13 ແລ້ວກະສັດດາວິດກັບທະຫານຂອງເພິ່ນກໍອອກເດີນທາງຕໍ່ໄປ. ຊີເມອີຍ່າງຕາມຈົນເຖິງເນີນພູ ທັງປ້ອຍດ່າແລະແກວ່ງກ້ອນຫີນກັບຫວ່ານຂີ້ດິນໃສ່ພວກເຂົາ.
ບາງທີ ພຣະເຈົ້າຢາເວຈະສັງເກດເຫັນຄວາມທຸກໃຈຂອງເຮົາ ແລະພຣະເຈົ້າຢາເວຈະໂຜດອວຍພອນເຮົາແທນຄຳປ້ອຍດ່າຂອງລາວກໍໄດ້.”
ເມື່ອມາເຖິງແມ່ນໍ້າຈໍແດນ ກະສັດແລະທະຫານຂອງເພິ່ນກໍອິດເມື່ອຍອ່ອນເພຍຫລາຍ; ສະນັ້ນ ຈຶ່ງຢຸດພັກຜ່ອນຢູ່ໃນທີ່ນັ້ນ.
ແລ້ວພວກເຂົາຮ້ອງໂວຍວາຍທັງແກ້ເສື້ອໂຍນໄປມາ ແລະກຳຂີ້ຝຸ່ນຊັດຂຶ້ນໃນອາກາດ.
ແລ້ວນາຍພັນກໍເອີ້ນນາຍຮ້ອຍສອງຄົນຂອງຕົນມາ ແລະສັ່ງວ່າ, “ຈົ່ງຈັດຕຽມເອົາທະຫານສອງຮ້ອຍຄົນ ເພື່ອເດີນທາງໄປທີ່ເມືອງກາຍຊາເຣຍ ພ້ອມນີ້ໃຫ້ເອົາທະຫານມ້າເຈັດສິບຄົນ ກັບທະຫານຫອກສອງຮ້ອຍຄົນໄປນຳ ແລະໃຫ້ຕຽມພ້ອມອອກເດີນທາງໃນເວລາເກົ້າໂມງຂອງຄືນນີ້.