນຕົວຂ້ານ້ອຍ ເພາະທ່ານໄດ້ຕອບຄຳຮ້ອງຂໍຂອງຂ້ານ້ອຍ.”
ຍິງຊາວເມືອງເຕກົວກໍໄດ້ເຂົ້າໄປພົບກະສັດ ໂດຍກົ້ມຂາບລົງດ້ວຍຄວາມນັບຖື ແລະເວົ້າວ່າ, “ຂ້າແດ່ພະຣາຊາ ກະລຸນາຊ່ວຍຂ້ານ້ອຍແດ່ທ້ອນ.”
ກະສັດຕອບນາງວ່າ, “ໃຫ້ເຈົ້າກັບເມືອສາ ເຮົາຈະຈັດການເລື່ອງນີ້ເອງ.”
ກະສັດຖາມວ່າ, “ເມຟີໂບເຊັດ ຫລານຊາຍກະສັດໂຊນ ນາຍຂອງເຈົ້າຢູ່ໃສ?” ຊີບາຕອບວ່າ, “ລາວຢູ່ໃນນະຄອນເຢຣູຊາເລັມ ເພາະລາວໝັ້ນໃຈວ່າ ບັດນີ້ຊາວອິດສະຣາເອນຈະມອບອານາຈັກຂອງກະສັດໂຊນ ປູ່ຂອງລາວຄືນໃຫ້ລາວ.”
ເມື່ອກະສັດດາວິດໄປຮອດເມືອງບາຮູຣິມພີ່ນ້ອງຄົນໜຶ່ງຂອງກະສັດໂຊນ ຊີເມອີລູກຊາຍຂອງເກຣາ ກໍອອກມາພົບກະສັດດາວິດພ້ອມທັງປ້ອຍດ່າເພິ່ນ.
ລາວຕົວະທ່ານກ່ຽວກັບເລື່ອງຂ້ານ້ອຍ, ແຕ່ທ່ານເປັນດັ່ງເທວະດາຂອງພຣະເຈົ້າ; ສະນັ້ນ ຈົ່ງເຮັດຕາມທີ່ທ່ານເຫັນວ່າຖືກຕ້ອງເທີ້ນ.
ເມື່ອເມຟີໂບເຊັດ ລູກຊາຍຂອງໂຢນາທານຫລານຊາຍຂອງໂຊນເຂົ້າມາ ລາວກໍກົ້ມຂາບລົງສະແດງຄວາມເຄົາຣົບກະສັດດາວິດ. ດາວິດກ່າວວ່າ, “ເມຟີໂບເຊັດເອີຍ.” ແລະລາວຈຶ່ງຕອບວ່າ, “ຂ້ານ້ອຍຂ້າຮັບໃຊ້ຂອງທ່ານ.”
ແລ້ວກະສັດກໍເອີ້ນຊີບາ ຄົນຮັບໃຊ້ຂອງກະສັດໂຊນມາ ແລະບອກລາວວ່າ, “ເຮົາໄດ້ມອບທຸກສິ່ງທີ່ເປັນຂອງກະສັດໂຊນກັບຄອບຄົວຂອງເພິ່ນ ຄືນໃຫ້ແກ່ເມຟີໂບເຊັດຜູ້ທີ່ເປັນຫລານຊາຍຂອງນາຍເຈົ້າແລ້ວ.
ຢ່າຮັບສິນບົນ ເພາະສິນບົນເຮັດໃຫ້ຄົນຕາບອດຕໍ່ສິ່ງທີ່ຖືກຕ້ອງ ແລະບິດເບືອນຄະດີຂອງຜູ້ບໍ່ມີຄວາມຜິດ.
ຟັງກ່ອນຈຶ່ງຕອບ ການຕອບກ່ອນໂດຍບໍ່ຟັງເປັນຄວາມໂງ່ງ່າວແລະຄວາມອັບອາຍ.
ຄົນທຳອິດທີ່ເວົ້າໃນສານເບິ່ງຄືເປັນຜູ້ຖືກຕ້ອງ ຈົນກວ່າຄູ່ແຂ່ງໂຕ້ແຍ້ງລາວຄືນ.
ການກະຕືລືລົ້ນທີ່ຂາດຄວາມຮູ້ບໍ່ເປັນການດີ ການຟ້າວຟັ່ງນຳຄົນໄປສູ່ຄວາມຜິດພາດ.
“ພະຍານປາກດຽວບໍ່ພຽງພໍຈະຢືນຢັນກ່າວໂທດຜູ້ເຮັດຜິດໄດ້; ຢ່າງໜ້ອຍຕ້ອງມີພະຍານສອງຄົນຂຶ້ນໄປ ຈຶ່ງຈະພິສູດໄດ້ວ່າຄົນນັ້ນໄດ້ເຮັດຜິດ.