2 ຊາມູເອນ 16:21 - ພຣະຄຳພີສັກສິ21 ອາຮີໂຕເຟນຕອບວ່າ, “ໃຫ້ທ່ານໄປສົມສູ່ກັບພວກເມຍນ້ອຍຂອງພໍ່ຂອງທ່ານທີ່ເພິ່ນໄດ້ປະໄວ້ໃຫ້ເຝົ້າຣາຊວັງ; ແລ້ວທຸກໆຄົນໃນຊາດອິດສະຣາເອນກໍຈະໄດ້ຮູ້ວ່າ ທ່ານກັບພໍ່ຂອງທ່ານເປັນສັດຕູກັນ ແລະພວກທີ່ຕິດຕາມທ່ານກໍຈະມີກຳລັງໃຈຫລາຍຂຶ້ນ.” Uka jalj uñjjattʼäta |
ໂຢນາດາບກ່າວຕໍ່ລາວວ່າ, “ໃຫ້ເຈົ້າທຳທ່າໄຂ້ແລະເຂົ້າໄປນອນ. ເມື່ອພໍ່ຂອງເຈົ້າມາເບິ່ງໃຫ້ເຈົ້າບອກເພິ່ນວ່າ, ‘ກະລຸນາຂໍໃຫ້ຕາມານ້ອງສາວຂອງຂ້ານ້ອຍ ມາປ້ອນເຂົ້າຂ້ານ້ອຍແດ່. ຂ້ານ້ອຍຢາກໃຫ້ນາງມາທີ່ນີ້ ເພື່ອຈັດແຈ່ງອາຫານໃຫ້ຂ້ານ້ອຍໄດ້ເຫັນ ແລະໃຫ້ນາງເອງເປັນຜູ້ປ້ອນອາຫານໃຫ້ຂ້ານ້ອຍກິນ.”’
ປະຊາຊົນຢູດາແລະອິດສະຣາເອນເອີຍ ໃນອະດີດນັ້ນ ຊາວຕ່າງດ້າວໄດ້ສາບແຊ່ງກັນແລະກັນວ່າ, ‘ໃຫ້ໄພພິບັດທີ່ຕົກຖືກຢູດາແລະອິດສະຣາເອນນັ້ນ ຕົກຖືກພວກເຈົ້າເຊັ່ນກັນ’ ແຕ່ເຮົາຈະຊ່ວຍພວກເຈົ້າໃຫ້ພົ້ນໄພ; ແລ້ວບັນດາຄົນຕ່າງດ້າວເຫຼົ່ານັ້ນກໍຈະເວົ້າຕໍ່ກັນແລະກັນວ່າ, ‘ຂໍໃຫ້ພຣະພອນທີ່ໄດ້ມາສູ່ຢູດາແລະອິດສະຣາເອນນັ້ນ ມາສູ່ພວກເຈົ້າເຊັ່ນກັນ.’ ສະນັ້ນ ຈົ່ງກ້າຫານແລະຢ່າຢ້ານກົວເລີຍ.”