16 ເມື່ອຮູຊາຍຊາວອາກກິດເພື່ອນທີ່ສັດຊື່ຂອງກະສັດດາວິດໄດ້ພົບອັບຊາໂລມ ລາວຈຶ່ງຮ້ອງຂຶ້ນວ່າ, “ຂໍໃຫ້ກະສັດ ຈົ່ງໝັ້ນຍືນ ຂໍໃຫ້ກະສັດ ຈົ່ງໝັ້ນຍືນ.”
ເມື່ອກະສັດດາວິດຂຶ້ນໄປຮອດເທິງເນີນພູບ່ອນມີທີ່ນະມັດສະການພຣະເຈົ້າ, ຮູຊາຍຄົນຊາວເມືອງອາກກິດ ແລະເປັນເພື່ອນສະໜິດຂອງເພິ່ນກໍມາພົບ. ລາວຈີກເສື້ອຜ້າແລະໂຮຍຂີ້ຝຸ່ນດິນໃສ່ຫົວ.
ແຕ່ເຈົ້າຊ່ວຍຂ້ອຍໄດ້ໂດຍກັບຄືນເມືອຢູ່ໃນເມືອງ ແລະບອກອັບຊາໂລມວ່າ, ເຈົ້າຈະຮັບໃຊ້ລາວຢ່າງສັດຊື່ດັ່ງທີ່ເຈົ້າໄດ້ຮັບໃຊ້ພໍ່ຂອງລາວ. ແລະໃຫ້ເຈົ້າເຮັດທຸກສິ່ງສຸດຄວາມສາມາດ ເພື່ອຄັດຄ້ານຄຳແນະນຳຂອງອາຮີໂຕເຟນ.
ດັ່ງນັ້ນ ຮູຊາຍເພື່ອນສະໜິດຂອງກະສັດດາວິດຈຶ່ງກັບຄືນເມືອໃນເມືອງ ຊຶ່ງພໍດີເປັນເວລາທີ່ອັບຊາໂລມມາຮອດ.
ເພາະໃນວັນນີ້ເອງ ລາວໄດ້ໄປຖວາຍບູຊາງົວເຖິກ, ແກະ ແລະງົວນ້ອຍໂຕອ້ວນພີຫລາຍໂຕ. ລາວໄດ້ເຊີນພວກລູກຊາຍຂອງກະສັດທຸກຄົນ, ໂຢອາບຜູ້ບັນຊາການກອງທັບຂອງທ່ານ ແລະປະໂຣຫິດອາບີອາທາ; ດຽວນີ້ ພວກເຂົາກຳລັງກິນລ້ຽງຮ່ວມກັບລາວພ້ອມທັງຮ້ອງໂຮວ່າ, ‘ຂໍໃຫ້ກະສັດອາໂດນີຢາຈົ່ງໝັ້ນຍືນ.’
ໃນທີ່ນັ້ນ ໃຫ້ປະໂຣຫິດຊາດົກແລະຜູ້ທຳນວາຍນາທານຫົດສົງແຕ່ງຕັ້ງລາວເປັນກະສັດແຫ່ງຊາດອິດສະຣາເອນ. ແລ້ວໃຫ້ເປົ່າແກແລະຮ້ອງໂຮຂຶ້ນວ່າ, ‘ຂໍໃຫ້ກະສັດໂຊໂລໂມນຈົ່ງໝັ້ນຍືນ.’
ອາຊາຣີຢາ ລູກຊາຍຂອງນາທານເປັນຫົວໜ້າຜູ້ປົກຄອງແຂວງຕ່າງໆ. ປະໂຣຫິດຊາບຸດ ລູກຊາຍຂອງນາທານເປັນທີ່ປຶກສາຂອງກະສັດ.
ແລ້ວເຢໂຮຍອາດາກໍພາໂຢອາດອອກມາ, ສວມມົງກຸດໃສ່ຫົວໃຫ້ເພິ່ນ ແລະມອບກົດບັນຍັດການປົກຄອງ ຊຶ່ງເປັນເອກະສານສະແດງເຖິງຕຳແໜ່ງຂອງກະສັດໃຫ້ເພິ່ນ. ໂຢອາດໄດ້ຮັບການຫົດສົງແຕ່ງຕັ້ງໃຫ້ເປັນກະສັດ. ປະຊາຊົນພາກັນຕົບມື ແລະຮ້ອງໂຮຂຶ້ນວ່າ, “ຂໍໃຫ້ກະສັດຈົ່ງໝັ້ນຍືນ.”
ພວກເຂົາໄດ້ຕອບກະສັດເປັນພາສາອາຣາມິກວ່າ, “ຂໍໃຫ້ພະຣາຊາຂອງພວກຂ້ານ້ອຍ ຈົ່ງໝັ້ນຍືນຕະຫລອດໄປເທີ້ນ ຂໍເລົ່າຄວາມຝັນໃຫ້ພວກຂ້ານ້ອຍຟັງເບິ່ງດູ ແລະພວກຂ້ານ້ອຍກໍຈະແກ້ຄວາມຝັນນັ້ນໃຫ້.”
ເມື່ອຣາຊີນີຜູ້ເປັນມານດາໄດ້ຍິນສຽງຮ້ອງຂອງກະສັດ ແລະພວກເຈົ້ານາຍ, ນາງຈຶ່ງເຂົ້າໄປໃນຫ້ອງກິນລ້ຽງໃຫຍ່ ແລະເວົ້າວ່າ, “ຂໍໃຫ້ພະຣາຊາຈົ່ງໝັ້ນຍືນ ຂໍຢ່າກັງວົນແລະໜ້າຊີດໄປເລີຍ.
ດານີເອນຕອບວ່າ, “ຂໍໃຫ້ພະຣາຊາຈົ່ງໝັ້ນຍືນຕະຫລອດໄປເຖີດ
ດັ່ງນັ້ນ ພວກເຂົາຈຶ່ງເຂົ້າໄປຫາກະສັດແລະກ່າວວ່າ, “ຂ້າແດ່ພະຣາຊາດາຣິອຸດ ຂໍໃຫ້ພະຣາຊາຈົ່ງໝັ້ນຍືນຕະຫລອດໄປເຖີດ
ປະຊາຊົນທີ່ຍ່າງໄປທາງຫລັງພຣະອົງຮ້ອງຂຶ້ນວ່າ, “ໂຮຊັນນາ ແດ່ບຸດຂອງດາວິດ ຂໍພຣະເຈົ້າອວຍພອນທ່ານຜູ້ທີ່ສະເດັດມາໃນນາມຂອງອົງພຣະຜູ້ເປັນເຈົ້າ ຈົ່ງຊົງພຣະຈະເລີນ ໂຮຊັນນາໃນທີ່ສູງສຸດ.”
ຊາມູເອນກ່າວແກ່ປະຊາຊົນວ່າ, “ຜູ້ນີ້ແມ່ນຊາຍທີ່ພຣະເຈົ້າຢາເວໄດ້ເລືອກເອົາ ບໍ່ມີຜູ້ໃດໃນທ່າມກາງພວກເຈົ້າຄືກັບລາວ.” ປະຊາຊົນຈຶ່ງພາກັນຮ້ອງຂຶ້ນວ່າ, “ຂໍໃຫ້ກະສັດຈົ່ງໝັ້ນຍືນ!”