2 ຊາມູເອນ 16:12 - ພຣະຄຳພີສັກສິ12 ບາງທີ ພຣະເຈົ້າຢາເວຈະສັງເກດເຫັນຄວາມທຸກໃຈຂອງເຮົາ ແລະພຣະເຈົ້າຢາເວຈະໂຜດອວຍພອນເຮົາແທນຄຳປ້ອຍດ່າຂອງລາວກໍໄດ້.” Uka jalj uñjjattʼäta |
ກະສັດແຫ່ງອັດຊີເຣຍໄດ້ສົ່ງຂ້າຣາຊການຊັ້ນສູງຂອງເພິ່ນ ມາເວົ້າໝິ່ນປະໝາດພຣະເຈົ້າອົງຊົງຊີວິດຢູ່. ຂໍໃຫ້ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ ໄດ້ຍິນຄຳໝິ່ນປະໝາດນີ້ ແລະຂໍໃຫ້ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານລົງໂທດຜູ້ທີ່ກ່າວດ້ວຍ. ສະນັ້ນ ຈົ່ງພາວັນນາອະທິຖານຕໍ່ພຣະເຈົ້າ ສຳລັບປະຊາຊົນຂອງພວກເຮົາທີ່ລອດຊີວິດຢູ່ນີ້ດ້ວຍເທີ້ນ.”
ນາງຮັນນາສາບານຢ່າງໜັກແໜ້ນວ່າ, “ຂ້າແດ່ພຣະເຈົ້າຢາເວ ອົງຊົງຣິດອຳນາດຍິ່ງໃຫຍ່ ຂໍພຣະອົງຫລຽວເບິ່ງຄວາມໂສກເສົ້າຂອງຂ້ານ້ອຍ ແລະລະນຶກເຖິງຂ້ານ້ອຍດ້ວຍ ຂໍຢ່າລືມໄລຂ້ານ້ອຍເລີຍ ຖ້າພຣະອົງໂຜດລູກຊາຍໃຫ້ຂ້ານ້ອຍ ຂ້ານ້ອຍຂໍສັນຍາວ່າ ຈະອຸທິດຖວາຍເດັກນັ້ນແກ່ພຣະອົງຕະຫລອດຊົ່ວຊີວິດຂອງລາວ ແລະລາວຈະບໍ່ຕັດຜົມຂອງລາວຈັກເທື່ອ.”